ແຂວງເຊກອງໄດ້ຮັບຢາ ແລະ ອຸປະກອນສັດຕະວະແພດ
ເວລາອອກຂ່າວ: 2019-10-04 10:00:27 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 491 | ຄວາມນິຍົມ: ![]()
ພິທີມອບ-ຮັບຢາ ແລະ ອຸປະ ກອນສະຕະວະແພດລະຫວ່າງພະ ແນກກະສິກໍາ-ປ່າໄມ້ແຂວງເຊ ກອງ ແລະ ກົມລ້ຽງສັດ ແລະ ການ
ປະມົງ ກະຊວງກະສິກໍາ-ປ່າໄມ້ ໄດ້ຈັດຂຶ້ນໃນອາທິດຜ່ານມາທີ່ ພະແນກກະສິກໍາ-ປ່າໄມ້ແຂວງ ເຊິ່ງກ່າວມອບແມ່ນທ່ານ ດຣ.
ສີແສງ ຂຸນສີ ຮອງຫົວໜ້າກົມ ລ້ຽງສັດ ແລະ ການປະມົງ ແລະ
ກ່າວຮັບໂດຍ ທ່ານ ສົມຫວັງ
ຂໍາມະວົງ ຫົວໜ້າພະແນກກະ ສິກໍາ-ປ່າໄມ້ແຂວງ ໂດຍຊ້ອງໜ້າ
ພະນັກງານທີ່ກ່ຽວຂ້ອງທັງສອງ
ຝ່າຍ.
ອຸປະກອນທີ່ມອບຮັບໃນຄັ້ງນີ້ ປະກອບມີຢາປ້ອງກັນພະຍາດ ງົວ-ຄວາຍ 1,000 ກ໋ອງມູນຄ່າ 23 ລ້ານກີບ, ຢາຕ້ານເຊື້ອ (ເພັນສະເຕັບ) 100 ກ໋ອງມູນຄ່າ 10 ລ້ານກີບ, ເຂັມ 60 ກັບມູນຄ່າ 2 ລ້ານກວ່າກີບ, ສະແລັງ 30 ກັບ
ມູນຄ່າ 2 ລ້ານກວ່າກີບ ແລະ
ເງິນສົດຈໍານວນ 10 ລ້ານກີບ ໂດຍ
ເຄື່ອງອຸປະກອນ ແລະເງິນຈໍາ ນວນດັ່ງກ່າວນີ້ແມ່ນຈະໄດ້ນໍາ ໃຊ້ເຂົ້າໃນການປະຕິບັດໜ້າທີ່
ວຽກງານວິຊາສະເພາະລົງເຄື່ອນ
ໄຫວສັກຢາໃຫ້ສັດລ້ຽງ(ງົວ-ຄວາຍ)ຂອງປະຊາຊົນໃຫ້ເກີດ
ປະໂຫຍດສູງສຸດ.
ໂດຍ: ສັນຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















