
ຮອງນາຍົກລັດຖະມົນຕີຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ
ເວລາອອກຂ່າວ: 2019-10-04 09:52:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 239839663 | ຄວາມນິຍົມ:
ວັນທີ 2 ຕຸລາ 2019 ນີ້, ທ່ານ ປອ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມ ດ້ວຍຄະນະ ລົງເຄື່ອນໄຫວຢ້ຽມຢາມແຂວງຄຳມ່ວນ ໂດຍມີທ່ານ ສົມໃຈ ເພັດສີນວນ ຮອງເລຂາ ພັກແຂວງ, ປະທານສະພາປະຊາ ຊົນແຂວງຄຳມ່ວນ ພ້ອມດ້ວຍ ຄະນະປະຈຳພັກແຂວງ, ຄະນະນຳ
ຂອງແຂວງໃຫ້ການຕ້ອນຮັບ.
ໂອກາດລົງເຄື່ອນໄຫວຢ້ຽມ ຢາມໃນຄັ້ງນີ້, ທ່ານຮອງນາຍົກ ລັດຖະມົນຕີ ໄດ້ຮັບຟັງການລາຍ ງານກ່ຽວກັບແຜນການພັດທະ
ນາເສດຖະກິດ-ສັງຄົມ, ແຜນ
ການກະກຽມດໍາເນີນກອງປະຊຸມ ໃຫຍ່ 3 ຂັ້ນ, ລາຍງານກ່ຽວກັບ ຜົນເສຍຫາຍຈາກໄພນ້ຳຖ້ວມ ແລະ ການແກ້ໄຂຜົນກະທົບຫຼັງໄພ ນໍ້າຖ້ວມ ເຊິ່ງທ່ານຮອງເລຂາ ພັກແຂວງໄດ້ລາຍງານໃຫ້ຮູ້ວ່າ: ການພັດທະນາເສດຖະກິດ-ສັງ
ຄົມໃນປີ 2018 ແຂວງຄຳມ່ວນ
ແມ່ນມີເສດຖະກິດຂະຫຍາຍ ຕົວຢ່າງຕໍ່ເນື່ອງດ້ວຍຈັງຫວະ ທີ່ໝັ້ນທ່ຽງໃນລະດັບ 6,56% ລວມຍອດຜະລິດຕະພັນພາຍໃນ (GDP) ບັນລຸ 7.437,72 ຕື້ກີບ,
ສະເລ່ຍຕໍ່ຫົວຄົນໄດ້ 17 ລ້ານ ກວ່າກີບ ຫຼື ເທົ່າກັບ 2.121 ໂດລາ
ສະຫະລັດຕໍ່ຄົນຕໍ່ປີ, ໂຄງປະກອບ ທາງດ້ານເສດຖະກິດມີກະສິກຳ-ປ່າໄມ້ກວມ 22,90%, ອຸດສາຫະ
ກຳກວມ 22,94% ແລະ ການ
ບໍລິການກວມ 54,16% ຂອງ
GDP. ສະພາບໄພພິບັດນໍ້າຖ້ວມ ປີ 2019 ປະຊາຊົນທີ່ໄດ້ຮັບຜົນ ກະທົບທັງໝົດ 231 ບ້ານ, ມີ 16.670 ຄອບຄົວ, ພົນລະເມືອງ 69.844 ຄົນ ເນື້ອທີ່ນາ 19.577 ເຮັກຕາ ແລະ ສວນ 905 ເຮັກຕາ, ໜອງປາຖືກນໍ້າຖ້ວມ 326 ໜອງ, ລະບົບຊົນລະປະທານຖືກເສຍ ຫາຍ 52 ແຫ່ງ, ເສັ້ນທາງຖືກນ້ຳ ຖ້ວມ 31 ເສັ້ນ, ຂົວ 11 ແຫ່ງ, ດ້ານ
ວຽກງານການກະກຽມກອງປະ ຊຸມໃຫຍ່ 3 ຂັ້ນແມ່ນໄດ້ປະຕິບັດ ຕາມຄຳສັ່ງຂອງຄະນະເລຂາທິ ການສູນກາງພັກຢ່າງເຂັ້ມງວດ ເຊັ່ນ: ດ້ານເນື້ອໃນ, ດ້ານບຸກຄະ ລາກອນ, ດ້ານຂະບວນການ ແລະ
ອະນຸກຳມະການອື່ນໆ, ການທາບ ທາມຮອບສອງແມ່ນໄດ້ສຳເລັດ ທຸກເມືອງ. ພິເສດເມືອງໜອງ ບົກຈະໄດ້ດຳເນີນກອງປະຊຸມ ໃຫຍ່ຂອງອົງຄະນະພັກເມືອງ ຂຶ້ນເປັນເມືອງທຳອິດຂອງແຂວງ ໃນລະຫວ່າງ ວັນທີ 8-9 ຕຸລາ 2019 ທີ່ຈະມາເຖິງນີ້.
ທ່ານຮອງນາຍົກລັດຖະມົນ ຕີກໍ່ໄດ້ໂອ້ລົມ ເຊິ່ງໄດ້ຮຽກຮ້ອງ ໃຫ້ພະນັກງານການນຳຂອງ ແຂວງຈົ່ງໄດ້ສືບຕໍ່ເອົາໃຈໃສ່ ວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ໂດຍສະເພາະ ໃນຊ່ວງກະກຽມ ແລະ ດຳເນີນ
ກອງປະຊຸມໃຫຍ່ 3 ຂັ້ນ ໃຫ້ມີ
ຄວາມສະຫງົບ ແລະ ເປັນລະ ບຽບຮຽບຮ້ອຍດີ, ສືບຕໍ່ປະຕິບັດ ເກັບລາຍຮັບເຂົ້າງົບປະມານໃຫ້ ບັນລຸຕາມແຜນການທີ່ວາງໄວ້, ສືບຕໍ່ກະກຽມໃຫ້ແກ່ກອງປະຊຸມ
ໃຫຍ່ 3 ຂັ້ນ ຕິດພັນກັບ 3 ວຽກ
ງານໃຫຍ່ຄື: ວຽກງານຂະບວນ ການ, ດ້ານເນື້ອໃນ ແລະ ໂຄງ
ປະກອບບຸກຄະລາກອນຮັບປະ
ກັນເຮັດໃຫ້ການດຳເນີນກອງ ປະຊຸມໃຫຍ່ 3 ຂັ້ນໄດ້ດຳເນີນໄປ ຢ່າງຖືກຕ້ອງຕາມເປົ້າໝາຍ, ທັນກັບເວລາທີ່ກຳນົດ ແລະ ໄດ້
ຮັບປະສິດທິຜົນສູງ, ສືບຕໍ່ປັບ ປຸງປົວແປງ ແລະ ຟື້ນຟູຊີວິດ ການເປັນຢູ່ຂອງປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ເປັນຕົ້ນທາງດ້ານພື້ນຖານໂຄງ ລ່າງ, ຖະໜົນຫົນທາງ, ໂຮງ ຮຽນ, ສຸກສາລາ ແລະ ອື່ນໆ ຕິດ
ພັນກັບການຊຸກຍູ້ການຜະລິດ ເປັນສິນຄ້າຂອງປະຊາຊົນ ໂດຍ
ອີງໃສ່ທ່າແຮງ ແລະ ເງື່ອນ ໄຂຂອງແຕ່ລະທ້ອງຖິ່ນ. ໂອກາດ ດັ່ງກ່າວທ່ານຮອງນາຍົກລັດຖະ ມົນຕີ ຍັງໄດ້ມອບເງິນຈຳນວນ 100 ລ້ານກີບ ເພື່ອນຳໃຊ້ເຂົ້າ ໃນການຟື້ນຟູຊີວິດການເປັນຢູ່ ຂອງ ປະຊາຊົນທີ່ໄດ້ຮັບຜົນກະທົບ ຈາກໄພນ້ຳຖ້ວມໃນທົ່ວແຂວງ.
ຂ່າວ: ກອງຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ