ອົງການຈັດຕັ້ງມະຫາຊົນ ທະຫານນະຄອນຫຼວງວຽງຈັນ ມອບເຄື່ອງຊຸກຍູ້ໜ່ວຍງານຂຸດຄົ້ນອັດຖິ
ເວລາອອກຂ່າວ: 2026-05-14 10:36:48 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 130 | ຄວາມນິຍົມ: ![]()
ວັນທີ 6 ພຶດສະພາ 2026, ອົງການຈັດຕັ້ງມະຫາຊົນ: ຊາວໜຸ່ມ-ສະຫະພັນແມ່ຍິງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ນຳເອົາເຄື່ອງບໍລິໂພກ ປະເພດນ້ຳດື່ມ ຈຳນວນ 40 ແພັກ, ໝີ່ສຳເລັດຮູບ 11 ແກັດ, ເຄື່ອງດື່ມຊູ່ກຳລັງ ເອັມ 150 ຈຳນວນ 1 ແກັດ, ສະປອນເຊີ 3 ແກັດ, ກາເຟ 5 ຖົງ ແລະ ອື່ນໆ ລວມມູນຄ່າທັງໝົດ 5.000.000 ກວ່າກີບ ໄປມອບໃຫ້ແກ່ໜ່ວຍງານຂຸດຄົ້ນອັດຖິທະຫານອາສາສະໜັກ ແລະ ຊ່ຽວຊານ ຫວຽດນາມ ທີ່ກຳລັງປະຕິບັດໜ້າທີ່ໃນການຂຸດຄົ້ນອັດຖິຢູ່ຕາມຂອບເຂດບໍລິເວນໃກ້ຄ່ຽງກັບບ້ານດົງຄວາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ເພື່ອເປັນການກະຕຸກຊຸກຍູ້ໃຫ້ຂວັນກຳລັງໃຈແກ່ອ້າຍນ້ອງໜ່ວຍງານດັ່ງກ່າວ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ໃນການຂຸດຄົ້ນອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນສູ່ປະເທດ ໃຫ້ໄດ້ຕາມທີ່ ພັກ-ລັດ ກໍຄືປະຊາຊົນມອບໝາຍໃຫ້.
ສະຫາຍ ພັນໂທ ເຂັມເພັດ ຫັນທະວົງ ຮອງຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ໄດ້ຕາງໜ້າກ່າວມອບເຄື່ອງດັ່ງກ່າວ; ຈາກນັ້ນ, ສະຫາຍ ພັນໂທ ເຈິ່ນ ວັນທົ່ງ ຫົວໜ້າໜ່ວຍງານຂຸດຄົ້ນອັດ
ຖິທະຫານອາສາສະໜັກ ແລະ ຊ່ຽວຊານຫວຽດນາມ ກໍໄດ້ກ່າວຮັບເຄື່ອງພ້ອມທັງ ໄດ້ສະແດງຄວາມຂອບໃຈມາຍັງອົງການຈັດຕັ້ງມະຫາຊົນ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ທີ່ເຫັນໄດ້ຄວາມໝາຍຄວາມສຳຄັນຂອງວຽກງານຂຸດຄົ້ນອັດຖິເປັນຢ່າງສູງ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳເອົາເຄື່ອງດັ່ງກ່າວໄປໝູນໃຊ້ໃຫ້ສອດຄ່ອງກັບໜ້າທີ່ວຽກງານຕົວຈິງ.
ໂດຍ: ແສງດາລາ ໄຊຍະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















