ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ກຳລັງຊ່າງແສງ ກອງທັບປະຊາຊົນລາວ ສຳເລັດພາລະກິດກວດກູ້ ລບຕ ແລະ ຖອນກຳລັງກັບຄືນກົມກອງ
ເວລາອອກຂ່າວ: 2026-05-11 15:18:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 503 | ຄວາມນິຍົມ:



ວັນທີ 7 ພຶດສະພາ 2026 ນີ້, ຄະນະຮັບຜິດຊອບກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ (ລບຕ) ເພື່ອມະນຸດສະທຳ ລາວ-ຣັດເຊຍ ໄດ້ຈັດກອງປະຊຸມສະຫຼຸບຜົນສຳເລັດການກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ໃນສົກປີ 2025-2026 ຢູ່ເມືອງວຽງໄຊ ແຂວງຫົວພັນ ແລະ ໄດ້ຖອນກຳລັງພ້ອມພາຫະນະກັບຄືນກົມກອງ, ໂດຍມີສະຫາຍ ພົນຕີ ສີພອນໄຊ ຄຳທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ວົງຈັນ ພັນຈັນທະມານ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຄະນະຮັບຜິດຊອບກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ, ພາກສ່ວນທີ່ກ່ຽວຂ້ອງ ແລະ ນັກກວດກູ້ ແລະ ທຳລາຍລະເບີດເຂົ້າຮ່ວມ. ໃນກອງປະຊຸມໄດ້ສະຫຼຸບຕີລາຄາຄືນຜົນສຳເລັດການປະຕິບັດກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກ ເພື່ອມະນຸດສະທຳ ລາວ-ຣັດເຊຍ ໃນຄັ້ງນີ້ ໄດ້ຈັດຕັ້ງປະຕິບັດລະຫວ່າງວັນທີ 28 ມີນາ ຫາ 6 ພຶດສະພາ 2026 ຈິ່ງໄດ້ສຳເລັດ ແລະ ຖອນກຳລັງກັບຄືນກົມກອງ, ໂດຍນຳໃຊ້ກຳລັງພົນທັງໝົດ 80 ສະຫາຍ ພ້ອມເຄື່ອງກວດລະເບີດ 32 ເຄື່ອງ, ເຊິ່ງສາມາດກວດກູ້ໄດ້ 2 ສະໜາມຫຼັກ ດັ່ງນີ້: ເນື້ອທີ່ກວດກູ້ໄດ້ທັງໝົດ 18,98 ເຮັກຕາ (185.985 ຕາແມັດ), ເຊິ່ງເປັນເຂດພັດທະນາບ້ານພັກ ແລະ ພື້ນທີ່ກະສິກຳ (ບ້ານນາໄກ); ຈຳນວນລະເບີດທີ່ກວດພົບທັງໝົດ 103 ລູກ (ໃນນີ້ມີລະເບີດລູກຫວ່ານ BLU-26 ຈຳນວນ 31 ໜ່ວຍ ແລະ ສັບພະວຸດອື່ນໆ 72 ລູກ ເຊັ່ນ: ລູກປືນໃຫຍ່, ຈະຫຼວດ ແລະ ລະເບີດມື); ເສດສະເກັດ ແລະ ເສດເຫຼັກ ກວດພົບ ແລະ ເກັບມ້ຽນໄດ້ຫຼາຍກວ່າ 49.000 ສິ້ນສ່ວນ; ການທຳລາຍ ໄດ້ດຳເນີນການທຳລາຍລະເບີດຢູ່ກັບທີ່ຢ່າງປອດໄພທັງໝົດ 29 ຄັ້ງ ລວມ 91 ໜ່ວຍ. ຜົນສຳເລັດໃນຄັ້ງນີ້ ເຮັດໃຫ້ເນື້ອທີ່ດິນຂອງລັດ ແລະ ປະຊາຊົນເມືອງວຽງໄຊ ມີຄວາມປອດໄພ, ສາມາດນຳໃຊ້ເຂົ້າໃນການຜະລິດກະສິກຳ ແລະ ພັດທະນາພື້ນຖານໂຄງລ່າງ ໂດຍບໍ່ມີຄວາມສ່ຽງຈາກລະເບີດຕົກຄ້າງອີກຕໍ່ໄປ. ສັງລວມແລ້ວ, ຜ່ານການຈັດຕັ້ງປະຕິບັດວຽກງານກວດກູ້ ແລະ ທຳລາຍລະເບີດບໍ່ທັນແຕກໃນຄັ້ງນີ້ເຫັນວ່າ: ພະນັກງານ-ນັກຮົບທຸກສະຫາຍ ມີແນວຄິດອຸ່ນອຽງທຸ່ນທ່ຽງ, ມີຄວາມຮັບຜິດຊອບສູງ ແລະ ມີຄວາມຊຳນິຊຳນານດ້ານວິຊາສະເພາະ. ໄດ້ຮັບການຮ່ວມມືຢ່າງດີຈາກຊ່ຽວຊານ ສ ຣັດເຊຍ ແລະ ອຳນາດການປົກຄອງທ້ອງຖິ່ນ, ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານມີຄວາມສະດວກ ແລະ ມີຄວາມສະຫງົບ 100%. ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ຄະນະຮັບຜິດຊອບ ແລະ ນັກກວດກູ້ ຍັງພົບຄວາມຫຍຸ້ງບາງດ້ານເປັນຕົ້ນແມ່ນສະພາບອາກາດຝົນຕົກ ແລະ ເນື້ອທີ່ບາງບ່ອນມີເສດເຫຼັກປົນເຈືອຫຼາຍ ເຮັດໃຫ້ການກວດກູ້ຊັກຊ້າໃນບາງຊ່ວງ, ແຕ່ກໍສາມາດເຮັດສຳເລັດຕາມແຜນການທີ່ວາງໄວ້.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ