ເຜີຍແຜ່, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2026-05-15 15:38:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 786 | ຄວາມນິຍົມ: ![]()
ໃນວັນທີ 13 ພືດສະພາ 2026 ນີ້, ຢູ່ທີ່ ຫໍວັດທະນະທຳ ແຂວງຫຼວງນ້ຳທາ ໄດ້ຈັດ ກອງປະຊຸມ ເຜີຍແຜ່, ເຊື່ອມຊຶມ ເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກແຂວງຫຼວງນ້ຳທາ, ໂດຍການເປັນປະທານ ແລະ ເຜີຍແຜ່ ຂອງ ສະຫາຍ ພົນໂທ ຄຳກິງ ຜຸ້ຍຫຼ້າມະນີວົງ ກຳມະການສູນກາງພັກ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງຫຼວງນ້ຳທາ, ມີ ບັນດາສະຫາຍ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະພັກ - ຄະນະບັນຊາ, ພະນັກງານຫຼັກແຫຼງ 2 ກອງບັນຊາການ ປກຊ - ປກສ ແຂວງ, ຫົວໜ້າ ຮອງຫົວໜ້າພະແນກການຂັ້ນແຂວງເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນໂທ ຄຳກິງ ຜຸ້ຍຫຼ້າມະນີວົງ ໄດ້ກ່າວວ່າ: ເພື່ອສືບຕໍ່ການຫັນປ່ຽນທາງດ້ານແນວຄິ-ຈິນຕະນາການຢ່າງແຂງແຮງ, ປັບປຸງຍົກສູງຫຼັກໝັ້ນການເມືອງໃຫ້ຄະນະພັກແຕ່ລະຂັ້ນ, ພະນັກງານ - ຫຼັກແຫຼ່ງ ທຸກສະຫາຍ ໃຫ້ມີຄວາມຮັບຮູ້ເຂົ້າໃຈ, ເຊື່ອມຊຶມກໍາແໜ້ນ ແລະ ເປັນເອກະພາບຕໍ່ບັນດາເນື້ອໃນສໍາຄັນຂອງມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມ ໃຫຍ່ຄັ້ງທີ IX ຂອງອົງຄະນະພັກແຂວງ, ຫັນເອົາມະຕິດັ່ງກ່າວເປັນທິດທາງ ແລະ ເປັນແຜນການປະຕິບັດງານລະອຽດຂອງອົງຄະນະພັກແຕ່ລະຂັ້ນ, ຍົກສູງຄວາມເປັນເຈົ້າການ ຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານຕົວຈິງ ໂດຍຕິດພັນກັບການປັບປຸງບູລະນະການຈັດຕັ້ງພັກແຕ່ລະຂັ້ນເວົ້າລວມ, ເວົ້າສະເພາະ ກໍຄືຖັນແຖວພະນັກງານ - ສະມາຊິກພັກ ແລະ ນັກຮົບ ໃນທົ່ວ ແຂວງຫຼວງນ້ຳທາ, ໂດຍຖືເອົາວຽກງານສຶກສາອົບຮົມການເມືອງນໍາພາແນວຄິດເປັນກົກ, ເພື່ອຍົກສູງການນໍາພາໃຫ້ມີຄວາມເດັດດ່ຽວໜຽວແໜ້ນ ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພ ທໍາລາຍຂອງອິດທິກໍາລັງປໍລະປັກ ແລະ ກຸ່ມຄົນບໍ່ຫວັງດີ, ຈໍາກັດການເສື່ອມຖອຍທາງດ້ານແນວຄິດ, ຄຸນສົມບັດສິນທໍາ ປະຕິວັດ ແລະ ແບບແຜນດໍາລົງຊີວິດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບ, ເປັນກ້ອນກໍາລັງແຮງໃນການ ປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ສູ່ຄວາມມັ່ງຄັ່ງເຂັ້ມແຂງ ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ ຍຸຕິທໍາ ແລະ ສີວິໄລ. ໂອກາດດຽວກັນນີ້. ຄະນະຮັບຜິດຊອບເຊື່ອມຊຶມເອກະສານ ຍັງໄດ້ພັດປ່ຽນກັນຂຶ້ນເຜີຍແຜ່ເຊື່ອມຊຶມ ບັນດາເອກະສານ ໂຄງການ ການເມືອງ ຂອງພັກ ສະບັບທີ 3, ບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030), ບົດລາຍງານການເມືອງ ຂອງຄະນະບໍລິຫານງານພັກແຂວງ ຄັ້ງທີ IX, ຂໍ້ກໍານົດ ເລກທີ 46/ກມສພ, ລົງວັນທີ 19 ມີນາ 2026 ວ່າດ້ວຍແບບແຜນວິທີເຮັດວຽກ ແລະການພົວພັນ ລະຫວ່າງ ເລຂາຄະນະ ບໍລິຫານພັກ ກັບປະທານຄະນະກໍາມະການປົກຄອງ ນະຄອນ, ແຂວງ, ມະຕິຕົກລົງ ສະບັບເລກທີ 29/ຄປພຂ, ລົງວັນທີ 27 ເມສາ 2026 ວ່າ ດ້ວຍການແບ່ງຄວາມຮັບຜິດຊອບ ໃຫ້ຄະນະບໍລິຫານງານພັກແຂວງ ສະໄຫມທີ IX ແລະ ເອກະສານຜັນຂະຫຍາຍແຜນພັດທະນາເສດຖະກິດ - ສັງຄົມ 5 ປີ ຄັ້ງທີ IX (2021 – 2025) ແລະ ແຜນພັດທະນາເສດຖະກິດ - ສັງຄົມ 5 ປີຄັ້ງທີ X ( 2026 – 2030 ) ຕື່ມອີກ.
ໂດຍ : ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















