ປັບປຸງການຈັດຕັ້ງຢູ່ກົມກອງຮາກຖານໃຫ້ມີຄວາມໜັກແໜ້ນ
ເວລາອອກຂ່າວ: 2026-05-14 10:45:58 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 244 | ຄວາມນິຍົມ: ![]()
ຫວ່າງບໍ່ດົນມານີ້, ຢູ່ທີ່ກອງ ຮ້ອຍທະຫານຊາຍແດນ 320 ແລະ 325 ກອງບັນຊາການທະຫານແຂວງສະຫວັນນະເຂດ ໄດ້ຈັດພິທີປະກາດການບົ່ງຕົວແຕ່ງຕັ້ງພະນັກງານຂັ້ນນຳພາ-ບັນຊາ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ກຳມະການຄະນະປະຈຳພັກແຂວງ, ເລຂາຄະນະພັກ, ຫົວໜ້າການເມືອງ ກອງບັນຊາການທະຫານແຂວງສະຫວັນນະເຂດ, ມີພະແນກຈັດຕັ້ງພັກ-ພະນັກງານ, ພະແນກທະຫານຊາຍແດນ ກອງບັນຊາການທະຫານແຂວງ, ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບພາຍໃນສອງກົມກອງດັ່ງ ກ່າວເຂົ້າຮ່ວມ.
ສະຫາຍ ພັນໂທ ພອນໄຊ ສີສຸລາດ ຮອງຫົວໜ້າພະແນກຈັດຕັ້ງພັກ ແລະ ສະຫາຍ ພັນຕີ ບຸນລ້ອມ ວໍລະສານ ຮອງຫົວໜ້າພະແນກພະນັກງານ ກອງບັນຊາການທະຫານແຂວງໄດ້ຜ່ານມະຕິຕົກລົງຂອງຄະນະພັກກອງບັນ ຊາການທະຫານແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງຄະນະໜ່ວຍພັກກອງຮ້ອຍທະຫານຊາຍແດນ 320 ແລະ ກອງຮ້ອຍຊາຍແດນ 325, ໂດຍອີງໃສ່ກົດໝາຍນາຍທະຫານກອງທັບປະຊາຊົນລາວ ໃນພາກທີ II ໝວດ IV ມາດຕາ 26 ວ່າດ້ວຍການແຕ່ງຕັ້ງ, ຍົກ ຍ້າຍນາຍທະຫານ ແລະ ທິດທາງກ່ຽວກັບການປັບປຸງບູລະນະກົງ ຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມ ແຂງໜັກແໜ້ນຮອບດ້ານ ແລະ ເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ຄະນະພັກກອງບັນຊາການທະຫານແຂວງສະຫວັນນະເຂດ ຕົກລົງບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ວຽງຄຳ ສີວິໄຊ ເປັນເລຂາໜ່ວຍພັກ, ທັງເປັນຫົວໜ້າການເມືອງກອງຮ້ອຍຊາຍແດນ 320 (ຜູ້ໃໝ່) ປ່ຽນແທນ ສະຫາຍ ພັນໂທ ສີນຸ້ຍ ໄຊຍະລາດມາ ຫົວໜ້າການເມືອງ (ຜູ້ເກົ່າ) ທີ່ໄປຮັບໜ້າທີ່ໃໝ່ເປັນຫົວໜ້າການເມືອງ ຢູ່ກອງຮ້ອຍຊາຍແດນ 325 ປ່ຽນແທນສະຫາຍ ພັນໂທ ອຳພອນ ອຸດວໍລະວົງ ຫົວໜ້າການເມືອງຊາຍແດນ 325 (ຜູ້ເກົ່າ) ກຽມພັກການຮັບບຳນານ, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນຕີ ຕຽງຄຳ ວົງສຸວັນ ເປັນຮອງເລຂາໜ່ວຍພັກ, ທັງເປັນຫົວໜ້າການທະຫານກອງຮ້ອຍທະຫານຊາຍແດນ 325 ປ່ຽນແທນ ສະຫາຍ ພັນຕີ ບົວຄຳ ແສນບຸດຕະລາດ ຫົວໜ້າການທະຫານຊາຍແດນ 325 (ຜູ້ເກົ່າ) ເຊິ່ງໄປເຮັດໜ້າທີ່ໃໝ່ຢູ່ພະແນກທະຫານຊາຍແດນ ແລະ ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນຕີ ສຳເລັດ ພົມມະສີ ເປັນກຳມະ ການໜ່ວຍພັກກອງຮ້ອຍຊາຍແດນ 320.
ສະຫາຍ ພົນຈັດຕະວາ ພັນວິໄລ ລາດສະຍົນ ໄດ້ເນັ້ນໜັກຫຼາຍບັນ ຫາທີ່ສຳຄັນໂດຍສະເພາະຜູ້ທີ່ໄດ້ຮັບໜ້າທີ່ໃໝ່, ຈົ່ງຍົກສູງບົດບາດການນຳພາ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມທາງດ້ານຄຸນທາດການເມືອງ, ຄຸນສົມບັດ, ສິນທຳປະຕິວັດ, ມີ ແບບແຜນວິທີເຮັດວຽກທີ່ມີຫົວ ຄິດປະດິດສ້າງ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກ ຄົນຮັບຜິດຊອບຢ່າງລະອຽດຈະແຈ້ງ, ສ້າງຄວາມສາມັກຄີໃຫ້ ເປັນປິກແຜ່ນແໜ້ນໜາຢູ່ພາຍໃນກົມກອງ, ເອົາໃຈໃສ່ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງຢ່າງເປັນປົກກະຕິ, ຫັນເອົາກຳລັງລົງກໍ່ສ້າງຮາກຖານກັບອຳນາດການປົກຄອງບ້ານ, ໄກ້ສິດຕິດແທດກັບພໍ່ແມ່ປະຊາຊົນບ່ອນກົມກອງຕັ້ງທັບໃຫ້ໜັກແໜ້ນ ເພື່ອສ້າງຄວາມເຂັ້ມແຂງກັບຮາກຖານປະຊາຊົນໂດຍສະເພາະແມ່ນວຽກງານເຮັດໃຫ້ສະພາບລຽບຕາມຊາຍແດນໃນຂອບເຂດຄວາມຮັບຜິດຊອບຂອງກົມກອງໃຫ້ມີຄວາມສະຫງົບປອດໄພ 100%.
ໂດຍ: ພານິດ ພີລາວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















