ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຄົບຄະນະປະຈຳປີ 2019 ຂອງຄະນະສະມາຊິກສະພາແຫ່ງຊາດເພດຍິງ
ເວລາອອກຂ່າວ: 2019-10-04 09:51:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ:



ໃນວັນທີ 3 ຕຸລາ 2019 ນີ້, ຢູ່ທີ່ສະພາແຫ່ງຊາດໄດ້ຈັດກອງປະຊຸມຄົບຄະນະປະຈຳປີ 2019 ຂອງຄະນະສະມາຊິກ ສະພາແຫ່ງຊາດເພດຍິງຂອງ ສະພາແຫ່ງຊາດຊຸດທີ VIII ຂຶ້ນໂດຍການເຂົ້າຮ່ວມເປັນປະທານ ຂອງທ່ານ ນາງ ສີໄສ ລືເດດ ມູນສອນ ກໍາມະການຄະນະບໍ ລິຫານງານສູນກາງພັກ ຮອງ ປະທານສະພາແຫ່ງຊາດ ຜູ້ຊີ້ ນໍາຄະນະສະມາຊິກສະພາແຫ່ງ ຊາດເພດຍິງ, ມີບັນດາທ່ານກໍາ ມະການຄະນະສະມາຊິກສະພາ ແຫ່ງຊາດເພດຍິງ ໃນເຂດເລືອກ ຕັ້ງຕ່າງໆໃນທົ່ວປະເທດ ແລະ ແຂກຖືກເຊີນເຂົ້າຮ່ວມ. ທ່ານ ນາງ ທັດສະດາ ພອນ ແສງສຸລິຍາ ປະທານຄະນະສະ ມາຊິກສະພາແຫ່ງຊາດເພດຍິງ ຂອງສະພາ ແຫ່ງຊາດຊຸດທີ VIII ໄດ້ໃຫ້ຮູ້ວ່າ: ກອງປະຊຸມ ຄົບຄະນະປະ ຈໍາປີ 2019 ຂອງ ຄະນະສະມາຊິກສະພາແຫ່ງຊາດ ເພດຍິງໃນຄັ້ງນີ້ຈັດຂຶ້ນເພື່ອເປັນ ການສະຫຼຸບຕີລາຄາຄືນຜົນການ ຈັດຕັ້ງປະຕິບັດວຽກງານ, ຄວາມ ຮັບຜິດຊອບຕາມພາລະບົດບາດ ຂອງຕົນໃນ 1 ປີຜ່ານມາ ໂດຍ ສະເພາະການເປັນເສນາທິການ ໃຫ້ແກ່ຂັ້ນເທິງຂອງຕົນໃນແຕ່ ລະດ້ານ, ພ້ອມນີ້ກໍເພື່ອເປັນການ ຜ່ານຮ່າງທິດທາງແຜນການປີ 2020 ຂອງຄະນະສະມາຊິກສະ ພາແຫ່ງຊາດເພດຍິງ, ຄຽງຄູ່ກັນ ນີ້ກໍເປັນການແລກປ່ຽນຖອດ ໂອນບົດຮຽນໃນການຈັດຕັ້ງປະ ຕິບັດວຽກງານຕົວຈິງ ບາງເຂດ ເລືອກຕັ້ງຂອງກໍາມະການຄະນະ ສະມາຊິກສະພາແຫ່ງຊາດເພດ ຍິງ ແລະ ຮັບຟັງບົດຮຽນໃນ ການສ້າງຄວາມເຂັ້ມແຂງໃຫ້ພະ ນັກງານເພດຍິງຕິດພັນກັບວຽກ ງານຕໍາແໜ່ງນໍາພາ-ຄຸ້ມຄອງ ຂອງຂັ້ນສູນກາງ ແລະ ທ້ອງຖິ່ນ ລວມທັງແຜນການກໍານົດຕໍາ ແໜ່ງງານຈາກການສະເໜີບົດ ຂອງບັນດາພາກສ່ວນທີ່ກ່ຽວ ຂ້ອງ. ໃນນັ້ນຈະໄດ້ພ້ອມກັນຮັບຟັງ ການສະເໜີບັນດາເນື້ອໃນ ຕ່າງໆຄຶ: ບົດສະຫຼຸບການເຄື່ອນ ໄຫວວຽກງານຂອງຄະນະສະ ມາຊິກສະພາແຫ່ງຊາດເພດຍິງ ປີ 2019 ແລະ ທິດທາງແຜນ ການປີ 2020, ຄໍາເຫັນໂອ້ລົມ ຂອງທ່ານຮອງປະທານສະພາ ແຫ່ງຊາດ ຜູ້ຊີ້ນໍາຄະນະສະມາ ຊິກສະພາແຫ່ງຊາດເພດຍິງ, ການສ້າງຄວາມເຂັ້ມແຂງໃຫ້ພະ ນັກງານເພດຍິງແຕ່ລະຂັ້ນຕິດ ພັນກັບວຽກງານຕຳແໜ່ງນໍາ ພາ-ຄຸ້ມຄອງຂັ້ນສູນກາງ ແລະ ທ້ອງຖິ່ນ, ການສ້າງຄວາມເຂັ້ມ ແຂງໃຫ້ພະນັກງານເພດຍິງຕິດ ພັນກັບແຜນການກໍານົດຕໍາແໜ່ງ ງານ, ຜົນການຕິດຕາມກວດກາ ການຈັດຕັ້ງປະຕິບັດແນວທາງ ນະໂຍບາຍ ແລະ ບັນດາກົດໝາຍ ຕິດພັນກັບການເຄື່ອນຍ້າຍແຮງ ງານເພດຍິງຢູ່ແຂວງ ສາລະວັນ, ຜົນການຕິດຕາມກວດກາການ ຈັດຕັ້ງປະຕິບັດແນວທາງນະໂຍ ບາຍ ແລະ ກົດໝາຍກ່ຽວກັບ ການຕ້ານ ແລະ ສະກັດກັ້ນການ ໃຊ້ຄວາມຮຸນແຮງຕໍ່ເພດຍິງ ແລະ ເດັກຢູ່ແຂວງສະຫວັນນະ ເຂດ, ຮ່າງມະຕິກອງປະຊຸມຄົບ ຄະນະປະຈໍາປີ 2019 ຂອງຄະ ນະສະມາຊິກສະພາແຫ່ງຊາດ ເພດຍິງ. ກອງປະຊຸມໃນຄັ້ງນີ້ຈະ ໄດ້ດໍາເນີນເປັນເວລາ 2 ວັນ. ໂດຍ: ຄຳປ໋ອກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ