ໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026
ເວລາອອກຂ່າວ: 2026-05-11 16:02:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 740 | ຄວາມນິຍົມ: ![]()
ວັນທີ 8 ພຶດສະພາ 2026 ນີ້, ໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026, ໂດຍການເປັນປະທານຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ຄະນະປະຈຳພັກກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພົນຈັດຕະວາ ວິໄລຄຳ ຫຼວງຊົມພູ ກຳມະການຄະນະພັກກົມໃຫຍ່ ຫົວໜ້າຫ້ອງການກົມໃຫຍ່ເຕັກນິກ, ມີຄະນະກວດກາການກໍ່ສ້າງໜ່ວຍພັກ, ບັນດາພະແພກການ ຕະຫຼອດຮອດພະນັກງານ-ສະມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນເອກ ອ໋ອດ ສີບຸນເຮືອງ ຮອງເລຂາໜ່ວຍພັກຫ້ອງການກົມໃຫຍ່ເຕັກນິກ ໄດ້ຜ່ານບົດສະຫຼຸບການນໍາພາປັບປຸງກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການປີ 2027 ໂດຍໃຫ້ຮູ້ວ່າ: ຜ່ານມາຄະນະໜ່ວຍພັກ, ສະມາຊິກພັກແຕ່ລະຂັ້ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງເປັນວຽກງານສຳຄັນ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ການກໍ່ສ້າງພັກແມ່ນຍຶດໝັ້ນຕາມ 5 ຫຼັກການ 3 ທິດນຳໃນການປັບປຸງກໍ່ສ້າງພັກ, ບົນພື້ນຖານຖືເອົາການດໍາເນີນຊີວິດການເມືອງພາຍໃນພັກຕິດພັນກັບການເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ, ແນໃສ່ເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອມຊຶມກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກໍານົດກົດລະບຽບຂອງກອງທັບ, ມີຄວາມເຂົ້າໃຈຕໍ່ອຸດົມການຂອງພັກ, ພາຍໃນພັກມີຄວາມສະຫງົບ, ຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ຮັກສາໄດ້ຄວາມໜັກແໜ້ນທາງດ້ານຄຸນທາດການເມືອງ, ຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນບັນດາເຜົ່າ, ມີຄວາມກະຕືລືລົ້ນຕໍ່ການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ, ເອົາໃຈໃສ່ເຮັດວຽກວິຊາສະເພາະຕາມພາລະບົດບາດ ເປັນຕົ້ນແມ່ນຮັບປະກັນການຄຸ້ມຄອງ, ບັນທຶກ, ສຳເນົາເອກະສານ, ຮັບ-ສົ່ງເອກະສານທີ່ສົ່ງມາຈາກພາກສ່ວນຕ່າງໆ. ຈາກນັ້ນ ບັນດາສະຫາຍສະມາຊິກພັກກໍ່ໄດ້ຂຶ້ນປະກອບຄຳເຫັນໃສ່ບົດສະຫຼຸບຢ່າງກົງໄປກົງມາພ້ອມທັງລົງຄະແນນສຽງປິດລັບ ແລະ ປະຊາມັດຕິເປັນເອກະພາບ. ຜ່ານການຈັດຕັ້ງປະຕິບັດໃນບັ້ນດໍາເນີນຊີວິດການເມືອງສໍາຫຼວດກວດກາການຄັດເລືອກຕີລາຄາແບ່ງປະເພດຄຸນນະພາບຂອງສະມາຊິກພັກ, ໜ່ວຍພັກ, ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 27 ສະຫາຍ, ຍິງ 14 ສະຫາຍ, ບໍ່ໄດ້ແບ່ງປະເພດ 4 ສະຫາຍ, ( ໄປຮຽນ) ສະເລ່ຍສະມາຊິກພັກປະເພດແຂງກວມເອົາ 100 % ຂອງຈໍານວນສະມາຊິກພັກທັງໝົດ; ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄວ້າຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ອີກ 1 ສະໄໝ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















