
ກົມໃຫຍ່ການເມືອງກອງທັບ ທາບທາມເອົາບຸກຄະລາກອນເຂົ້າໃນຄະນະພັກຊຸດໃໝ່
ເວລາອອກຂ່າວ: 2019-10-04 09:49:10 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 1082 | ຄວາມນິຍົມ:
ກົມໃຫຍ່ການເມືອງກອງທັບ ຈັດກອງປະຊຸມທາບທາມຢັ່ງ ຫາງສຽງບຸກຄະລາກອນສະໝັກ ເຂົ້າເປັນຄະນະພັກຊຸດໃໝ່ ສະ
ໄໝທີ V ຮອບທີ 1 ໃນວັນທີ 3
ຕຸລາ 2019 ນີ້, ໂດຍການເປັນປະ ທານຂອງ ສະຫາຍ ພົນໂທ ປອ
ທອງລອຍ ສີລິວົງ ກຳມະການ
ສູນກາງພັກ ຮອງລັດຖະມົນຕີກະ
ຊວງປ້ອງກັນປະເທດ ຫົວໜ້າກົມ
ໃຫຍ່ການເມືອງທັບ, ມີຄະນະພັກ ກມທ, ມີຄະນະພັກ-ຄະນະບັນ ຊາກົມກອງອ້ອມຂ້າງທົ່ວ ກມທ
ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ພູມີ ດາລາເພັດ ຫົວໜ້າກົມພະນັກ ງານກົມໃຫຍ່ການເມືອງກອງທັບໄດ້ຂຶ້ນຜ່ານມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງເຂົ້າເປັນຄະນະ ພັກກົມໃຫຍ່ການເມືອງກອງທັບ ຊຸດໃໝ່ນີ້, ອີງຕາມມາດຕາ 12 ຂໍ້ 2 ກົດລະບຽບຂອງພັກ ສະໄໝທີ X ແລະ ມາດຕາ 3, 5, 7, 10 ແລະ 12 ຂອງມະຕິກົມການເມືອງສູນ ກາງພັກ ວ່າດ້ວຍມາດຖານພະ ນັກງານນໍາພາ-ບັນຊາ ເຊິ່ງຕ້ອງເປັນຜູ້ທີ່ມີມາດຖານເງື່ອນໄຂ
ຄົບຖ້ວນ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີຄຸນສົມບັດສິນທຳປະ
ຕິວັດ, ມີທັດສະນະການເມືອງ ໜັກແໜ້ນ, ມີຄວາມຈົງຮັກພັກດີ ຕໍ່ປະເທດຊາດຕໍ່ປະຊາຊົນ, ເປັນແບບຢ່າງໃນການປະຕິບັດກົດລະ ບຽບຂອງພັກ, ກົດໝາຍຂອງລັດ ຢ່າງເຂັ້ມງວດ, ມີຄວາມຮູ້-ຄວາມສາມາດອັນແນ່ນອນ, ມີແບບ
ແຜນວິທີເຮັດວຽກຖືກຕ້ອງ,
ເຄົາລົບ ແລະ ປະຕິບັດຫຼັກການ ລວມສູນປະຊາທິປະໄຕ, ມີສຸຂະ ພາບແຂງແຮງດີ.
ໂອກາດດັ່ງກ່າວ ສະຫາຍ ຫົວ ໜ້າກົມໃຫຍ່ການເມືອງ ກອງທັບ ກໍໄດ້ຊີ້ແຈ້ງອະທິບາຍບາດກ້າວການດໍາເນີນກອງປະຊຸມໃຫ້ເປົ້າ
ໝາຍທີ່ເຂົ້າຮ່ວມໄດ້ຮັບຮູ້ຢ່າງ ເລິກ ເຊິ່ງໂດຍໄດ້ເນັ້ນໜັກໃຫ້ ສະມາຊິກພັກທີ່ຈະເຂົ້າມາເປັນ ຄະນະພັກຊຸດໃໝ່ ແລະ ຜູ້ມາໃຊ້ ສິດຕ້ອງມີການໄຈ້ແຍກເບິ່ງທັດ ສະນະຄວາມຮູ້, ຄວາມສາມາດ ນໍາພາ-ບັນຊາກົມກອງ, ມີຄຸນ ສົມບັດສິນທຳປະຕິວັດ, ມີແບບ
ແຜນວິທີເຮັດວຽກທີ່ດີ, ເຮັດ
ວຽກເປັນໝູ່ຄະນະແບ່ງໃຫ້ບຸກ
ຄົນຮັບຜິດຊອບ, ປະຕິບັດຫຼັກ ການລວມສູນປະຊາທິປະໄຕ,
ເຮັດສໍາເລັດໜ້າທີ່ການເມືອງ ຂອງຕົນທີ່ການຈັດຕັ້ງຂັ້ນເທິງ
ມອບໝາຍໃຫ້ແນໃສ່ເຮັດໃຫ້ ການຄັດເລືອກຄະນະພັກຊຸດນີ້
ດໍາເນີນໄປຢ່າງຖືກຕ້ອງຕາມກົດ ລະບຽບພັກກໍຄືທິດທາງແຜນ ການເຄື່ອນໄຫວກະກຽມກອງ ປະຊຸມໃຫຍ່ໃນຄັ້ງນີ້ໄດ້ຮັບຜົນ ສູງ. ຈາກນັ້ນ, ພະນັກງານ,
ສະມາຊິກພັກກໍໄດ້ພ້ອມກັນໃຊ້ ສິດຂອງຕົນປ່ອນບັດທາບທາມ
ເອົາບຸກຄະລາກອນທີ່ຈະສະໝັກ
ເລືອກຕັ້ງເຂົ້າໃນຄະນະພັກກົມ ໃຫຍ່ການເມືອງກອງທັບສະໄໝ ທີ V ຮອບ 1 ໄດ້ສຳເລັດລົງຕາມ ແຜນການ.
ໂດຍ: ນາລີ ທະວີພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ