ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ ປາຖະກະຖາ​ວັນສຳຄັນຕ່າງໆ
ເວລາອອກຂ່າວ: 2026-05-14 10:44:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 240 | ຄວາມນິຍົມ:



ວັນ​ທີ 7 ພຶດສະພາ 2026 ນີ້, ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ​ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດ​ພິທີ​ປາຖະກະຖາ​ວັນ​ສຳຄັນ​ທາງ​ປະຫວັດສາດ​ສອງ​ວັນ​ຂຶ້ນ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ​ປອ ໂພນ​ທອງ ພັນ​ຈະເລີນ​ພົນ ຮອງ​ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ ການ​ທະຫານ, ມີ​ຄະນະ​ພັກ-ຄະນະ​ບັນຊາ, ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ພາຍ​ໃນ​ກົມ​ເຂົ້າ​ຮ່ວມ​ຮັບ​ຟັງ. ສະຫາຍ ປະທານ​ໄດ້​ຫວນ​ຄືນ​ມູນເຊື້ອ​ສອງ​ວັນ​ປະຫວັດສາດ​ເປັນຕົ້ນ​ແມ່ນ​ວັນ​ສ້າງຕັ້ງ​ສາຍ​ພົວພັນ​ຮ່ວມ​ມື​ທາງ​ການ​ທູດ​ ລາວ-ຈີນ ​ທີ 25 ເມສາ 1961-25 ເມສາ 2026 ຄົບຮອບ 65 ປີ ແລະ ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ​ຄົບຮອບ 51 ປີ, ​ເຊິ່ງ​ທັງ​ສອງ​ເອກະສານ​ຖື​ວ່າ​ມີ​ຄວາມ​ໝາຍ, ຄວາມ​ສຳຄັນ​ຕໍ່​ພັກ-ລັດ ແລະ ປະຊາຊົນ​ລາວ​ເປັນ​ເຫດການ, ການເມືອງ​ທີ່​ປະເທດ​ລາວ, ປະຊາຊົນ ​ລາວ​ໄດ້​ຈົດ​ຈຳ​ລຳ​ລຶກ​ຕໍ່​ພາລະກິດ​ປະຕິວັດ​ປົດ​ປ່ອຍ​ຂອງ​ຊາດ​ລາວ ແລະ ຍຸກ​ສ້າງສາ​ພັດທະນາ​ປະເທດ​ຊາດ, ສອງ​ປະເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເປັນ​ເພື່ອນ​ມິດ​ພິເສດ​ເຄີຍ​ຊ່ວຍເຫຼືອ​ຄຽງ​ບ່າ​ຄຽງ​ໄຫຼ່​ຕໍ່ສູ້​ປົດ​ປ່ອຍປະ​ເທດ​ເຄີຍ​ມີ​ມູນເຊື້ອ​ຊ່ວຍເຫຼືອ​ກັນ​ຕະຫຼອດ​ມາ. ໂອກາດ​ນີ້, ຍັງ​ໄດ້​ກ່າວ​ບາງ​ຕອນ​ຕໍ່​ວັນ​ສຳຄັນ​ມູນເຊື້ອ​ໄຊຊະນະ​ຄັ້ງ​ຍິ່ງ​ໃຫຍ່​ບັ້ນ​ຮົບ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ ໃນ​ວັນ​ທີ 30 ເມສາ 2026 ຄົບຮອບ 51 ປີ​ເປັນ​ເຫດການ​ປະຫວັດສາດ​ຂອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ​ ຍາດ​ມາ​ໄດ້​ໃນ​ການ​ຕໍ່ສູ້​ຕີ​ກັບ​ຈັກກະພັດ​ອາ​ເມ​ຣິ​ກາ ແລະ ລູກ​ແຫຼ່ງ​ຕີນ​ມື​ຂອງ​ພວກ​ມັນ​ສາມາດ​ໂຮມ​ເອົາ​ປະເທດ​ຫວຽດນາມ​ທັງ​ສອງ​ພາກ​ເຂົ້າກັນ​ຢ່າງ​ສົມບູນ​ເງື່ອນໄຂ​ອັນ​ດີ​ເຮັດ​ໃຫ້​ປະເທດ​ລາວ​ສາມາດ​ຍຶດ​ອຳນາດ​ປົດ​ປ່ອຍປະ​ເທດ​ອອກ​ຈາກ​ແອກ​ປົກຄອງ​ສັດຕູ​ໂຕ​ດຽວ​ກັນ​ ສາມາດ​ສະຖາປະນາ​ປະເທດ ​ສປປ ລາວ ໃນ​ວັນ​ທີ 2 ທັນວາ ປີ 1975 ເນື້ອ​ໃນ​ເອກະສານ​ເລົ່າ​ມູນເຊື້ອ​ວັນ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ​ ໄດ້​ຍົກ​ໃຫ້​ເຫັນ​ເນື້ອ​ໃນ​ສຳຄັນ​ຕົ້ນຕໍ​ແມ່ນ​ມູນເຊື້ອ​ການ​ຕໍ່ສູ້​ສອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ ຍຸດ​ທະ​ສາດ​ຫັນປ່ຽນໂດຍສັນຕິຂອງ​ຈັກກະພັດ​ອາ​ເມ​ຣິ​ກາ​ຕໍ່​ພາກ​ໃຕ້​ຫວຽດນາມ, ຂະ​ບວນ​ລຸກ​ຮື້​ຂຶ້ນ​​​ຕໍ່ສູ້​ຂອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ ​ຕໍ່​ຈັກກະພັດ​ອາ​ເມ​ຣິ​ກາ, ຄວາມ​ໝາຍ​ຄວາມ​ສຳຄັນ​ໃນ​ບັ້ນ​ຮົບ​ປົດ​ປ່ອຍ​ພາກ​ໃຕ້​ຫວຽດນາມ, ຄວາມ​ອົງອາດ​ກ້າຫານ​ທົນ​ທານ​ໜັກ​ແໜ້ນ​ຂອງ​ກອງທັບ ແລະ ປະຊາຊົນ​ຫວຽດນາມ​ສາມາດ ​ຍາດ​ໄດ້​ໄຊຊະນະ​ສືບຕໍ່​ສ້າງສາ​ພັດທະນາ ​ປະເທດ​ຊາດ​ໃຫ້​ຈະເລີນ​ກ້າວໜ້າ ອີກດ້ວຍ. ຂ່າວ: ນາງ​ພອນ ເພັດ​ສຸລິນ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ