ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ໄຊຊະນະ​ບັ້ນ​ຮົບ ດຽນ​ບຽນ​ຝູ ມີ​ຄວາມ​ໝາຍ​ສຳຄັນ ທາງ​ດ້ານ​ການ​ທະຫານ, ການເມືອງ ແລະ ການ​ຕ່າງປະເທດ
ເວລາອອກຂ່າວ: 2026-05-11 10:16:55 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 213 | ຄວາມນິຍົມ:



ກ່ອນ​ໜ້າ​ນີ້ 72 ປີ, ພາຍຫຼັງ​ທີ່​ຈັກກະພັດ​ຝຣັ່ງ ໄດ້​ກັບ​ຄືນ​ມາ​ຮຸກ​ຮານ​ອິນດູຈີນ​ອີກ​ຄັ້ງ​ໃໝ່ ໃນ​ປີ 1946, ປະຊາຊົນ​ສາມ​ຊາດ ລາວ, ຫວຽດນາມ ແລະ ກຳປູເຈຍ ໄດ້​ພ້ອມ​ກັນ​ລຸກຂຶ້ນ​ເພື່ອ​ສືບຕໍ່ ຕໍ່ສູ້​ຕ້ານ​ກັບ​ພວກ​ຈັກກະພັດ​ຜູ້​ຮຸກ​ຮານ. ສະເພາະ​ປະຊາຊົນ​ຫວຽດນາມ ກໍ​ໄດ້​ສືບຕໍ່ ຕໍ່ສູ້​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ແຮງ​ງານ​ຫວຽດນາມ (ພັກ​ກອມ​ມູ​ນິດ​ຫວຽດນາມ​ໃນ​ປັດຈຸບັນ) ໂດຍ​ແມ່ນ​ປະທານ ໂຮ່​ຈິ​ມິງ ເປັນ​ຜູ້ ນຳພາ. ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ຝຣັ່ງ ໄດ້​ດຳເນີນ​ເປັນ​ເວລາ 8 ປີ, ດ້ວຍ​ທາດ​ແທ້​ກະຫາຍ​ສົງຄາມ, ພວກ​ເຂົາ​ໄດ້​ສ້າງ​ແຜນການ ນາວາ ເພື່ອ​ຫວັງ​ຈະ​ບຽດ​ຍຶດ​ເອົາ​ປະເທດ​ຫວຽດນາມ ພາຍ​ໃນ 18 ເດືອນ ດ້ວຍ​ການ​ທ້ອນໂຮມ​ກຳລັງ, ສ້າງ​ ຖານ​ທີ່​ໝັ້ນ​ທີ່​ເຂັ້ມແຂງ​ຢູ່ ດຽນ​ບຽນ​ຝູ ໂດຍ​ໃຊ້​ກຳລັງ 21 ກອງ ພັນ, ມີ​ອາວຸດ​ຍຸດ​ໂທ​ປະກອນ​ຄົບ​ຊຸດ​ທີ່​ທັນ​ສະໄໝ ພ້ອມ​ທັງ​ຈັດ​ວາງ​ກຳລັງ​ຕາມ​ຈຸດ​ປ້ອມ​ໝັ້ນ 49 ແຫ່ງ ຢູ່ 3 ເຂດ ຄື: ເຂດ​ເໜືອ, ເຂດ​ໃຕ້ ແລະ ເຂດ​ໃຈກາງ ເພື່ອ​ຊ່ວຍ​ໜູນ​ເຊິ່ງ​ກັນ ​ແລະ ກັນ ຫວັງ​ປິດ​ລ້ອມ​ດິນແດນ​ທັງ​ໝົດ​ຂອງ ​ສສ ຫວຽດນາມ ແລະ ດັບ​ສູນ​ກຳລັງ​ຫຼວງ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ ກ້າວ​ໄປ​ເຖິງ​ການ​ຫັນປ່ຽນ​ຫວຽດນາມ ໃຫ້​ກາຍເປັນ​ຖານ​ທີ່​ໝັ້ນ​ທາງ​ການ​ທະຫານ ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຢ່າງ​ຖາວອນ, ສ້າງ​ດຽນ​ບຽນ​ຝູ ໃຫ້​ກາຍເປັນ​ຖານ​ທັບ​ທີ່​ເຂັ້ມແຂງ ເພື່ອ​ຄວບ​ຄຸມ​ອາຊີ​ຕາເວັນ​ອອກ​ສ່ຽງ​ໃຕ້. ຈັກກະພັດ​ຝຣັ່ງ ແລະ ຈັກກະພັດ​ອາ​ເມ​ຣິ​ກາ ໄດ້​ຖື​ເອົາ​ດຽນ​ບຽນ​ຝູ ເປັນ​ແປ້ນ​ຢັນ ເພື່ອ​ບຽດ​ຢຶດ​ເອົາ​ພາກ​ຕາເວັນຕົກ​ສ່ຽງ​ເໜືອ​ຂອງ​ຫວຽດນາມ, ພາກ​ເໜືອ​ຂອງ​ລາວ ເປັນ​ການ​ບັນ​ທອນ ແລະ ດັບ​ມອດ​ກຳລັງ​ປະກອບ​ອາວຸດ​ຂອງ​ຫວຽດນາມ. ໂດຍ​ເຫັນ​ໄດ້​ກົນອຸບາຍ​ອັນ​ເລິກ​ແລບ​ຂອງ​ພວກ​ຈັກກະພັດ​ຝຣັ່ງ, ເຫັນ​ໄດ້​ໂອກາດ​ທີ່​ສຸກ​ງອມ​ມາ​ເຖິງ ແລະ ບົນ​ພື້ນຖານ​ການ​ວິເຄາະ, ຕີ​ລາຄາ​ສະພາບ​ການ​ຂອງ​ໂລກ ກໍ​ຄື​ພາຍ​ໃນ​ປະເທດ, ຕົ້ນ​ເດືອນ​ທັນວາ ປີ 1953 ກົມ​ການເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດນາມ ໄດ້​ຕົກລົງ​ເປີດ​ບັ້ນ​ຮົບ​ດຽນ​ບຽນ​ຝູ, ໂດຍ​ປະທານ ໂຮ່ ຈິ​ມິງ ໄດ້​ຊີ້​ນຳ​ວ່າ: ບັ້ນ​ຮົບ​ດຽນ​ບຽນ​ຝູ ເປັນ​ບັ້ນ​ຮົບ​ທີ່​ມີ​ຄວາມ​ໝາຍ​ສຳຄັນ​ທາງ​ດ້ານ​ການ​ທະຫານ, ການເມືອງ ແລະ ການ​ຕ່າງປະເທດ ສະນັ້ນ, ຕ້ອງ​ຕີ​ໃຫ້​ຊະນະ ແລະ ຕ້ອງ​ໄດ້​ຮັບ​ໄຊຊະນະ​ຢ່າງ​ແນ່ນອນ. ປະຕິບັດ​ຈິດໃຈ​ຊີ້​ນຳ​ຂອງ​ປະທານ ໂຮ່ ຈິ​ມິງ, ກຳລັງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ ໄດ້​ກະກຽມ​ຄວາມ​ພ້ອມ​ຢ່າງຮອບດ້ານ ດ້ວຍ​ການ​ລະດົມ​ກຳລັງ​ຄົນ, ກຳລັງ​ຊັບ​ຂອງ​ປະຊາຊົນ​ທົ່ວ​ປະເທດ ເພື່ອ​ເຄື່ອນ​ທັບ​ຂຶ້ນ​ສູ່​ບັ້ນ​ຮົບ​ດຽນ​ບຽນ​ຝູ ເພື່ອ​ຕີ​ເອົາ​ຊະນະ​ຈັກກະພັດ​ຝຣັ່ງ​ຜູ້​ຮຸກ​ຮານ. ພາຍຫຼັງ​ກະກຽມ​ແລ້ວ, ວັນ​ທີ 13 ມີນາ 1954 ກອງທັບ​ປະຊາຊົນ​ຫວຽດນາມ ໄດ້​ເລີ່ມ​ຕົ້ນ​ບຸກ​ໂຈມ​ຕີ​ຢູ່​ວົງ​ນອກ​ໃນ​ເຂດ​ຈຸດ ຮີມ​ລາມ, ດົກ​ເລິບ, ບ້ານ​ແກ້ວ ເຊິ່ງ​ພາຍຫຼັງ 5 ວັນ​ສູ້​ຮົບ​ຢ່າງ​ດຸເດືອດ​ຂ້ຽວຂາດ ແລະ ພິລະ​ອາດ​ຫານ, ກອງທັບ​ປະຊາຊົນ​ຫວຽດນາມ ສາມາດ​ດັບ​ສູນ​ທີ່​ໝັ້ນ​ຂອງ​ສັດຕູ​ຢູ່​ວົງ​ນອກ​ສຳເລັດ, ເປັນ​ການ​ເປີດ​ປະຕູ​ເຂົ້າ​ສູ່​ວົງ​ໃຈກາງ ໂດຍ​ໄດ້​ສັງຫານ ແລະ ຈັບ​ທະຫານ​ຝຣັ່ງ​ໄດ້ 2.000 ກວ່າ​ຄົນ. ການ​ຕໍ່ສູ້​ລະຫວ່າງ​ກອງທັບ​ຫວຽດນາມ ແລະ ທະຫານ​ຝຣັ່ງ ຢູ່​ສະໜາມຮົບ​ດຽນ​ບຽນ​ຝູ ໄດ້ແກ່​ຍາວ​ມາ​ເປັນ​ເວລາ 56 ວັນ, ກຳລັງ​ກອງທັບ​ຫວຽດນາມ ສາມາດ​ຍຶດ​ໄດ້​ສະໜາມ​ບິນ​ເມືອງ​ແທ່ງ ເຊິ່ງ​ເປັນ​ການ​ຕັດ​ທາງ​ລຳລຽງ​ຂົນສົ່ງ​ທາງ​ອາກາດ​ຂອງ​ພວກ​ສັດຕູ, ເຮັດ​ໃຫ້​ພວກ​ຝຣັ່ງ​ຂາດເຂີນ​ທັງ​ອາວຸດ, ຍຸດ​ໂທ​ປະກອນ, ຢາ​ປົວ​ພະຍາດ, ສະບຽງ​ອາຫານ ແລະ ອື່ນໆ. ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ກອງ​ບັນຊາ​ການ​ດ້ານ​ຮົບ ໂດຍ​ແມ່ນ ພົນ​ເອກ ວໍ້​ຫງວ​​ຽນ​ຢາບ ເປັນ​ຜູ້​ຊີ້​ນຳ ແລະ ບັນຊາ​ໂດຍ​ກົງ, ໃນ​ວັນ​ທີ 1 ພຶດສະພາ 1954 ກອງ​ກຳລັງ​ທະຫານ​ຫວຽດນາມ ໄດ້​ບຸກ​ໂຈມ​ຕີ​ເຂົ້າ​ທັງ 3 ດ້ານຄື: ດ້ານ​ຕາເວັນ​ອອກ, ຕາເວັນຕົກ ແລະ ຕາເວັນ​ອອກ​ສ່ຽງ​ເໜືອ. ມາ​ຮອດ​ຕອນ​ທ່ຽງ​ຂອງ​ວັນ​ທີ 7 ພຶດສະພາ ກອງທັບ​ຫວຽດນາມ ໄດ້​ເປັນ​ເຈົ້າ​ການ ທົ່ວ​ສະໜາມຮົບ, ຮອດ​ຕອນ​ແລງ​ຂອງ​ວັນ​ທີ 7 ພຶດສະພາ ດຽນ​ບຽນ​ຝູ ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ, ສາມາດ​ດັບ​ສູນ ແລະ ຈັບ​ທະຫານ​ຝຣັ່ງ ໄດ້​ເປັນ​ໝື່ນ​ກວ່າ​ຄົນ, ນັບ​ທັງ​ຜູ້​ບັນຊາ​ການ​ດ້ານ​ຮົບ​ຂອງ​ຝຣັ່ງ ນາຍ​ພົນ ເດີ​ກາດ​ຕຣີ ແລະ ອື່ນໆ. ໄຊຊະນະ​ດຽນ​ບຽນ​ຝູ ເປັນ​ເຫດການ​ທີ່​ດັງ​ກ້ອງ​ກັງວານ ແລະ ສັ່ນ​ສະເທືອນ​ໄປ​ທົ່ວ​ໂລກ ແລະ ມີ​ຄວາມ​ໝາຍ​ສຳຄັນ​ໃນ​ປະຫວັດສາດ​ຂອງ​ມວນ​ມະນຸດ​ຄື: ໄຊຊະນະ​ດຽນ​ບຽນ​ຝູ ເປັນ​ເຫດການ​ທີ່​ມີ​ຄວາມ​ໝາຍ​ປະຫວັດສາດ​ທີ່​ຍິ່ງ​ໃຫຍ່​ຂອງ​ປະຊາຊົນ​ຫວຽດນາມ​ວິລະ​ຊົນ, ສະແດງ​ໃຫ້​ເຫັນ​ຄວາມ​ເຂັ້ມແຂງ​ຂອງ​ກຳລັງ​ແຮງ ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ຄວາມ​ມຸ່ງ​ຫວັງ​ອັນ​ແຮງ​ກ້າ​ຂອງ​ປະຊາຊົນ ຕໍ່​ສັນຕິພາບ ແລະ ເອກະລາດ​ແຫ່ງ​ຊາດ ທັງ​ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ການ​ເຕີບ​ໃຫຍ່​ຂະຫຍາຍຕົວ, ຄວາມ​ອົງອາດ​ກ້າຫານ ບໍ່​ຍອມ​ຈຳນົນ​ຂອງ​ກອງ​ກຳລັງ​ປະກອບ​ອາວຸດ ຫວຽດນາມ ກໍ​ຄື ການ​ເສຍສະຫຼະ​ຂອງ​ທົ່ວ​ປວງ​ຊົນ, ພິເສດ​ແມ່ນ​ປະຊາຊົນ​ໃນ​ພາກ​ຕາເວັນຕົກ​ສ່ຽງ​ເໜືອ​ຂອງ​ປະເທດ​ຫວຽດນາມ. ໄຊຊະນະ​ດຽນ​ບຽນ​ຝູ ເປັນ​ການສະແດງ​ເຖິງ​ຄວາມ​ສະຫຼາດ​ສ່ອງ​ໃສ ໃນ​ການ​ນຳພາ​ຂອງ​ພັກ​ແຮງ​ງານ​ຫວຽດນາມ ທີ່​ມີ​ປະທານ ໂຮ່ ຈິ​ມິງ ເປັນ​ຜູ້ນຳ​ໃນ​ ການ​ວາງ​ແນວທາງ​ຕໍ່ສູ້​ຍາວ​ນານ, ຮອບດ້ານ, ປະດິດ​ສ້າງ, ເສີມ​ຂະຫຍາຍ​ກຳລັງ​ແຮງ​ແຫ່ງ​ຄວາມ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ອີງໃສ່​ກຳລັງ​ພາຍ​ ໃນ​ເປັນຕົ້ນ​ຕໍ, ຍາດ​ແຍ່ງ ການ​ສະໜັບສະໜູນ ແລະ ການ​ຊ່ວຍເຫຼືອ​ຂອງ​ເພື່ອນ​ມິດສາ​ກົນ, ຮູ້​ສົມທົບ​ລະຫວ່າງ​ກຳລັງ​ແຮງ​ຂອງ​ຊາດ ກັບ​ກຳລັງ​ແຮງ​ຂອງ​ຍຸກ​ສະໄໝ ທັງ​ສະແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເກັ່ງ​ກ້າ​ປີ​ຊາ​ສາມາດ, ມີ​ໄຫວ​ພິກ​ຂອງ​ຜູ້​ບັນຊາ​ການ​ດ້ານ​ຮົບ​ຄື: ພົນ​ເອກ ວໍ້​ຫງວ​​ຽນ​ຢາບ ໃນ​ການ​ຫັນປ່ຽນ​ຍຸດ​ທະ​ວີ​​ິ​ທີ​ການ​ທະຫານ “ຈາກ​ການ​ຕີ​ໄວ, ແກ້​ໄຂ​ໄວ” ມາ​ເປັນ “ການ​ຕີ​ຢ່າງ​ໜັກ​ແໜ້ນ, ກ້າວ​ຂຶ້ນ​ຢ່າງ​ໜັກ​ແໜ້ນ” ຂອງກອງທັບ​ປະຊາຊົນ​ຫວຽດນາມ ເຊິ່ງ​ເປັນ​ກົນລະຍຸດ ການ​ທະຫານ​ທີ່​ສຳຄັນ ປະກອບສ່ວນ​ເຂົ້າ​ໃນ​ການ​ປົດ​ປ່ອຍ​ບັ້ນ​ຮົບ​ດຽນ​ບຽນ​ຝູ ໄດ້​ຮັບ​ໄຊຊະນະ​ຢ່າງ​ສະຫງ່າ​ງາມ. ໄຊຊະນະ​ດຽນ​ບຽນ​ຝູ ແມ່ນ​ໄຊຊະນະ​ທີ່​ສະຫວ່າງ​ສະໄຫວ​ທີ່​ສຸດ, ດັງ​ກ້ອງ​ກັງວານ​ໃນ​ປະ ຫວັດສາດ​ຂອງ​ມວນ​ມະນຸດ, ທີ່​ຕໍ່ສູ້​ຕ້ານ​ການ​ຮຸກ​ຮານ​ຂອງ​ຈັກກະພັດ​ພາຍ​ນອກ ຂອງ​ປະຊາຊົນ​ຫວຽດນາມ​ວິລະ​ຊົນ​ທີ່​ມີ​ກຽດ​ສະຫງ່າ ເຊິ່ງ​ໄດ້​ຖືກ​ບັນທຶກ​ເຂົ້າ​ໃນ​ໜ້າ​ປະຫວັດສາດ​ຂອງ​ໂລກ​ຢູ່​ໃນ​ສັດຕະວັດ​ທີ 20 ທີ່​ໄດ້​ທັບ​ມ້າງ​ລະບົບ​ຫົວ​ເມືອງ​ຂຶ້ນ ຂອງ​ລັດທິ​ຈັກກະພັດ​ໃຫ້​ພັງ​ທະ​ລາຍ​ລົງ, ໄດ້​ພິສູດ​ເຖິງ​ສັດຈະທຳ​ທີ່​ວ່າ “ຢູ່​ໃນ​ຊາດ​ໜຶ່ງ​ທີ່​ເຄີຍ​ເປັນ​ຫົວ​ເມືອງ​ຂຶ້ນ, ເຄິ່ງ​ສັກ​ດີ​ນາ, ດິນແດນ ບໍ່​ກວ້າງ​ໃຫຍ່, ປະຊາກອນ​ບໍ່​ຫຼາຍ, ເສດຖະກິດ​ຫຼ້າຫຼັງ ແລະ ຂະຫຍາຍຕົວ​ຊ້າ, ກຳລັງ​ທະຫານ​ອ່ອນ​ນ້ອຍ, ພາຫະນະ, ອຸປະກອນ​ຫຼ້າຫຼັງ, ແຕ່​ເມື່ອ​ມີ​ຄວາມ​ສາມັກຄີ​ຢ່າງ​ແໜ້ນ​ແຟ້ນ, ມີ​ການ​ຊີ້​ນຳ-ນຳພາ​ຢ່າງ​ຖືກຕ້ອງ, ສະຫຼາດ​ສ່ອງ​ໃສ ແລະ ມີ​ໄຫວ​ພິບ​ຂອງ​ພັກ​ກອມ​ມູ​ນິດ ແລະ ປະທານ ໂຮ່​ຈີ​ມິງ ຜູ້ນຳ​ທີ່​ຍິ່ງ​ໃຫຍ່, ຮູ້​ນຳ​ໃຊ້​ກຳລັງ​ປະກອບ​ອາວຸດ​ທົ່ວ​ປວງ​ຊົນ ເພື່ອ​ເຮັດ​ສົງຄາມ​ປະຊາຊົນ ກໍ​ສາມາດ​ຕີ​ເອົາ​ໄຊຊະນະ​ສັດຕູ​ຜູ້​ຮຸກ​ຮານ ທີ່​ມີ​ພື້ນຖານ​ເສດຖະກິດ ແລະ ການ​ທະຫານ ທີ່​ເຂັ້ມແຂງ ແລະ ທັນ​ສະໄໝ​ກວ່າ​ຫຼາຍ​ເທົ່າ​ໄດ້​ສຳເລັດ”. ໄຊຊະນະ​ດຽນ​ບຽນ​ຝູ ແມ່ນ​ໄຊຊະນະ​ແຫ່ງ​ຄວາມ​ສາມັກຄີ, ຮ່ວມ​ຂຸມ​ຄອງ​ດຽວ​ກັນ ໃນ​ການ​ຕໍ່ສູ້​ກູ້​ຊາດ ຕ້ານ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ຂອງ​ປະຊາຊົນ​ຫວຽດນາມ, ລາວ ແລະ ກຳປູເຈຍ, ອັນ​ເປັນ​ການ​ປະກອບສ່ວນ​ທັບ​ມ້າງ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ ໃຫ້​ພັງ​ທະ​ລາຍ​ລົງ​ຢູ່​ໃນ​ໂລກ, ໄຊຊະນະ​ດັ່ງກ່າວ ຍັງ​ເປັນ​ບ່ອນ​ອີງ​ທີ່​ໜັກ​ແໜ້ນ ທັງ​ເປັນ​ແວ່ນ​ແຍງ​ທີ່​ໃສ​ແຈ້ງ ໃຫ້​ແກ່​ບັນດາ​ປະຊາ​ຊາດ ທີ່​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ, ເພື່ອ​ລຸກຂຶ້ນ​ຕໍ່ສູ້​ຕ້ານ​ກັບ​ການ​ກົດ​ຂີ່​ຂູດ​ຮີດ ແລະ ແອກ​ຄອບ​ຄອງ​ຂອງ​ຫົວ​ເມືອງ​ຂຶ້ນ​ແບບ​ເກົ່າ​ຢູ່​ຫຼາຍ​ບ່ອນ​ໃນ​ທົ່ວ​ໂລກ, ປະກອບສ່ວນ​ອັນ​ສົມ​ກຽດ ເຂົ້າ​ໃນ​ພາລະກິດ​ຕໍ່ສູ້​ອັນ​ຍິ່ງ​ໃຫຍ່​ຂອງ​ມວນ​ມະນຸດ​ທີ່​ກ້າວໜ້າ ເພື່ອ​ສັນຕິພາບ, ເອກະລາດ, ປະຊາທິປະໄຕ ແລະ ຄວາມ​ກ້າວໜ້າ​ຂອງ​ສັງຄົມ. ໄຊຊະນະ​ດຽນ​ບຽນ​ຝູ ບໍ່​ພຽງ​ແຕ່​ແມ່ນ​ໄຊຊະນະ​ຂອງ​ປະຊາຊົນ​ຫວຽດນາມ, ແຕ່​ຍັງ​ເປັນ​ການສະແດງ​ເຖິງ ໄຊຊະນະ​ຂອງ​ກ້ອນ​ກຳລັງ​ສາມັກຄີ, ການ​ຮ່ວມ​ສຳພັນ​ສູ້​ຮົບ ແລະ ຄຽງ​ບ່າ​ຄຽງ​ໄຫລ່ ຂອງ​ປະຊາຊົນ​ລາວ ແລະ ປະຊາຊົນ​ກຳປູເຈຍ ທີ່​ໄດ້​ຮ່ວມ​ຂຸມ​ຄອງ​ດຽວ​ກັນ, ຕ້ານ​ກັບ​ສັດຕູ ໂຕ​ດຽວ​ກັນ ເພື່ອ​ປົດ​ປ່ອຍ​ຕົນ​ເອງ. ໄຊຊະນະ​ດັ່ງກ່າວ ໄດ້​ດັບ​ມອດ​ເຈດ​ຈຳນົງ ການ​ຮຸກ​ຮານ ຂອງ​ລັດທິ​ລ່າ​ເມືອງ​ຂຶ້ນ​ແບບ​ເກົ່າ, ບັງຄັບ​ໃຫ້​ລັດຖະບານ​ຝຣັ່ງ ຈຳ​ຕ້ອງ​ຍອມ​ເຊັນ​ສັນຍາ​ເຊີ​ແນວ​ກ່ຽວ​ກັບ​ອິນດູຈີນ​ໃນ​ປີ 1954, ຮັບ​ຮູ້​ຄວາມ​ເປັນ​ເອກະລາດ​ແຫ່ງ​ຊາດ, ອຳນາດ​ອະທິປະ​ໄຕ ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຫວຽດນາມ, ລາວ ແລະ ກຳປູເຈຍ. ພາກ​ເໜືອ​ຫວຽດນາມ ໄດ້​ຮັບ​ການ​ປົດ​ປ່ອຍ​ຢ່າງ​ສົມບູນ ແລະ ກາຍເປັນ​ຖານ​ທີ່​ໝັ້ນ​ຂອງ​ການ​ປະຕິວັດ​ທີ່​ເຂັ້ມແຂງ ທັງ​ເປັນ​ແນວ​ຫຼັງ​ທີ່​ແໜ້ນ​ແກ່ນ ໃຫ້​ແກ່​ການ​ດຳເນີນ​ການ​ຕໍ່ສູ້​ຕ້ານ​ຈັກກະພັດ​ອາ​ເມ​ຣິ​ກາ ຢູ່​ພາກ​ໃຕ້​ຂອງ​ຫວຽດນາມ​ໃນ​ເວລາ​ຕໍ່​ມາ. ໄຊຊະນະ​ດຽນ​ບຽນ​ຝູ ເປັນ ຄວາມ​ເອກອ້າງ​ທະ​ນົງ​ໃຈ​ຂອງ​ປະຊາຊົນ ຫວຽດນາມ, ລາວ ແລະ ກຳປູເຈຍ ໃນ​ພາລະກິດ​ຕໍ່ສູ້​ເພື່ອ​ເອກະລາດ​ຂອງ​ຕົນ​ໃນ​ຊຸມ​ປີ​ຕໍ່​ມາ ຈົນ​ສາມາດ​ປົດ​ປ່ອຍປະ​ເທດ​ຊາດ ໄດ້​ຢ່າງ​ສົມບູນ​ໃນ​ປີ 1975 ແລະ ດຳເນີນ​ພາລະກິດ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ໃນ​ປັດຈຸບັນ. ເຖິງ​ວ່າ​ວັນ​ເວລາ​ໄດ້​ຜ່ານ​ໄປ​ເປັນ​ເວລາ 72 ປີ​ກໍ​ຕາມ, ແຕ່​ມານະ​ຈິດ​ຂອງ​ບັ້ນ​ຮົບ​ດຽນ​ບຽນ​ຝູ ຍັງ​ໃສ​ແຈ້ງ ແລະ ເປັນ​ກຳລັງ​ອັນ​ແຮງ​ກ້າ ປຸກລະດົມ​ຈິດໃຈ​ຢ່າງ​ໃຫຍ່​ຫຼວງ​ຂອງ​ປະຊາຊົນ ສາມ​ຊາດ​ອິນດູຈີນ ຕະຫຼອດ​ມາ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ