ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ພິທີ​ເປີດ​ບ້ານ​ແຮກສ່ຽວ ລະຫວ່າງ ກອງ​ບັນຊາ​ການ​ທະຫານ ​ເມືອງ​ມຸນ​ລະ​ປະ​ໂມກ, ກອງພັນ 28 ກັບ ບ້ານ​ປໍ-ບ້ານ​ເຂັມ
ເວລາອອກຂ່າວ: 2026-05-14 10:42:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 120 | ຄວາມນິຍົມ:



ພິທີ​ເປີດ​ການ​ສ້າງ​ບ້ານ​ແຮກສ່ຽວ ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ເມືອງ​ມຸນ​ລະ​ປະ​ໂມກ ກອງພັນ 28 ກັບ ບ້ານ​ປໍ, ບ້ານ​ເຂັມ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 6 ພຶດ ​ສະພາ 2026 ທີ່ຜ່ານມານີ້, ໂດຍ​ການ​ເປັນ​ປະທານ​ຂອງ​ ສະຫາຍ ວັນນະ​ເດດ ແກ້ວ​ຈັນທາ ຮອງ​ເລຂາ​ພັກ​ເມືອງ, ປະທານຄະນະ​ກຳມະການ​ປົກຄອງ​ເມືອງ​ມຸນລະ ​ປະໂມກ, ມີສະຫາຍ ພັນ​ເອກ ພູເວີນ ສູນ​ນິ​ວົງ ຫົວໜ້າ​ຫ້ອງ​ການເມືອງ​ກອງ​ບັນຊາການ ທະຫານ​ແຂວງ​ຈຳປາ​ສັກ, ມີ ສະຫາຍ ພັນ​ໂທ ສຸ​ລິ​ວັນ ເພັງ​ພົງ​ສະຫວັນ ຄະນະ​ປະຈຳ​ພັກ​ເມືອງ ຫົວໜ້າ​ການເມືອງ ກອງ​ບັນຊາ​ທະຫານ​ເມືອງ​ມຸນ​ລະ​ປະ​ໂມກ, ມີ ສະຫາຍ ພັນ​ໂທ ບຸນ​ມີ ແກ້ວ​ວຽງ​ສາ ຫົວໜ້າ​ການ​ທະຫານ​ກອງພັນ 28, ມີພະແນກການ​ທີ່​ກ່ຽວຂ້ອງ​ຈາກ​ກອງ​ບັນຊາ​ການ​ທະຫານ​ແຂວງ, ແຂກຖືກ ​ເຊີນ​ຈາກ ຕາແສງໜອງງາ, ກົມ​ກອງ​ອ້ອມ​ຂ້າງ ແລະ ພະ ນັກງານ-ນັກຮົບຈາກກອງບັນ ຊາ​ການ​ທະຫານ​ເມືອງ, ກອງ ພັນ, ກອງຮ້ອຍ​ທະຫານຊາຍ​ ແດນ, ອົງການ​ປົກຄອງບ້ານຕະ ຫຼອດຮອດ​ພໍ່​ແມ່​ປະຊາຊົນພາຍ ​ໃນ​ບ້ານ​ປໍ, ບ້ານ​ເຂັມເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ສາລີ ພະ​ລັກ​ສາ ຫົວໜ້າ​ພະ​ແນກ​ກໍ່ສ້າງ​ຮາກ​ຖານ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ຂຶ້ນ​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ແລະ ຂໍ້​ຕົກລົງ​ຂອງ​ປະທານ​ຄະນະ​ກຳ ມະການ ​ປກຊ-​ປກສ ເມືອງ​ມຸນ​ລະ​ປະ​ໂມກ ທັງ 2 ກົມ​ກອງ ວ່າ​ດວ້ຍ​ການ​ອະນຸມັດ ໃຫ້​ກອງ​ບັນຊາ​ການ​ທະຫານ​ເມືອງ​ມຸນ​ລະ​ປະ​ໂມກ ແຮກສ່ຽວ​ກັບ ອົງການ​ປົກຄອງ​ບ້ານປໍ, ບ້ານ​ເຂັມ ແລະ ກອງພັນ 28 ແຮກສ່ຽວ ກັບ ບ້ານ​ເຂັມ ເມືອງ​ມຸນ​ລະ​ປະ​ໂມກ ແຂວງ​ຈຳປາ​ສັກ, ຈາກ​ນັ້ນ​ກໍໄດ້​ຮັບ​ຟັງ​ການ​ເລົ່າ​ປະຫວັດ​ຄວາມ​ເປັນ​ມາ​ໂດຍ​ຫຍໍ້ ຂອງ​ທັງ 2 ກົມ​ກອງ ແລະ ຂອງ​ບ້ານ, ພ້ອມ​ທັງ​ໄດ້​ຮັບ​ຟັງ​ການ​ຜ່ານ​ບົດ​ສະຫຼຸບ​ກ່ຽວ​ກັບການຈັດຕັ້ງ​ປະຕິບັດ​ການ​ພົວພັນ​ຮ່ວມ​ມື​ກັນ​ໃນ​ໄລຍະ​ຜ່ານ​ມາ ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ເມືອງ​ມຸນ​ລະ​ປະ​ໂມກ, ກອງພັນ 28 ກັບ ບ້ານ ປໍ-ບ້ານ​ເຂັມ ເປັນຕົ້ນແມ່ນ​ວຽກ​ງານ​ການ​ສືກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ ໂດຍ​ໄດ້​ຖື​ເອົາ​ວຽກ​ງານ​ສືກ​ສາ​ອົບຮົມ​ພໍ່​ແມ່​ປະຊາຊົນ​ບັນດາເຜົ່າ​ພາຍ​ໃນ​ບ້ານ ໃຫ້​ຮັບ​ຮູ້ ແລະ ເຂົ້າໃຈ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ-ລະບຽບ​ກົດໝາຍ​ຂອງ​ລັດ, ສືກ​ສາ​ອົບຮົມ ຊາວ​ໜຸ່ມ, ເຍົາວະ​ຊົນ, ອະນຸຊົນ​ພາຍ​ໃນ​ບ້ານ​ໃຫ້​ມີ​ນ້ຳໃຈ​ຮັກ​ຊາດ, ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ໄດ້​ປະສານ​ສົມທົບ​ເຊິ່ງ​ກັນ ແລະ ກັນ ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ປ້ອງ​ກັນ​ເວນຍາມ​ຂອບ​ເຂດ​ທີ່​ຕົນ​ຮັບຜິດຊອບ​ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ​ໂດຍ​ພື້ນຖານ. ຈຸດປະສົງ​ການ​ສ້າງ​ບ້ານ​ແຮກສ່ຽວ​ຄັ້ງ​ນີ້, ແມ່ນ​ເປັນ​ການ​ສືບຕໍ່​ປະຕິບັດ​ຍຸດ​ທະ​ສາດ​ການ​ຫັນ​ລົງ​ກໍ່ສ້າງ​ຮາກ​ຖານ​ການເມືອງ, ສ້າງ​ທ່າ​ສະໜາມ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ, ສ້າງ​ບ້ານ​ປ້ອມ​ໝັ້ນກຸ່ມ​ບ້ານ​ສູ້​ຮົບ​ຕິດ​ລ່ຽນ, ສືບຕໍ່​ສ້າງ​ຄອບຄົວ ແລະ ບ້ານ​ປ້ອງ​ກັນ​ຊາດ​ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ນຳ​ເອົາ​ແນວທາງ​ມະຕິ​ຄຳ​ສັ່ງ​ຂອງ​ພັກ-ລັດ, ຂໍ້​ກຳນົດ​ລະບຽບ​ກົດໝາຍ​ຕ່າງໆລົງ​ເຜີຍແຜ່ ໃຫ້​ພໍ່​ແມ່​ປະຊາຊົນ​ມີ​ຄວາມ​ຮັບ​ຮູ້​ເຂົ້າໃຈ​ຕໍ່​ວຽກ​ງານ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ກັນ​ຮ່ວມ​ມື​ສະກັດ​ກັ້ນ ແລະ ແກ້​ໄຂ​ປະກົດ​ການ​ຫຍໍ້ທໍ້​ທີ່​ຈະ​ເກີດ​ຂຶ້ນ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ, ໂດຍ​ຖື​ເອົາ​ວຽກ​ງານ 3 ສ້າງ​ຢ່າງ​ແທ້​ຈິງ. ຂ່າວ-ພາບ: ສົມ​ພອນ ພົງ​ສະ​ຫວັດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ