ພິທີປະກາດການຈັດຕັ້ງບັນຊາ ຂັ້ນກົມ, ອົງການ, ຫ້ອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ
ເວລາອອກຂ່າວ: 2026-05-11 14:45:31 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 636 | ຄວາມນິຍົມ: ![]()
ພິທີປະກາດການຈັດຕັ້ງບັນຊາ ຂັ້ນກົມ, ອົງການ, ຫ້ອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ ໄດ້ຈັດຂຶ້ນໃນວັນທີ 11 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມ, ອົງການ, ຫ້ອງ, ກອງ ແລະ ພະນັກງານຫຼັກແຫຼ່ງທົ່ວອົງການກົມໃຫຍ່ການເມືອງກອງທັບເຂົ້າຮ່ວມ.
ສະຫາຍ ພັນເອກ ຄໍາເອ້ຍ ສຸກແສງເໜືອ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ກົມໃຫຍ່ການເມືອງກອງທັບ ໄປໃຫ້ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ອີງຕາມມາດຕາ 26 ຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ອີງຕາມການການຄົ້ນຄວ້າຕົກລົງເຫັນດີເປັນເອກະພາບຂອງຄະນະປະຈໍາພັກກະຊວງປ້ອງກັນປະເທດ ຄັ້ງວັນທີ 10 ກຸມພາ 2026 ແລະ ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີຂອງກົມໃຫຍ່ການເມືອງກອງທັບ; ດັ່ງນັ້ນ, ກະຊວງປ້ອງກັນປະເທດ. ໄດ້ຕົກລົງຍົກຍ້າຍສະຫາຍ ພົນຈັດຕະວາ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄປຮັບໜ້າທີ່ໃໝ່ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ. ພ້ອມນັ້ນ, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ ແຕ່ງຕັ້ງປະທານສານທະຫານຂັ້ນສູງ, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ຮັກສາການຫົວໜ້າກົມພະນັກງານ ແລະ ຄະນະຫ້ອງ ທີ່ຂຶ້ນກັບກົມໃຫຍ່ການເມືອງກອງທັບ. ໃນນີ້ໄດ້ຕົກລົງແຕ່ງຕັ້ງສະຫາຍ ພັນເອກ ວັນ ສີເຟືອງ ເປັນປະທານສານທະຫານຂັ້ນສູງ, ສະຫາຍ ພັນເອກ ລັດສະໝີ ຂັນອາສາ ເປັນຫົວໜ້າອົງການໄອຍະການທະຫານຂັ້ນສູງ, ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮັກສາການຫົວໜ້າກົມພະນັກງານ ແລະ ສະຫາຍ ພັນເອກ ບຸນຊົມ ໄຊຍະວົງ ເປັນຮອງຫົວໜ້າຫ້ອງການບໍລິຫານ. ພ້ອມດຽວກັນນີ້, ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານ ຢູ່ກົມໃຫຍ່ການເມືອງກອງທັບ ພັກການເພື່ອກຽມຮັບບໍານານ. ໃນນີ້, ໄດ້ຕົກລົງໃຫ້ສະຫາຍ ພົນຈັດຕະວາ ອໍາເພັດ ພົມມະກອນ ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ສະຫາຍ ພັນເອກ ວິລະໄຊ ສົມສັກ ຮອງຫົວໜ້າກົມໂຄສະນາອົບຮົມ ແລະ ສະຫາຍ ພັນເອກ ຄໍາປານ ໂພສີຄໍາ ຮອງຫົວໜ້າຫ້ອງການບໍລິຫານ ພັກການຮັບບໍານານ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ມີຄຳເຫັນໂອ້ລົມຕໍ່ພະນັກງານທີ່ໄດ້ຮັບການມອບໝາຍໜ້າທີ່ໃໝ່ ຈົ່ງສືບຕໍ່ຕັ້ງໜ້າເຮັດໜ້າທີ່ການເມືອງຂອງຕົນ, ກຳແໜ້ນແນວທາງນະໂຍບາຍຂອງພັກ ເປັນແບບຢ່າງນຳໜ້າຮອບດ້ານ, ສຸມເຫື່ອແຮງສະຕິປັນຍາຄວາມຮູ້-ຄວາມສາມາດເຂົ້າໃນໜ້າທີ່ວຽກງານຖືເອົາຫຼັກການຂອງພັກເປັນແກ່ນນໍາ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ບຸກຄົນຮັບຜິດຊອບເປັນສໍາຄັນ, ພ້ອມທັງຮຽກຮ້ອງໃຫ້ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ເປັນເອກະພາບ ແລະ ປຶກແຜ່ນແໜ້ນໜາ, ມີຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ, ມີຄວາມເປັນເຈົ້າຕົນເອງ, ຍົກສູງບົດບາດການນໍາພາຂອງພັກ ທັງປັບປຸງກໍ່ສ້າງກຳລັງໃຫ້ມີຄວາມປອດໃສ ເຂັ້ມແຂງ ໜັກແໜ້ນຮອບດ້ານ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















