ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມສ່ອງແສງວຽກງານຮອບດ້ານ ເຂດ 8 ປະຈຳໄຕມາດ III ປີ 2019
ເວລາອອກຂ່າວ: 2019-10-04 09:47:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 89 | ຄວາມນິຍົມ:



ທ້າຍເດືອນກັນຍາຜ່ານມາ ນີ້, ກອງພັນໃຫຍ່ 279 ໄດ້ຮັບ ກຽດເປັນເຈົ້າໄດ້ຈັດກອງປະ ຊຸມສ່ອງແສງວຽກງານຮອບ ດ້ານເຂດ 8 ປະຈໍາໄຕມາດ III ປີ 2019, ໂດຍໃຫ້ກຽດເຂົ້າ ຮ່ວມເປັນປະທານ ຂອງສະຫາຍ ພົນຕີ ອ່ອນສີ ແສນສຸກ ກຳມະ ການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ, ເຊິ່ງມີບັນດາຄະ ນະພັກອົງການ, ວິທະຍາຄານ, ກອງພັນໃຫຍ່ ແລະ ວິຊາການ ເຂົ້າຮ່ວມ. ສະຫາຍ ພັນເອກ ບຸນຍັງ ແກ້ວດາມສີ ເລຂາພັກ, ຫົວໜ້າ ການເມືອງກອງພັນໃຫຍ່ 279 ໄດ້ຂຶ້ນຜ່ານບົດສະຫຼຸບລາຍ ງານວຽກງານຮອບດ້ານ ແລະ ການປັບປຸງກໍ່ສ້າງກົມກອງ ປະຈຳໄຕມາດທີ III ແລະ ທິດ ທາງໄຕມາດທີ IV ປີ 2019 ຂອງຄະນະພັກກອງພັນໃຫຍ່ 279, ໃນນັ້ນໄດ້ຍົກໃຫ້ເຫັນສະພາບຈຸດພິເສດ, ທີ່ຕັ້ງ, ພາລະບົດ ບາດໜ້າທີ່ຂອງກອງພັນໃຫຍ່ 279 ແລະ ສັງລວມສະພາບພົ້ນ ເດັ່ນໃນການສ້າງຂະບວນການ ຕ່າງໆ, ຕີລາຄາຜົນໄດ້ຮັບການ ເຄື່ອນໄຫວເຮັດໜ້າທີ່ການເມືອງ ການປັບປຸງກໍ່ສ້າງກົມກອງໄຕ ມາດ III ປີ 2019 ພ້ອມວາງທິດ ທາງແຜນການວຽກງານໄຕມາດ IV ປີ 2019, ສືບຕໍ່ປັບປຸງແກ້ ໄຂ, ຜັນຂະຫຍາຍທິດທາງ ແຜນການວຽກງານໄຕມາດ IV ປີ 2019 ໃຫ້ປະກົດຜົນເປັນ ຈິງ, ພ້ອມນັ້ນແຕ່ລະກົມກອງຍັງ ໄດ້ຜັດປ່ຽນກັນຂຶ້ນສະຫຼຸບລາຍ ງານວຽກງານຮອບດ້ານປະຈຳ ໄຕມາດ III ປີ 2019 ແລະ ວາງທິດທາງແຜນການວຽກ ງານໄຕມາດ IV ປີ 2019 ຂອງ ແຕ່ລະກົມກອງ. ໃນຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມຂອງ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ເຊິ່ງໄດ້ຊົມເຊີຍຕໍ່ຜົນ ສຳເລັດໃນໄລຍະ 3 ເດືອນຜ່ານ ມາທີ່ມີອັນພົ້ນເດັ່ນຫຼາຍດ້ານ, ເປັນຕົ້ນໄດ້ຍົກໃຫ້ເຫັນທາງດ້ານ ວຽກງານການສຶກສາອົບຮົມ ການເມືອງ-ນຳພາແນວຄິດເຮັດ ໃຫ້ພະນັກງານ-ນັກຮົບໃນແຕ່ ລະກົມກອງຂອງຕົນເຊື່ອໝັ້ນຕໍ່ ການຊີ້ນໍາ-ນໍາພາຂອງຄະນະພັກ ຂອງຕົນເຮັດສຳເລັດໜ້າທີ່ ທີ່ໄດ້ ມອບໝາຍຈາກຂັ້ນເທິງ, ໂດຍ ເຄື່ອນໄຫວປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຢູ່ໃນແຕ່ລະກົມ ກອງໃຫ້ປະກົດຜົນເປັນຈິງ. ພ້ອມ ນັ້ນ, ຍັງໄດ້ເນັ້ນໜັກໃຫ້ຄະນະ ພັກ-ຄະນະບັນຊາແຕ່ລະກົມ ກອງ, ຈົ່ງຍົກສູງພາລະບົດບາດ ເປັນເຈົ້າການໃນການຊີ້ນໍາ-ບັນ ຊາ, ຈັດຕັ້ງປະຕິບັດທຸກໜ້າທີ່ ວຽກງານວິຊາສະເພາະໃນກົມ ກອງຂອງຕົນໃຫ້ສຳເລັດໜ້າທີ່ ທີ່ໄດ້ຮັບການຈັດຕັ້ງມອບໝາຍ ແລະ ເຮັດໃຫ້ກົມກອງເຂັ້ມແຂງ ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ ຢຸດຢັ້ງ. ໂດຍ: ຄໍາພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ