ຄະນະວິຊາການຈາກສູນການຮ່ວມມືປະຕິບັດກົດໝາຍ ເດີນທາງມາເຮັດວຽກຢູ່ກອງບັນຊາການທະຫານຊາຍແດນ
ເວລາອອກຂ່າວ: 2026-05-14 15:04:14 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 514 | ຄວາມນິຍົມ: ![]()
ໃນວັນທີ 13 ພຶດສາພາ 2026 ນີ້, ຄະນະວິຊາການຈາກສູນການຮ່ວມມືປະຕິບັດກົດໝາຍ ແລະ ຮັກສາຄວາມສະຫງົບຮຽບຮ້ອຍຕາມແມ່ນ້ຳລ້ານຊ້າງ - ແມ່ນ້ຳຂອງ 6 ປະເທດ ລາວ, ຈີນ ,ມຽນມາ, ໄທ, ກຳປູເຈຍ ແລະ ຫວຽດນາມ ໄດ້ເດີນທາງມາເຮັດວຽກ ຢູ່ກອງບັນຊາການທະຫານຊາຍແດນ ກອງທັບປະຊາຊົນລາວ, ເຊິ່ງນຳໂດຍ ສະຫາຍ ຫວູ ຈິນຢຸນ ຕາງໜ້າສູນປະສານງານພ້ອມດ້ວຍຄະນະ, ໂດຍການຕ້ອນຮັບ ຂອງສະຫາຍ ພັນໂທ ສຸພາເວດ ສຸກເລືອງຄຳ ຫົວໜ້າ ຫ້ອງການ ກອງບັນຊາການທະຫານຊາຍແດນ ພ້ອມດ້ວຍຄະນະ.
ໃນການເດີນທາງມາເຮັດວຽກຢູ່ກອງບັນຊາການທະຫານຊາຍແດນໃນຄັ້ງນີ້ ກໍເພື່ອຕິດຕັ້ງລະບົບ L Min ຂອງ( ສູນປະສານງານກະຊວງປ້ອງກັນປະເທດ - 6 ປະເທດ), ເຊິ່ງລະບົບດັ່ງກ່າວຈະໄດ້ນຳໃຊ້ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຕິດຕໍ່ປະສານງານລະຫວ່າງ 6 ປະເທດ, ໂອກາດດຽວກັນນີ້ ທັງສອງຝ່າຍຍັງໄດ້ໂອ້ລົມ-ພ້ອມປຶກສາຫາລື ເຖິງແຜນການຮ່ວມມື ລະຫວ່າງ ກອງບັນຊາການທະຫານຊາຍແດນ ກັບສູນຮ່ວມມື ໃນປີ 2026. ພ້ອມທັງຮັບຟັງວິທີການນຳໃຊ້ລະບົບ ( ຈາກຄະນະວິຊາການ) ເພື່ອໃຫ້ມີຄວາມປອດໄພ ແກ່ພະນັກງານ-ວິຊາການຝ່າຍລາວ ທີ່ຈະໝູນໃຊ້ເຂົ້າໃນວຽກງານ ການສື່ສານ ຢ່າງຖືກວິທີ ທັນສະໄໝ ປອດໄຟ ແລະ ເກີດປະໂຫຍດສູງສຸດ.
ໂດຍ: ນາງ ອານຸພອນ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















