ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ວຕກ ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ນາຍທະຫານ
ເວລາອອກຂ່າວ: 2026-05-11 16:03:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 751 | ຄວາມນິຍົມ:



ວັນທີ 8 ພຶດສະພາ 2026 ນີ້, ວິທະຍາຄານເຕັກນິກການທະຫານ (ວຕກ) ໄດ້ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ແລະ ຍົກຂັ້ນເງິນເດືອນໃຫ້ນາຍທະຫານ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນຈັດຕະວາ ລຽນວິໄລ ພັນທອງຄຳ ອຳນວຍການ ຫົວໜ້າການເມືອງ ວິທະຍາຄານເຕັກນິກການທະຫານ, ມີຄະນະພັກ-ຄະນະອຳນວຍການ, ຄະນະຫ້ອງ, ຄະນະວິຊາ ຕາງໜ້າພະແນກການທີ່ກ່ຽວຂ້ອງ ແລະ ຜູ້ທີ່ໄດ້ຮັບການເລື່ອນຊັ້ນ ແລະ ຍົກຂັ້ນເງິນເດືອນເຂົ້າຮ່ວມ. ສະຫາຍ ພັນເອກ ຄຳເຜີຍ ທຳມະນີວົງ ຮອງອຳນວຍການຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ແລະ ກົມໃຫ່ຍການເມືອງກອງທັບ ວ່າດ້ວຍ ການຍົກຂັ້ນເງິນເດືອນ, ການເລື່ອນຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ວິທະຍາຄານເຕັກນິກການທະຫານຈຳນວນ 37 ສະຫາຍ. ໃນນັ້ນ, ຍົກຂັ້ນເງິນເດືອນ ຈາກຊັ້ນພັນໂທຂຶ້ນຮັບເງິນເດືອນຊັ້ນພັນເອກ ຈຳນວນ 6 ສະຫາຍ, ຍົກຂັ້ນເງິນເດືອນ ພັນຕີ ຂຶ້ນຮັບເງິນຊັ້ນພັນໂທ 1 ສະຫາຍ ເລື່ອນຊັ້ນຮ້ອຍເອກຂຶ້ນພັນຕີ ຈຳນວນ 2 ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນ ຮ້ອຍເອກ ຈຳນວນ 8 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທຂຶ້ນຮ້ອຍເອກ ຈຳນວນ 8 ສະຫາຍ,ເລື່ອນຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ ຈຳນວນ 2 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍຕີ ຂຶ້ນຮ້ອຍໂທ ຈຳນວນ 1 ສະຫາຍ, ປະດັບທຽບຊັ້ນຮ້ອຍໂທ 2 ສະຫາຍ, ເລື່ອນທຽບຊັ້ນ ວາທີ ຂຶ້ນ ຮ້ອຍຕີ ຈຳນວນ 2 ສະຫາຍ, ສີບເອກຂຶ້ນວາທີ 2 ສະຫາຍ, ສິບຕີຂຶ້ນ ສິບໂທ 3 ສະຫາຍ. ໂດຍ: ໄຂຄຳ ພົມມະສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ