ສ່ອງແສງວຽກງານຮອບດ້ານ ທົ່ວກອງພັນໃຫຍ່ 301 ກອງພົນທີ 3
ເວລາອອກຂ່າວ: 2026-05-15 10:16:01 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 227 | ຄວາມນິຍົມ: ![]()
ຫວ່າງບໍ່ດົນຜ່ານມານີ້, ກອງພັນ 415 ກອງພັນໃຫຍ່ 301 ກອງພົນທີ 3 ເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານໄຕມາດ 1 ແລະ
ທິດທາງ ໄຕມາດ 2 ທົ່ວກອງພັນໃຫຍ່ 301 ໂດຍການເປັນປະທານ
ຂອງ ສະຫາຍ ພັນໂທ ບຸນໄຊ ເພັງສຸວັນ ຫົວໜ້າການທະຫານກອງພັນໃຫຍ່ 301, ມີ ສະຫາຍ ພັນໂທ ວົງຄຳ ອຸ່ນທິກຸນ ຫົວໜ້າພະແນກສູ້ຮົບ ກອງພົນທີ 3, ມີ ຄະນະພັກ-ຄະນະບັນຊາ 5 ພະແນກການ, ກອງພັນ 414, 418 ແລະ ກອງຮ້ອຍເຂົ້າຮ່ວມ.
ສະຫາຍ ພັນໂທ ດວງເຈີ ໝັ້ນທູ ຫົວໜ້າການເມືອງ ກອງ ພັນ 415 ໄດ້ຂຶ້ນຜ່ານບົດສະຫຼຸບ ສ່ອງແສງວຽກງານຮອບດ້ານປະຈຳໄຕມາດ I ແລະ ທິດທາງ
ແຜນການປະຈຳໄຕມາດ II ຄະນະພັກ-ຄະນະບັນຊາ ຍາມໃດກໍ່ຖືເປັນບັນຫາສຳຄັນ ຕໍ່ວຽກງານ ການສຶກສາອົບຮົມການເມືອງນຳພາ-ແນວຄິດ ໃຫ້ສອດຫ້ອຍເຂົ້່າທຸກຄົງເຂດວຽກງານຂອງກົມກອງ ເຮັດໃຫ້ແນວຄິດຂອງພະນັກງານ-ນັກຮົບມີຄວາມສະຫງົບອຸ່ນອຽນທຸ່ນທ່ຽງ ເຊື່ອໝັ້ນຕົນເອງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ເຮັດລ້ອນໜ້າທີ່ຂອງຕົນ ທີ່ອົງການຈັດຕັ້ງຂັ້ນເທິງມອບໝາຍໃຫ້ ຄະນະພັກ-ຄະນະບັນຊາໄດ້ຊີ້ນຳບັນດາກອງຮ້ອຍ ແລະ ໝວດ ຫັນລົງກໍ່ສ້າງຮາກຖານການເມືອງ
ແບບທາງກວ້າງຕາມມູນເຊື້ອໃນຂອບເຂດບ້ານທີ່ກົມກອງຂອງຕົນຮັບຜິດຊອບ ແລະ ປະສານສົມທົບ ບັນດາກຳລັງທອງຖີ່ນ ເພື່ອຊຸກຍູ້ຂະບວນການກຳແໜ້ນສະພາບ ແລະ ສ່ອງແສງລາຍງານເປັນປົກກະຕິ ຊີ້ນຳບັນດາກົມກອງ ຈັດຕັ້ງກຳລັງເຄື່ອນໄຫວ ໄລຍະສັ້ນ, ໄລຍະຍາວຕາມຈຸດຍຸດທະສາດຕ່າງໆຕາມເສັ້ນຊາຍແດນລາວ-ໄທ ໃນຂອບເຂດກົມກອງຮັບຜິດຊອບ ນອກນັ້ນຍັງໄດ້ສົມ
ທົບບັນດາບ້ານ, ເມືອງ ເພື່ອແກ້ໄຂບັນດາໜໍ່ແໜງຄວາມບໍ່ສະຫງົບທີ່ເກີດຂຶ້ນ ຈັດຕັ້ງກຳລັງກຽມພ້ອມສູ້ຮົບກອບກູ້ໄພພິບັດທີ່ອາດຈະເກີດຂຶ້ນ ໂດຍປະຕິບັດ
ລະບອບປະຈຳການກຽມພ້ອມສູ້ຮົບ ນັບທັງກຳລັງພົນ, ພາຫະນະ ແລະ ມີຄະນະບັນຊາ, ສິດປະຈຳການສູ້ຮົບ ຕະລອດ 24 ຊົວໂມງ.
ວຽກງານກໍ່ສ້າງພັກ-ກໍ່ສ້າງພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ຄວາມສຳຄັນໃນການສ້າງແຜ່ນກຳນົດພະນັກງານ 3 ຮຸ່ນ 3 ປະເພດ ຕາມທິດຊີ້ນຳຂອງຂັ້ນເທິງເພື່ອໃຫ້ສົມຄູ່ກັບໜ້າທີ່ການເມືອງຂອງກົມກອງ, ຈັດ
ຕັ້ງເຜີຍແຜ່ບັນດາເອກກະສານມູນເຊື່ອຂອງພັກ, ຂອງກອງທັບເພື່ອຊຸກຍູ້ແນວຄິດຈິດໃຈໃຫ້ພະນັກງານສະມາຊິກພັກ-ນັກຮົບ ເພື່ອຍົກສູງນ້ຳໃຈຮັກຊາດຮັກລະ
ບອບໃໝ່ ເປັນເຈົ້າຕົນເອງ ແລະ ເຮັດສຳເລັດໜ້າທີ່ ທີ່ພັກ - ລັດຂັ້ນເທິງມອບໝາຍໃຫ້ ພ້ອມນີ້ຍັງໄດ້ຈັດຕັ້ງປະຕິບັດ.
ວຽກງານຮັບປະກັນດ້ານພະລາທິການ ດ້ານເຂົ້າກິນໄດ້ປະຕິບັດຄົບຖ້ວນທັນເວລາຕາມທີຂັ້ນເທິງອະນຸມັດ ດ້ານຊີ້ນກິນ-ຜັກກິນ ສາມາດຮັບປະກັນກຸ້ມຕົນເອງ ເພິ່ງຕົນເອງ ສາມາດຕອບສະໜອງເຂົ້າເຮືອນຄົວລວມໄດ້ 70% ວຽກງານປັບປຸງກໍ່ສ້າງກົມກອງ ໃນໄລຍະ 3 ເດືອນຜ່ານມາ ໄດ້ປັບປຸງເຮືອນຄົວລວມ ມູນຄ່າ 6.547.000 ກີບ, ວຽກງານປູກຝັງ-ລ້ຽງສັດ ໄດ້ເພີ່ມພູນຜະລິດຜົນ ແລະ ຮັກສາສັດລ້ຽງທີ່ກົມກອງມີຢູ່ເພື່ອຕອບສະໜອງຮັບປະກັນຊີ້ນເຂົ້າເຮືອນຄົວລວມ
ເປັນປົກກະຕິ ພ້ອມນີ້ຍັງໄດ້ປະຕິບັດວຽກງານຫາລາຍໄດ້ ຕາມທ່າແຮງບົ່ມຊ້ອນຂອງກົມກອງໃນໄລຍະ 3 ເດືອນຜ່ານມາ ໄດ້ 18.500.000 ກີບ. ໂອກາດນີ້ກອງປະຊຸມຍັງໄດ້ຜ່ານທິດທາງແຜນການທີຈະສຸ່ມໃສຈັດຕັ້ງປະຕິບັດ ໃນໄຕມາດຕໍ່ໜ້າ ພ້ອມທັງສະຫຼຸບຈຸດດີ, ແກ້ໄຂຈຸດອ່ອນ ແລະ ບົດຮຽນທີຖອດຖອນໄດ້ ພ້ອມນີ້ ໄດ້ປະກອບຄຳຄິດຄຳເຫັນໃສ່ບົດສະຫຼູບຢ່າງກົງໄປກົງມາ ພ້ອມທັງມອບສິດໃຫ້ກົມກອງຕໍ່ໄປເປັນເຈົ້າພາບຈັດຕັ້ງກອງປະຊຸມໃນໄຕມາດໜ້າ.
ໂດຍ: ຈອມແສງ ແສງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















