ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 13 ມິຖຸນາ 2026

  

ຫ້ອງການ​ບໍລິຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ສ້າງ​ໄດ້ຜົນ​ງານ​ຫຼາຍ​ດ້ານ
ເວລາອອກຂ່າວ: 2026-05-15 10:14:30 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 237 | ຄວາມນິຍົມ:



ອີງ​ໃສ​ບົດ​ສະຫຼຸບ​ຖອດຖອນ​ບົດຮຽນ​ວຽກ​ງານ​ຮອບດ້ານ​ປະຈຳ​ໄຕ​ມາດ 1 ແລະ ວາງ​ທິດ​ທາງ​ແຜນການ​ປະຈຳ​ໄຕ​ມາດ 2 ປະຈຳ​ປີ 2026 ຂອງ​ຫ້ອງການ​ບໍລິ ຫານ ກອງ​ບັນຊາ​ການ​ທະຫານ​ແຂວງ ​ອຸດົມ​ໄຊ ທີ່​ສະເໜີ​ໂດຍ ສະຫາຍ ພັນ​ໂທ ລືຊາ ໄຊ​ລື​ຊົງ ຫົວໜ້າ​ພະ​ແນກ​ບໍລິຫານ ຫ້ອງການ​ບໍລິຫານ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ, ໄດ້​ຈັດ​ຕັ້ງ​ເຄື່ອນ​ໄຫວ​ ວຽກ​ງານ​ຕາມ​ພາລະ​ບົດບາດ​ຂອງ​ຕົນ​ໄດ້​ຮັບ​ການ​ນຳພາ-ຊີ້​ນຳ​ພະນັກງານ-ນັກຮົບ​ເຮັດ​ສຳເລັດ​ໜ້າທີ່​ວຽກ​ງານ​ທີ່​ການຈັດຕັ້ງ​ມອບ​ໝາຍ​ໃຫ້​ເປັນ​ເສນາ​ທິ​ການ, ການ​ ປະສານ​ງານ ແລະ ການ​ບໍລິຫານ​ໃຫ້​ຄະນະ​ພັກ-ຄະນະ​ບັນຊາ​ເປັນ​ຢ່າງ​ດີ ເຊິ່ງ​ຜົນງານ​ທີ່​ພົ້ນ​ເດັ່ນ​ສະແດງ​ອອກ​ແຕ່​ລະ​ດ້ານ​ດັ່ງນີ້​ໄດ້​ສ້າງ​ແຜນການເຄື່ອນໄຫວ ພ້ອມ​ທັງ​ສະຫຼຸບ​ການຈັດຕັ້ງ​ປະຕິບັດ​ວຽກ​ງານ​ຮອບດ້ານ​ຂອງ​ຫອ້ງ​ການ​ບໍລິຫານ​ປະຈຳ​ເດືອນ, ໄຕ​ມາດລາຍ​ງານ​ໃຫ້​ຄະນະ​ບັນຊາ​ກອງ​ບັນຊາ​ການ​ທະຫານ​ແຂວງ​ຮັບ​ຊາບ​ເປັນ​ປົກ​​ະ​ຕິ, ມີ​ເອກະສານ​ເຂົ້າ-ອອກ​ທັງ​ໝົດ 120 ສະບັບ, ໄດ້​ຕິດຕາມ, ກວດກາ, ຊຸກຍູ້​ການຈັດຕັ້ງ​ປະຕິບັດ​ຂໍ້​ກຳນົດ 7 ລະບອບ 18 ວຽກ​ເປັນ​ປົກກະຕິ ໂດຍ​ສະເພາະ​ແມ່ນ​ການ​ເຂົ້າ​ການ-ເລີກ​ການ, ຈັດ​ຕັ້ງ​ລະບົບ​ປະຈຳການ, ຕິດຕາມ, ເກັບ​ກຳ​ສະພາບ​ການ​ລາຍ​ງານ​ໃຫ້​ປະຈຳການ​ສູ້​ຮົບ​ເປັນ​ປົກກະຕິ, ໄດ້​ຄຸ້ມ​ຄອງ​ກໍ່ ສ້າງ​ພັກ-ກໍ່ສ້າງ​ພະນັກງານ, ໄດ້​ຊີ້​ນຳ ແລະ ອຳນວຍ​ຄວາມ​ສະດວກ​ໃຫ້​ສອງ​ອົງ​ການຈັດຕັ້ງ​ເຄື່ອນ​ໄຫວ​ຕາມ​ພາລະ​ບົດບາດ​ຂອງ​ຕົນ ແລະ ຍັງ​ໄດ້​ເຂົ້າ​ຮ່ວມ​ຂະ​ບວນ​ການ​ອອກແຮງ​ງານ​ລວມ​ຂອງ​ກອງ​ບັນຊາ​ການ 15 ຄັ້ງ ມີ 50 ແຮງ​ງານ, ຈັດ​ຕັ້ງ​ອານາ​ໄມ​ຂອບ​ເຂດ​ກົມ​ກອງ​ຮັບຜິດຊອບ​ແຕ່​ລະ​ວັນ​ເປັນ​ປົກ​​ກະ​ຕິ, ໜ່ວຍ​ຊາວ​ໜຸ່ມ​ໄດ້​ຮັບ​ທຸງໄຊ​ເປັນ​ໜ່ວຍ​ຊາວ​ໜຸ່ມ 4 ບຸກ ໄລຍະ 5 ປີຜ່ານມາ, ຮັບ​ໃບ​ຍ້ອງຍໍ​ໜ່ວຍ​ຊາວ​ໜຸ່ມ 4 ບຸກ​ປະຈຳ​ປີ ແລະ ຊາວ​ໜຸ່ມ 4 ບຸກ ຈຳນວນ 38 ສະຫາຍ, ໄດ້​ຕິດຕາມ​ການເຄື່ອນໄຫວ​ຊຸກຍູ້​ຢູ່​ບັນດາ​ກົມ​ກອງ​ທົ່ວ​ທະຫານ​ແຂວງ 18 ຄັ້ງ, ເຮັດ​ບົດ​ໂອ້​ລົມ 25 ຄັ້ງ, ຄຸ້ມ​ຄອງ - ຈາລະ​ຈອນ​ເອກະສານ​ຂາ​ເຂົ້າ-ຂາ​ອອກ​ຕາມ​ລະບຽບ​ການ ມີ​ເອກະສານ​ຂາ​ເຂົ້າ 375 ສະບັບ, ເອກະສານ​ຂອກ 2.292 ສະບັບ, ກອບ​ປີ​ເອກະສານ​ຈຳນວນ 76 ຊຸດ, ຂະຫຍາຍ​ເປັນ​ຫົວ 395 ຫົວ, ເປັນ​ໃບ 3.336 ໃບ, ຈັດ​ຕັ້ງ​ພະນັກງານ​ອອກ​ເຄື່ອນ​ໄຫວ 6 ຄັ້ງ ມີ 52 ແຮງ​ງານ, ປ້ອງ​ກັນ​ກອງ​ປະຊຸມ, ແຂກ​ພາຍ​ໃນ ແລະ ແຂກ​ຕ່າງປະເທດ, ວັນ​ບຸນ​ສຳຄັນ​ຂອງ​ຂອງ​ພັກ ຂອງ​ຊາດ ແລະ ບຸນ​ປະເພນີ​ບັນດາເຜົ່າ 8 ຄັ້ງ ມີ 46 ແຮງ​ງານ, ລາຍ​ງານ​ຂ່າວ​ໃຫ້​ຂັ້ນ​ເທິງ 82 ຄັ້ງ, ຕ້ອນຮັບ​ບໍລິສັດ 705 ແລະ ກອງ​ປະຕິບັດ​ງານ​ທະຫານ​ເຂດ 2 ກອງທັບ​ປະຊາຊົນ​ຫວຽດນາມ ມາ​ອວຍພອນ​ກອງ​ບັນຊາ​ການ 2 ຄະນະ, ຈັດ​ຕັ້ງ​ໄປ​ອວຍພອນ​ບໍລິສັດ 705 ແລະ ກອງ​ປະຕິບັດ​ງານ​ທະຫານ​ເຂດ 2 ກອງທັບ​ປະຊາຊົນ​ຫວຽດນາມ 2 ຄະນະ, ເຂົ້າ​ຮ່ວມ​ສົ່ງ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ 1 ຄັ້ງ, ໄດ້​ສົ່ງ​ບົດ​ສ່ອງ​ແສງ​ໃຫ້​ ກອງພັນ​ທີ 2 ເພື່ອ​ປະກອບ​ເຂົ້າ​ໃສ່​ບົດສ່ອງ​ແສງ​ລະຫວ່າງ​ບັນດາ​ກົມ​ກອງ​ທະຫານພາກ​ເໜືອ ​ສປປ ລາວ ກັບ ທະຫານເຂດ 2 ກອງທັບ​ປະຊາຊົນ​ຫວຽດນາມ. ຈາກ​ຜົນງານ​ດັ່ງກ່າວ​ກົມ​ກອງ​ໄດ້​ຮັບ​ການ​ຍ້ອງຍໍ​ຈາກ​ປະທານ​ຄະນະ​ກຳມະການ​ປົກຄອງ​ແຂວງ​ອຸດົມ​ໄຊ ປະຈຳ​ປີ 2025 ໃຫ້​ແກ່​ນາຍ ແລະ ພົນທະຫານ ຈຳນວນ 24 ໃບ, ຂັ້ນ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອຸດົມ​ໄຊ ຈຳນວນ 11 ສະຫາຍ ແລະ ຂັ້ນ​ຫ້ອງ​ການເມືອງ​ທະຫານ​ແຂວງ​ອຸດົມ​ໄຊ ຈຳນວນ 20 ສະຫາຍ ໂດຍ: ວັນ​ໄຊ ໄຊ​ສະ​ຫວັດ ຂໍ້​ມູນ: ສົມ​ພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ