ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ມີນາ 2025

  

ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານຊາວໜຸ່ມທົ່ວກອງພົນທີ 3
ເວລາອອກຂ່າວ: 2019-10-04 09:45:29 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 430 | ຄວາມນິຍົມ:



ກອງປະຊຸມສະຫຼຸບຖອດ ຖອນບົດຮຽນວຽກງານຊາວ ໜຸ່ມທົ່ວກອງພົນທີ 3 ໄລຍະ 5 ປີໄດ້ໄຂຂຶ້ນ ແລະ ອັດລົງ ດ້ວຍຜົນສຳເລັດຢ່າງຈົບງາມ ໃນວັນທີ 25 ກັນຍາ ໂດຍການ ເຂົ້າຮວ່ມເປັນປະທານຂອງ ສະ ຫາຍ ພົນຈັດຕະວາ ບຸນເຈື້ອຕຽນແສງດາວ ກຳມະການຄະ ນະພັກກະຊວງປ້ອງກັນປະເທດ, ເລຂາພັກ, ຫົວໜ້າການເມືອງ ກອງພົນທີ 3, ມີຄະນະພັກ-ຄະນະບັນຊາອົງການ 5 ຫອ້ງ, 3 ກອງພັນໃຫ່ຍ, ມີຄະນະບໍ ລິຫານງານຊາວໜຸ່ມຈາກກອງບັນຊາການທະຫານແຂວງອຸ ດົມໄຊ, ຄະນະບໍລິຫານງານຊາວ ໜຸ່ມ, ເມືອງຮຸນ, ເມືອງແບງ ແລະ ເມືອງປາກແບງຕະຫຼອດ ຮອດຄະນະບໍລິຫານງານຊາວ ໜຸ່ມມາຈາກກົມກອງທົ່ວກອງ ພົນທີ 3 ເຂົ້າຮວ່ມ. ສະຫາຍ ພັນໂທ ຈັນເຈີ ແກ້ວ ລາຕີ ຫົວໜ້າພະແນກຊາວໜຸ່ມ ກອງພົນທີ 3 ໄດ້ຂຶ້ນຜ່ານບົດ ສະຫຼຸບການເຄື່ອນໄຫວວຽກ ງານຊາວໜຸ່ມໄລຍະ 5 ປີ ຜ່ານ ມາ ແຕ່ປີ 2014-2019 ຜົນ ສຳເລັດຂອງການຈັດຕັ້ງວຽກ ງານໃນແຕ່ລະດ້ານ, ຕີລາຄາ ດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງ ຄ້າງທີ່ຕ້ອງໄດ້ຖອດຖອນບົດ ຮຽນເພື່ອປັບປຸງແກ້ໄຂ. ໄລຍະ ຜ່ານມາພະນັກງານສະມະຊິກ ຊາວໜຸ່ມ, ກອງພົນທີ 3 ໄດ້ຈັດ ຕັ້ງເຊື່ອມຊຶມບັນດາຂໍ້ກຳນົດ ກົດລະບຽບຂອງຄະນະພັກກະ ຊວງປ້ອງກັນປະເທດ, ຂອງກົມ ໃຫຍ່ການເມືອງກອງທັບ, ຄຳສັ່ງ ແນະນຳຂອງຫ້ອງການຊາວໜຸ່ມ ກອງທັບ ໂດຍປິ້ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງຄະ ນະພັກກະຊວງວາງອອກຕິດ ພັນກັບຂໍ້ແຂ່ງຂັນ 4 ບຸກທີ່ຄະ ນະບໍລິຫານງານສູນກາງຊາວ ໜຸ່ມປະຊາຊົນປະຕິວັດລາວວາງ ອອກ ເຫັນວ່າອົງການຈັດຕັ້ງ ຊາວໜຸ່ມກອງພົນທີ 3 ໄດ້ເຄື່ອນ ໄຫວຢ່າງເປັນຂະບວນກວ້າງ ຂວາງຕະຫຼອດໄລຍະ 5 ປີຜ່ານ ມາຄະນະພັກ-ຄະນະບັນຊາທຸກ ຂັ້ນໄດ້ຊີ້ນຳອົງການຈັດຕັ້ງຊາວ ໜຸ່ມທີ່ຢູ່ໃນຄວາມຮັບຜິດຊອບ ຂອງຕົນ ໂດຍເລັ່ງໃສ່ປັບປຸງ ຄຸນນະພາບເປັນກົກ, ເອົາດ້ານ ປະລິມານເປັນສຳຄັນ, ໂດຍຜ່ານ ການປະຕິບັດຂໍ້ແຂ່ງຂັ້ນ 4 ບຸກ ຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວຕະຫຼອດ 5 ປີ ທົ່ວກອງພົນທີ 3 ມີຄະນະບໍລິ ຫານງານຊາວໜຸ່ມໄດ້ຮັບນາມ ມະຍົດ 4 ບຸກຈຳນວນ 14 ຄະ ນະ, ໜ່ວຍນຳໜ້າ 4 ບຸກ 50 ໜ່ວຍ, ແຂງ 30 ໜ່ວຍ, ກາງ 9 ໜ່ວຍ, ມີສະມາຊິກນຳໜ້າ 4 ບຸກ 1.950 ສະຫາຍ, ແຂງ 361 ສະຫາຍ, ມີສະມາຊິກຊາວ ໜຸ່ມໄດ້ຮັບຍ້ອງຍໍຂອງສູນກາງ ຊາວໜຸ່ມປະຊາຊົນປະຕິວັດລາວ ຈຳນວນ 361 ສະຫາຍ, ໃບຊົມ ເຊີຍ 150 ສະຫາຍ, ໄດ້ຮັບຢັ້ງ ຢືນນາມມະຍົດ 4 ບຸກ 1.027 ສະຫາຍ, ວຽກງານສິລະປະວັນ ນະຄະດີໄປຮ່ວມການແຂ່ງຂັນ ວັນນະຄະດີທົ່ວກອງທັບທີ່ ແຂວງຫຼວງພະບາງເປັນເຈົ້າ ພາບສາມາດຍາດໄດ້ລ້າງວັນທີ II, ຕະຫຼອດໄລຍະ 5 ປີຜ່າມາ ບັນດາສະມາຊິກຊາວໜຸ່ມທົ່ວ ກອງພົນກໍຍັງໄດ້ປູກຝັງ-ລ້ຽງ ສັດເພີ່ມພູນຜະລິດຜົນແກ້ໄຂຊີ ວິດການເປັນຢູ່ຂອງຕົນຕອບສະ ໜອງພືດຜັກປ້ອນເຂົ້າເຮືອນ ຄົວລວມໄດ້ 85%, ປູກສາລີ 2 ເຮັກຕາ, ເກັບກູ້ໄດ້ 30.000 ກວ່າກິໂລ, ປູກຕົ້ນໄມ້ກິນໝາກ 3100 ຂຸມ, ຕົ້ນໄມ້ປະດັບ 3623 ຕົ້ນ, ພືດຜັກປະເພດຕ່າງໆໄດ້ 10.125 ກິໂລ, ລ້ຽງປາ 8 ໜອງປ່ອຍປາຈຳນວນ 10.000 ໂຕ, ລ້ຽງໝູ 78 ໂຕ, ແບ້ 85 ໂຕ, ລ້ຽງປະເພດສັດປີກ 3.200 ໂຕ, ສາມາດສ້າງລາຍຮັບໃຫ້ກົມກອງ ໄດ້ທັງໝົດ 347.810.000 ກີບ, ໃນນີ້ອົງການຊາວໜຸ່ມທົ່ວກອງ ພົນທີ 3 ຍັງໄດ້ສ້າງກອງທຶ່ນພັດ ທະນາຊາວໜຸ່ມເລີ່ມແຕ່ປີ 2014 ມາຮອດປັດຈຸບັນມີສະມາຊິກ ກອງທຶນທັງໝົດ 850 ກວ່າສະ ຫາຍ, ສາມາດສ້າງກອງທຶນໄດ້ ທັງໝົດ 83.200.000 ກີບ. ໂດຍ: ສີໂດ ດວງສະຫວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ