ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ຮອງຫົວໜ້າກົມກໍ່ສ້າງຮາກຖານ ເຄື່ອນໄຫວຊີ້ນຳ, ຊຸກຍູ້ກອງປະຕິບັດງານ ທີ່ປະຈຳຢູ່ແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ
ເວລາອອກຂ່າວ: 2026-05-11 11:16:22 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 506 | ຄວາມນິຍົມ:



ໃນລະຫວ່າງວັນທີ 4-7 ພຶດສະພາ 2026 ນີ້, ສະຫາຍ ພັນເອກ ຄອນວິໄລ ທຳມະວົງສາ ຮອງຫົວໜ້າກົມກໍ່ສ້າງຮາກຖານ ກົມໃຫຍ່ການເມືອງກອງທັບ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້, ຊີ້ນໍາວຽກງານກໍ່ສ້າງຮາກຖານການເມືອງຢູ່ກອງປະຕິບັດງານ 201 ຢູ່ກຸ່ມບ້ານນໍ້າຮາງ ເມືອງສຳພັນ ແຂວງຜົ້ງສາລີ ແລະ ລົງເຄື່ອນໄຫວ ຢູ່ກອງປະຕິບັດງານ 207 ປະຈຳຢູ່ກຸ່ມບ້ານທອງສີ ເມືອງໂພນທອງ ແຂວງຫຼວງພະບາງ ໂດຍໃຫ້ການຕ້ອນຮັບຈາກສອງພາກສ່ວນ, ມີບັນດາຕາງໜ້າຄະນະພັກ-ຄະນະບັນຊາກອງບັນຊາການທະຫານແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ, ບັນດາອົງການ, ກົມກອງ, ໜ່ວຍງານພາກສະໜາມ, ພະນັກງານກໍ່ສ້າງຮາກຖານ ແລະ ອົງການປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງທັງສອງພາກສ່ວນ. ໃນການລົງກວດກາ, ຊີ້ນໍາ, ຊຸກຍູ້ວຽກງານກໍ່ສ້າງ ຮາກຖານການເມືອງຄັ້ງນີ້ ເພື່ອເປັນການລົງໃກ້ຊິດຕິດແທດກັບພະນັກງານກໍ່ສ້າງຮາກຖານ ທີ່ເຮັດໜ້າທີ່ຢູ່ເຂດຫຼໍ່ແຫຼມ, ຫ່າງໄກສອກຫຼີກ. ພ້ອມນັ້ນກໍ່ໄດ້ຮັບຟັງສະພາບການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ, ເຊິ່ງບັນດາກົມກອງກໍ່ໄດ້ເອົາໃຈໃສ່ໃນການສຶກສາອົບຮົມແນວຄິດ, ປະສານສົມທົບບັນດາວຽກງານກັບອົງການປົກຄອງທຸກຂັ້ນ, ຊ່ວຍເຫຼືອພໍ່ແມ່ປະຊາຊົນ ຕິດພັນກັບການພັດທະນາກຸ່ມບ້ານເຫັນວ່າມີຜົນສຳເລັດຫຼາຍດ້ານ, ພ້ອມທັງ ຕີລາຄາດ້ານດີ-ດ້ານຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກຕົວຈິງ ເພື່ອນໍາພາ-ຊີ້ນໍາວຽກງານວິຊາສະເພາະ ໃຫ້ແທດເໝາະກັບສະພາບຂອງທ້ອງຖິ່ນ, ປັບປຸງລະບຽບແບບແຜນວິທີເຮັດວຽກຂອງກອງປະຕິບັດງານໃຫ້ມີແບບແຜນທັນສະໄໝເທື່ອລະກ້າວ. ໃນໂອກາດທີ່ມາເຄື່ອນໄຫວໃນຄັ້ງນີ້ ກໍ່ໄດ້ນຳເອົາຄອມພິວເຕີ ມາມອບໃຫ້ພະແນກກໍ່ສ້າງຮາກຖານ ທະຫານແຂວງຜົ້ງສາລີ 1 ຊຸດ ແລະ ມອບໃຫ້ກອງປະຕິບັດງານ 207 ຈຳນວນ 1 ຊຸດ ເພື່ອຊຸກຍູ້ວຽກງານວິຊາສະເພາະຂອງກົມກອງຕື່ມອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ