ຫັນເປັນສື່ແບບໃໝ່ ນຳໃຊ້ຊ່ອງທາງໃນການເຜີຍແຜ່ໃຫ້ວ່ອງໄວທັນການ ແລະ ມີປະສິດທິພາບ
ເວລາອອກຂ່າວ: 2019-10-04 10:01:49 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 555 | ຄວາມນິຍົມ: ![]()
ໃນປັດຈຸບັນໂລກເຮົາໄດ້ ກ້າວເຂົ້າສູ່ຍຸກລະບົບເສດຖະ ກິດ-ສັງຄົມ ດີຈີຕອນ, ເຕັກໂນ
ໂລຊີດີຈີຕອນ ບໍ່ເປັນພຽງແຕ່ ເຄື່ອງມືອຳນວຍຄວາມສະດວກ ເພື່ອຮັບໃຊ້ຫ້ອງການຢ່າງດຽວ ແຕ່ຫາກເປັນການເຊື່ອມສານ ເຂົ້າກັບຊີວິດຂອງມະນຸດເຮົາ ຢ່າງແທ້ຈິງ ແລະ ຈະປ່ຽນໂຄງ ສ້າງຮູບແບບກິດຈະກຳທາງ ດ້ານເສດຖະກິດ, ຂະບວນການ ຜະລິດ, ການຄ້າ, ການບໍລິ ການ ແລະ ຂະບວນການຂອງ ສັງຄົມອື່ນໆ, ລວມໄປເຖິງວຽກ ງານໂຄສະນາ ໂດຍສະເພາະ ໃນປະເທດກຸ່ມອາຊຽນຂອງ ພວກເຮົາກຳລັງເລັ່ງນຳເອົາ ເຕັກໂນໂລຊີດັ່ງກ່າວ ເປັນເຄື່ອງ ມືໃນການພັດທະນາປະເທດຂອງ ຕົນ ແລະ ນຳໃຊ້ໃຫ້ມີປະສິດທິ ພາບຢ່າງກະໂດດຂັ້ນ. ສໍາລັບໃນວຽກງານສື່ມວນ ຊົນທຸກອົງການຈັດຕັ້ງສື່ກໍໄດ້ໃຫ້ ຄວາມສໍາຄັນໃນສື່ຍຸກດີຈີຕອນ- ເຕັກໂນໂລຊີທີ່ທັນສະໄໝເຂົ້າ ໃນວຽກງານໂດຍໄດ້ສຸມໃສ່ໃນ ຂະແໜງສື່ເອເລັກໂຕຣນິກ ເຊິ່ງ ແມ່ນພາຫະນະໂຄສະນາດ້ວຍ ການສ້າງເປັນລາຍການຂ່າວ, ບົດ, ສາລະຄະດີ ແລະ ອື່ນໆ ຜ່ານວິທະຍຸ, ລາຍການໂທລະ ພາບ ຫຼື ຜ່ານສື່ເອເລັກໂຕຣນິກ ແລະ ສື່ສັງຄົມອອນລາຍປະ ເພດຕ່າງໆ ແລ້ວກະຈາຍອອກ ຜ່ານເຄື່ອງສົ່ງທາງສາຍ, ທາງ ອາກາດ ຫຼື ຄື້ນຄວາມຖີ່ເຜີຍ ແຜ່ຂໍ້ມູນຂ່າວສານເຫດບ້ານ ການເມືອງ, ເສດຖະກິດ, ວັດ ທະນະທໍາ-ສັງຄົມ ແລະ ອື່ນໆທີ່ ເກີດຂຶ້ນໃນທົ່ວທຸກມູມໂລກໃຫ້ ສັງຄົມຮັບຮູ້ຢ່າງທົ່ວເຖິງ ແລະ ທັນກັບສະພາບການ. ເຊິ່ງໃນ ປັດຈຸບັນທຸກອົງການຈັດຕັ້ງສື່ ກໍໄດ້ມີການສົ່ງບຸກຄະລາກອນ ຂອງຕົນເອງໄປຮໍ່າຮຽນ ແລະ ເຝິກອົບຮົມຢູ່ພາຍໃນ ແລະ ຕ່າງປະເທດ, ນໍາເອົາບົດຮຽນ ຄວາມຮູ້ ແລະ ອຸປະກອນເຕັກ ນິກທີ່ທັນສະໄໝເຂົ້າມານໍາໃຊ້ ໃນວຽກງານຕົວຈິງ ແລະ ປັບ ປຸງເພີ່ມຊ່ອງທາງການເຜີຍແຜ່ ຂໍ້ມູນຂ່າວສານ ແລະ ເຫດການ ຕ່າງໆທີ່ເກີດຂຶ້ນດ້ວຍມູນຄວາມ ຈິງໃຫ້ກວ້າງຂວາງວ່ອງໄວທັນ ເຫດການສາມາດລົງເລິກເຂົ້າສູ່ ປະຊາຊົນກໍຄື ຜູ້ບໍລິໂພກຂ່າວ ຢ່າງທົ່ວເຖິງ.
ສະຫາຍ ພັນຕີ ແສງພະຈັນ ແສງວົງໄຊ ຫົວໜ້າພະແນກເອ ເລັກໂຕຣນິກ ໜັງສືພິມກອງທັບ ປະຊາຊົນລາວໃຫ້ສໍາພາດວ່າ: ສື່ມວນຊົນໃນກອງທັບໃນໄລຍະ ໃໝ່ຕ້ອງເປັນກໍາລັງໜຶ່ງທີ່ຫ້າວ ຫັນໃນແນວຮົບການເມືອງ- ແນວຄິດຂອງພັກ, ປະກອບສ່ວນ ປັບປຸງກໍ່ສ້າງກອງທັບປະຊາ ຊົນລາວໃຫ້ມີຄວາມທັນສະໄໝ ເປັນກ້າວໆ ກໍຄືສາມາດຕອບ ສະໜອງກັບໜ້າທີ່ວຽກງານ ຂອງຕົນ ເວົ້າລວມ, ເວົ້າສະເພາະ ໃນວຽກງານໂຄສະນາຍຸກໃໝ່ ນີ້ຕ້ອງຫັນເປັນສື່ແບບໃໝ່ ໃນ ຍຸກດີຈີຕອນ ໂດຍການເຜີຍແຜ່ ຂໍ້ມູນຂ່າວສານ ດ້ວຍຫຼາຍຊ່ອງ ທາງນໍາເອົາແນວທາງນະໂຍ ບາຍ, ມະຕິຄຳສັ່ງ, ລະບຽບກົດ ໝາຍຕ່າງໆຂອງພັກ, ຂອງ ລັດ, ຂອງກອງທັບ ເຊິ່ງເປັນ ເວທີແລກປ່ຽນຄວາມຮູ້, ບົດ ຮຽນ ແລະ ປະສົບການຕ່າງໆ ທີ່ດີຂອງພະນັກງານ-ນັກຮົບ ເພື່ອຫັນປ່ຽນວຽກງານສື່ມວນ ຊົນກ້າວໄປສູ່ຍຸກດີຈີຕອນເພາະ ເຕັກໂນໂລຊີການສື່ສານປັດຈຸ ບັນນີ້ມີບົດບາດສໍາຄັນຫຼາຍ, ພວກເຮົາຕ້ອງໄດ້ເອົາໃຈໃສ່ປັບ ປຸງກໍ່ສ້າງພະນັກງານ-ວິຊາການ ຂ່າວ-ວິຊາການໄອທີໃຫ້ມີຄວາມ ໜັກແໜ້ນເຂັ້ມແຂງໃນການນໍາ ໃຊ້ເຕັກໂນໂລຊີທີ່ທັນສະໄໝ ແລະ ຮູ້ໝູນໃຊ້ເຂົ້າໃນວຽກ ງານຕົວຈິງຂອງຕົນ, ຂະຫຍາຍ ຂະແໜງວຽກງານສື່ເອເລັກໂຕ ນິກໃຫ້ກວ້າງຂວາງກໍຄືຂະ ແໜງການທີ່ກ່ຽວພັນກັບວຽກ ງານດັ່ງກ່າວ ເພື່ອຮັບປະກັນ ການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການເຄື່ອນໄຫວຢ່າງມີປະ ສິດທິພາບຕອບສະໜອງໄດ້ກັບ ຄວາມຮຽກຮ້ອງຕ້ອງການຂອງ ໜ້າທີ່ການເມືອງໃນໄລຍະໃໝ່.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















