ປະກາດການແຕ່ງຕັ້ງ ກໍາມະການຄະນະບໍລິຫານງານພັກ ກອງພັນໃຫຍ່ 642
ເວລາອອກຂ່າວ: 2026-05-14 15:34:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 525 | ຄວາມນິຍົມ: ![]()
ພິທີປະກາດການແຕ່ງຕັ້ງ ຄະນະບໍລິຫານງານພັກ ກອງໃຫຍ່ 642 ໄດ້ຈັດຂຶ້ນໃນວັນທີ 14 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນໂທ ຄໍາປິ່ງ ຄູນສົມເຮືອງ ເລຂາຄະນະພັກ, ຫົວໜ້າການເມືອງກອງພັນໃຫຍ່, ມີຄະນະພັກ-ຄະນະບັນຊາພະແນກການ, ກົມກອງ, ພະນັກງານຫຼັກແຫຼ່ງ ແລະ ສະມາຊິກພັກ ທົ່ວກົມກອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ສາກົນໄຊ ກົມມະເມືອງ ຮອງຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ຂອງຄະນະພັກ ກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນ ກໍາມະການຄະນະບໍລິຫານງານພັກ ກອງພັນໃຫຍ່ ປ້ອງກັນອາກາດ 642 ໃນນີ້, ແຕ່ງຕັ້ງ ສະຫາຍ ພັນໂທ ສົມເພັດ ຖິ່ນເມືອງເໜືອ ຮອງຫົວໜ້າພະແນກການເມືອງ ເປັນກໍາມະການ ຄະນະບໍລິຫານງານພັກ ກອງພັນໃຫຍ່642.
ໂອກາດນີ້, ສະຫາຍ ພົນຕີ ແສງມະນີວອນ ຄໍາມະນີ ໄດ້ເນັ້ນໜັກໃຫ້ສະຫາຍທີ່ຖືກແຕ່ງຕັ້ງໜ້າທີ່ໃໝ່ ເພີ່ມທະວີບົດບາດການນໍາພາຂອງພັກ, ຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງຂອງຕົນ ໃຫ້ສູງຂຶ້ນກ່ວາເກົ່າ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບໃນກົມກອງ, ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຕ້ອງປະຕິບັດແບບແຜນວິທີເຮັດວຽກ ຕາມຫຼັກການລວມສູນປະຊາທິປະໄຕຂອງພັກ, ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ຂອງກອງທັບ, ຂອງກົມກອງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກ ຕາມ 5 ຫຼັກການ 3 ທິດນໍາຂອງພັກ ຢ່າງເຂັ້ມງວດ, ກໍ່ສ້າງພະນັກງານ 3 ຮຸ່ນໃຫ້ໄດ້ຕາມມາດຖານ, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ຮັກສາແໜ້ນ ການພົວພັນຮ່ວມມືກັບບັນດາກົມກອງເພື່ອນ ແລະ ອໍານາດການປົກຄອງທ້ອງຖິ່ນ ຕະຫຼອດຮອດພໍ່ແມ່ປະຊາຊົນບັນດາ ໃຫ້ມີຄວາມແໜ້ນແຟ້ນ ຂຶ້ນກວ່າເກົ່າ.
ພາບ-ຂ່າວໂດຍ ແຟນຕ່າ ໄຊຍະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















