ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພົບປະການນຳ ແຫ່ງ ສສ ຫວຽດນາມ
ເວລາອອກຂ່າວ: 2019-10-04 09:54:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 77 | ຄວາມນິຍົມ:



ໃນວັນທີ 02 ຕຸລາ 2019 ນີ້, ທີ່ນະຄອນຫຼວງຮ່າໂນ້ຍ, ໃນ ໂອກາດຢ້ຽມຢາມ ສສ ຫວຽດ ສະຫາຍ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຂອງລາວໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຫງວຽນ ຝູ້ຈ໋ອງ, ເລຂາທິການໃຫຍ່, ປະທານປະ ເທດ ແຫ່ງ ສສ ຫວຽດນາມ, ທີ່ຫ້ອງວ່າການສູນກາງພັກ ແລະ ເຂົ້າຢ້ຽມພົບປະສະຫາຍຫວຽນ ທິ ກິມ ເງິນ, ປະທານ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ, ທີ່ສະພາແຫ່ງ ຊາດ. ການພົບປະໃນຄັ້ງນີ້, ສະ ຫາຍ ນາຍົກລັດຖະມົນຕີ ທອງ ລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ບັນດາ ການນຳ ແຫ່ງ ສສ ຫວຽດນາມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບ ອຸ່ນ, ນຳເອົາຄວາມຢື້ຢາມຖາມ ຂ່າວຈາກການນຳຂັ້ນສູງຂອງ ລາວເຖິງບັນດາການນຳຂັ້ນ ສູງຫວຽດ ນາມ ແລະ ໄດ້ແຈ້ງ ໃຫ້ຊາບເຖິງຈຸດປະສົງຂອງ ການຢ້ຽມຢາມ ກໍຄືຜົນການພົບ ປະເຮັດວຽກກັບສະຫາຍນາຍົກ ລັດຖະມົນຕີ ຫງວຽນ ຊວັນ ຟຸກ, ເຊິ່ງທັງສອງຝ່າຍໄດ້ທົບທວນຄືນການຮ່ວມມື ກໍຄືການຈັດຕັ້ງປະຕິບັດບັນດາເອກະສານ ຮ່ວມມືສອງຝ່າຍໄລຍະຜ່ານມາ, ຊຸກຍູ້ການແກ້ໄຂບັນຫາທີ່ຄົງຄ້າງ ແລະ ວາງທິດທາງແຜນການໃນຕໍ່ ໜ້າຮ່ວມກັນ. ການນໍາຂັ້ນສູງ ແຫ່ງ ສສ ຫວຽດນາມ ກໍໄດ້ສະ ແດງຄວາມຊົມເຊີຍ ແລະ ຕີລາ ຄາສູງໃນການເຮັດວຽກຮ່ວມ ກັນຂອງສອງລັດຖະບານ ໂດຍ ສະເພາະແມ່ນສອງນາຍົກລັດ ຖະມົນຕີ ລາວ-ຫວຽດນາມ ທີ່ ໄດ້ເຮັດວຽກຮ່ວມກັນຢ່າງໃກ້ ຊິດ ແລະ ເອົາຈິງເອົາຈັງ, ເຊິ່ງເຮັດໃຫ້ການພົວພັນຮ່ວມມືລະ ຫວ່າງສອງປະເທດຖືກຫັນເປັນ ຮູບປະທຳ ເພື່ອຜົນປະໂຫຍດ ຂອງສອງຊາດ. ສອງພັກ, ລັດ ຖະບານ ກໍຄືສອງສະພາແຫ່ງຊາດ ລາວ-ຫວຽດນາມ ກໍຈະເຮັດ ວຽກຮ່ວມກັນ ເພື່ອສ້າງເງື່ອນ ໄຂອຳນວຍຄວາມສະດວກຕໍ່ ການປະຕິບັດວຽກງານໃຫ້ໄດ້ ຮັບປະສິດທິຜົນສູງສຸດ. ໃນວັນດຽວກັນ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຍັງໄດ້ນຳພາຄະນະ ຜູ້ແທນຂັ້ນສູງຂອງລາວເດີນ ທາງໄປວາງພວງມາລາ ທີ່ ສຸສານປະທານ ໂຮ່ຈີມິນ ແລະ ອະນຸ ສອນສະຖານນັກຮົບວິລະຊົນ ຫວຽດນາມ. ນອກນັ້ນ, ຍັງໄດ້ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ກຸ່ມບໍລິສັດເອກະຊົນ ໃຫຍ່ຂອງຫວຽດນາມຈຳນວນ ໜຶ່ງທີ່ໃຫ້ຄວາມສົນໃຈໃນການ ເຂົ້າມາລົງທຶນ ຢູ່ ສປປ ລາວ. ໃນຕອນບ່າຍ, ສະຫາຍນາຍົກລັດ ຖະມົນຕີ ທອງລຸນ ສີສຸລິດ ພ້ອມ ດ້ວຍຄະນະຜູ້ແທນຂັ້ນສູງຂອງ ລາວ ຍັງໄດ້ສືບຕໍ່ເດີນທາງ ໄປຢ້ຽມຢາມເຮັດວຽກຢູ່ນະ ຄອນດານັງ, ສສ ຫວຽດນາມ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ