ບໍລິສັດ ວຽງຈັນມໍເຕີມາເກັດ ນຳລົດໄຟຟ້າມາຈຳໜ່າຍຢູ່ ສປປ ລາວ
ເວລາອອກຂ່າວ: 2019-10-04 10:03:03 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 470 | ຄວາມນິຍົມ: ![]()
ເນື່ອງຈາກປັດຈຸບັນສະ
ພາບເສດຖະກິດມີການປ່ຽນແປງ
ຢູ່ເລື້ອຍໆມັນໄດ້ເປັນສາເຫດເຮັດ
ໃຫ້ລາຄານໍ້າມັນເຊື້ອໄຟມີການ ເໜັງຕີງຂຶ້ນ-ລົງຕະຫຼອດເວ
ລາ, ແລະ ໄດ້ກາຍເປັນສາເຫດ
ໜຶ່ງທີ່ມີຜົນກະທົບຕໍ່ຜູ້ນໍາໃຊ້ ຍານພາຫະນະເປັນຕົ້ນແມ່ນລົດ ແລະ ເຄື່ອງຈັກອື່ນໆ, ທີ່ໃຊ້ນໍ້າມັນ ເຊື້ອໄຟ, ສະນັ້ນເພື່ອເປັນການຫຼຸດ ຜ່ອນຄ່າໃຊ້ຈ່າຍໃນການຊື້ນໍ້າ ມັນເຊື້ອໄຟ ບໍລິສັດວຽງຈັນມໍເຕີ ມາເກັດ ຈຶ່ງໄດ້ນໍາເອົາລົດໄຟຟ້າ ຍີ່ຫໍ້ເອັມຈີ(MG)ເຂົ້າມາຈໍາ
ໜ່າຍ ໃນຕະຫຼາດ ສປປ ລາວ.
ທ່ານ ດາວວົງ ແກ້ວມະນີວົງ ຜູ້ອໍານວຍການ ບໍລິສັດວຽງຈັນ
ມໍເຕີມາເກັດ ເຊິ່ງເປັນຕົວແທນຈໍາ ໜ່າຍລົດເອັມຈີພຽງຜູ້ດຽວໃນ ສປປ ລາວໄດ້ກ່າວວ່າ: ລົດ ເອັມຈີ ທີ່ໄດ້ນຳມາສະເໜີໃນງານວາງ
ສະແດງລົດວຽງຈັນມໍເຕີເອັກໂປ 2019 ມີທັງໝົດ 5 ລຸ້ນຄື: MG3, MG6, MG HS, MG ZS
ພິເສດແມ່ນໄດ້ນໍາເອົາລົດໄຟຟ້າ ເຂົ້າມາໃຫ້ລູກຄ້າໄດ້ຊົມໃຊ້ ເຊິ່ງ
ເປັນຜະລິດຕະພັນໃໝ່ຂອງເອັມຈີ ລຸ້ນ MG EV ໂດຍເຄື່ອງຈັກທັງ ໝົດແມ່ນນໍາໃຊ້ເປັນລະບົບໄຟຟ້າ 100% ສາມາດປະຫຍັດລາຍ ຈ່າຍໄດ້ຫຼາຍ, ສາກໄຟເທື່ອໜຶ່ງ ຄ່າສາກປະມານ 50 ພັນກີບ ແລະ ສາມາດແລ່ນໄດ້ປະມານ 360 ກິໂລແມັດ ເຊິ່ງມັນເປັນການຊ່ວຍ ຫຼຸດຜ່ອນລາຍຈ່າຍໄປເຖິງ 50 ເທົ່າເມືອທຽບກັບລົດທີ່ມີເຄື່ອງ ຈັກໃຊ້ນໍ້າມັນລວມໄປເຖິງຄ່າ ເຊັກລ້າງຈັກ, ປ່ຽນນໍ້າມັນເຄື່ອງ ແລະ ອື່ນໆ. ລະບົບການໃຊ້ງານ ສຸດທີ່ຈະຄຸ້ມຄ່າ, ປະຫຍັດເມື່ອ ທຽບໃສ່ລົດທີ່ໃຊ້ນໍ້າມັນເຊື້ອໄຟ ປະມານ 5 ແສນກີບ, ແຕ່ລົດໄຟ ຟ້າລຸ້ນນີ້ສາກເຕັມພຽງແຕ່ 50 ພັນກີບ ກໍສາມາດແລ່ນໄດ້ໃນໄລ ຍະທາງເກືອບເທົ່າໆກັນ.
ລົດໄຟຟ້າລຸ້ນນີ້ ແມ່ນເປັນການ ທົດລອງນໍາເຂົ້າຈໍາໜ່າຍໃນ
ສປປ ລາວ ເປັນຄັ້ງທໍາອິດ ເຊິ່ງຈະ
ນໍາເຂົ້າມາປີນີ້ ປະມານ 10 ຄັນ, ເນື່ອງຈາກເປັນລົດທີ່ມີຄຸນນະ ພາບດີລາຄາກໍຈະຢູ່ທີ່ປະມານ 35
ພັນໂດລາ, ແຕ່ກໍສຸດທີ່ຈະຄຸ້ມເພາະ
ຮັບປະກັນຫຼາຍເຖິງ 6 ປີ ໄລຍະ
ທາງ 1,8 ແສນກິໂລແມັດ, ຖ້າທ່ານ
ໃດສົນໃຈສາມາດເຂົ້າໄປເບິ່ງໄດ້ ໃນງານວາງສະແດງລົດນາໆ ຊາດທີ່ສູນການຄ້າລາວ-ໄອເຕັກ ໃນລະຫວ່າງ ວັນທີ 28 ກັນຍາຫາ ວັນທີ 6 ຕຸລາ 2019 ແລະ ສາມາດ
ເຂົ້າໄປເບິ່ງໄດ້ທີ່ ບໍລິສັດວຽງຈັນ ມໍເຕີມາເກັດ.
ໂດຍ: ແສງເດືອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















