ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ວິິທະຍາຄານການແພດກອງທັບ ປະກາດການຈັດຕັ້ງຂັ້ນພະແນກການ
ເວລາອອກຂ່າວ: 2019-10-04 09:44:00 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ໃນວັນທີ 2 ຕຸລາ 2019 ວິທະຍາຄານການແພດກອງທັບ ໄດ້ຈັດພິທີປະກາດການຈັດຕັ້ງ ພະແນກຄຸ້ມຄອງນັກສຶກສາແພດ ໂດຍໃຫ້ກຽດເຂົ້າຮ່ວມເປັນປະ ທານຂອງສະຫາຍພົນຈັດຕະວາ ບົວສິງ ອິນທະວົງ ຄະນະພັກອົງ ການກົມໃຫຍ່ພະລາທິການກອງ ທັບ ຫົວໜ້າກົມເສນາຮັກ ມີຄະນະພັກ-ຄະນະບັນຊາ ວິທະຍາ ຄານການແພດກອງທັບ, ຫ້ອງ ການ, ພະແນກການ, ພະນັກ ງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ໂນສັກ ພັນ ທະລາດ ຫົວໜ້າພະແນກບໍລິ ຫານກົມເສນາຮັກໄດ້ຜ່ານຂໍ້ຕົກ ລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າ ທີ່ໃໝ່, ແຕ່ງຕັ້ງສະຫາຍ ພັນໂທ ບຸນເກີດ ເຖື່ອນມູນ ຫົວໜ້າພະ ແນກຄຸ້ມຄອງນັກສຶກສາແພດວິ ທະຍາຄານການແພດກອງທັບ ໄປໃຫ້ໂຮງໝໍບໍລິເວນ 106 ແລະ ແຕ່ງຕັ້ງເປັນຫົວໜ້າພະແນກ ການຢາ ໂຮງໝໍບໍລິເວນ 106, ແຕ່ງຕັ້ງ ສະຫາຍ ພັນໂທ ສົມສະ ນິດ ສອນທະສັກ ຈາກສະຖາບັນ ການຢາ-ການແພດພື້ນເມືອງ ກອງທັບ ມາຢູ່ວິທະຍາຄານການ ແພດກອງທັບ ແຕ່ງຕັ້ງເປັນຫົວ ໜ້າພະແນກຄຸ້ມຄອງນັກສຶກສາ ແພດ ວິທະຍາຄານການແພດ ກອງທັບ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ບົວສິງ ອິນທະວົງ ຄະນະ ພັກອົງການກົມໃຫຍ່ພະລາທິ ການກອງທັບ ຫົວໜ້າກົມເສນາ ຮັກໄດ້ໂອ້ລົມຕໍ່ພະນັກງານທີ່ໄດ້ ຮັບການແຕ່ງຕັ້ງໄປຮັບໜ້າທີ່ໃໝ່ ຈຸດປະສົງເພື່ອປັບປຸງບູລະນະ ກົງຈັກການຈັດຕັ້ງ, ນຳພາບັນ ຊາໃນກຳລັງປະກອບອາວຸດໃຫ້ ເຂັ້ມແຂງ ໜັກແໜ້ນ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່,​ ປົກປັກ ຮັກສາ ແລະ ພັດທະນາປະເທດ ຊາດ ໂດຍສະເພາະເນັ້ນໜັກ ວຽກງານວິຊາສະເພາະເສນາ ຮັກໃຫ້ເຂັ້ມແຂງທັນສະໄໝ ຕາມຄວາມຮຽກຮ້ອງຕ້ອງການ ໂດຍອີງໃສ່ຄວາມຮູ້ຄວາມສາ ມາດ, ຄວາມເຊື່ອໝັ້ນຕໍ່ພະນັກ ງານທີ່ມີຜົນງານ, ມີຄວາມສຳ ເລັດໃນໜ້າທີ່ວຽກງານ ເຊິ່ງ ເປັນເງື່ອນໄຂເພື່ອນຳເອົາຄວາມ ຮູ້ວິທະຍາສາດດ້ານການແພດ ໄປພັດທະນາກົມກອງຕາມສະ ພາບເງື່ອນໄຂຕົວຈິງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ