ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ກອງພັນໃຫຍ່ 279 ປິດຊຸດອົບຮົມກໍ່ສ້າງພະນັກງານວິຊາສະເພາະແກວົງ ຊັ້ນຕົ້ນ ຊຸດທີ VII
ເວລາອອກຂ່າວ: 2026-05-15 15:55:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 761 | ຄວາມນິຍົມ:



ວັນທີ 14 ພຶດສະພາ 2026 ນີ້, ກອງພັນໃຫຍ່ 279 ໄດ້ປິດຊຸດອົບຮົມກໍ່ສ້າງພະນັກງານ ວິຊາສະເພາະແກວົງ ຊັ້ນຕົ້ນ ຊຸດທີ VII ປະຈໍາສົກຮຽນ 2024-2025 ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ທອງສະໄໝ ສຸກປະເສີດ ຮອງຫົວໜ້າກົມໃຫຍ່ ເສນາທິການກອງທັບ, ມີບັນດາແຂກ ທີ່ມາຈາກໂຮງຮຽນ, ກົມອົບຮົມ ແລະ ກົມກໍາລັງພົນ, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່ 279 ພະແນກການ, ກອງພັນ, ກອງຮ້ອຍເອກະລາດ ຕະຫຼອດຮອດຄູ-ອາຈານ ແລະ ນັກຮຽນແກວົງເຂົ້າຮ່ວມ. ສະຫາຍ ພັນໂທ ບຸນຕ້ອມ ທອງສະຫວັດ ຫົວໜ້າພະແນກວິຊາການ ກອງພັນໃຫຍ່ 279 ໄດ້ຜ່ານບົດສະຫຼຸບຕີລາຄາຜົນສໍາເລັດ ການຮຽນ-ການສອນ ກໍາສ້າງວິຊາສະເພາະແກວົງ ລະບົບ 18 ເດືອນ ເປົ້າໝາຍການຮຽນ-ການສອນ ກໍ່ສ້າງວິຊາສະເພາະແກວົງຊັ້ນຕົ້ນ ໃຫ້ທະຫານອາຊີບທີ່ສະມັກເຂົ້າມາຢູ່ກອງແກວົງ ຈໍານວນ 58 ສະຫາຍ ຕະຫຼອດໄລຍະການອົບຮົມນັກຮຽນໄດ້ມີການປ່ຽນແປງຍ້ອນຄວາມຮຽກຮ້ອງຕ້ອງວຽກງານຂອງຂັ້ນເທິງ, ນັກຮຽນແກວົງຊຸດນີ້ໄດ້ຖືກໄປສຶກສາຕໍ່ທີ່ສະຫະພັນລັດເຊຍ ຈໍານວນ 5 ສະຫາຍ ວິຊາທີນໍາເອົາເຂົ້າຫຼັກສູດການຮຽນ-ການສອນໃນຄັ້ງນີ້ມີ ວິຊາການເມືອງ 42 ຊົ່ວໂມງ, ວິຊາການທະຫານ, ວິຊາວຽກງານພະລາທິການ, ເສນາຮັກ,ເຕັກນິກ, ວິຊາສໍາຄັນຕົ້ນຕໍຂອງວິຊາສະເພາະແກວົງ ວິຊາອານາໄມພັດເຊັດເຄື່ອງເສບເປົ່າ, ວິຊາທິດສະດີການອ່ານໂນດຊອນແຟ, ວິຊາບຸກຄົນເປົ່າແກ, ວິຊາເຕັກນິກເຝິກຊ້ອມຫັດແອບເປົ່າແກລວມໝູ່ ຕີລາຄາຜົນໄດ້ຮັບທີ່ພົ້ນເດັ່ນໃນການຮຽນຄັ້ງນີ້ ຄະນະພັກ-ຄະນະບັນຊາ ກອງພັນໃຫຍ່ 279 ຖືເອົາວຽກງານ ການຮຽນ-ການສອນ ກໍ່ສ້າງວິຊາສະເພາະແກວົງເປັນວຽກໜຶ່ງທີ່ສໍາຄັນ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນໄດ້ສຸມໃສ່ການຈັດຕັ້ງປະຕິບັດໄດ້ດັ່ງນີ້ ວິຊາການເມືອງ ເກັ່ງ 56 ສະຫາຍ, ກາງ 2 ສະຫາຍ, ວິຊາການທະຫານ ເກັ່ງ 40 ສະຫາຍ, ກາງ 15 ສະຫາຍ, ວິຊາພະລາທິການ, ເສນາຮັກ, ເຕັກນິກ ເກັ່ງ 45 ສະຫາຍ, ກາງ 13 ສະຫາຍ, ດ້ານວິຊາສະເພາະແກວົງ ດ້ານທິດສະດີ ໄດ້ຈັດຕັ້ງການສິດສອນອົບຮົມບັນດາທິດສະດີຫຼັກການພື້ນຖານ ຂອງວິຊາສິລະປະດົນຕຼີ ໃຫ້ເຂົ້າໃຈເຊື່ອມຊຶມແຕ່ລະພາກສ່ວນ, ແຕ່ລະຫົວຂໍ້ຕ່າງໆ ຜ່ານການປະຕິບັດຕົວຈິງພວກເຮົາໄດ້ນໍາພາເຝິກຊ້ອມໂນດຊອນແຟ ຮຽນເພງຊາດໃໝ່ ໄລຍະສັ້ນ ຫັດແອບສະແດງເສບເປົ່າຮັບໃຊ້ພິທີການຈັດຕັ້ງກໍາລັງ ແຕ່ລະຂັ້ນໄດ້ຮັບຜົນສໍາເລັດທີ່ດີ, ພາຍຫຼັງອົບຮົມທາງດ້ານທິດສະດີພື້ນຖານ ແລະ ພາກປະຕິບັດຕົວຈິງສໍາເລັດສາມາດຢັ້ງຢືນຄະແນນດັ່ງນີ້, ວິຊາປະກອບສ້າງ ແລະ ອະນາໄມຜັດເຊັດເຄື່ອງເສບເປົ່າ ເກັ່ງ 38 ສະຫາຍ, ກາງ 19 ສະຫາຍ, ວິຊາທິດສະດີໂນດຊອນແຟ ເກັ່ງ 53 ສະຫາຍ, ກາງ 05 ສະຫາຍ, ວິຊາອ່ານໂນດຊອນແຟ ເກັ່ງ 46 ສະຫາຍ, ກາງ 9 ສະຫາຍ, ບຸກຄົນເສບເປົ່າແກ ເກັ່ງ 39 ສະຫາຍ, ກາງ 16 ສະຫາຍ ສ້າງໄດ້ນັກເສບເປົ່າແກວົງທີ່ດີ ມີຄວາມຮູ້ຄວາມສາມາດ ສະແດງຮັບໃຊ້ພິທີການໃຫ້ຂັນເທິງໄດ້ສໍາເລັດດັ່ງນີ້ ເຄື່ອງເສບເປົ່າບັດແອັມໂຟນຽນ 10 ສະຫາຍ, ເຄື່ອງເປົ່າ ຊູບັດ 7 ສະຫາຍ, ເຄື່ອງເປົ້າຕຼອມບອນ 5 ສະຫາຍ, ເຄື່ອງເສບເປົ່າ ໄມ່ຢູ້ໂຟນ 3 ສະຫາຍ, ເຄື່ອງເສບເປົ່າ ກັອກເນ 1 ສະຫາຍ, ເຄື່ອງເສບເປົ່າ ຕຼອມແປັດ 4 ສະຫາຍ, ເຄື່ອງເສບເປົ່າ ແຊັກເຕນໍ 4 ສະຫາຍ ເຄື່ອງເສບເປົ່າ ແຊັກອານໂຕ 4 ສະຫາຍ, ເຄື່ອງເສບເປົ່າ ກາລາລິແນັດ 1 ສະຫາຍ, ກອງໃຫຍ່ 5 ສະຫາຍ, ເຄື່ອງເສບກອງນ້ອຍ 15 ສະຫາຍ ແລະ ສ້າງໄດ້ນັກຮຽນເກັ່ງ,ເດັ່ນພິເສດ ນັກຮຽນດີປະເພດ 1 ມີ 2 ສະຫາຍ, ນັກຮຽນດີປະເພດ 2 ມີ 5 ສະຫາຍ,ນັກຮຽນດີປະເພດ 3 ມີ 14 ສະຫາຍ, ຄູສອນດີປະເພດ 1 ມີ 4 ສະຫາຍ, ຄູສອນດີປະເພດ 2 ມີ 6 ສະຫາຍ, ຄູສອນດີປະເພດ 3 ມີ 15 ສະຫາຍ. ໃນກອງປະຊຸມຍັງໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການປະດັບຊັ້ນ ໃຫ້ນັກຮຽນແກວົງ ຢູ່ກອງພັນໃຫຍ່ 279 ໃນນີ້ເລື່ອນຊັ້ນ ແລະ ປະດັບທຽບຊັ້ນ ໃຫ້ນັກຮຽນແກວົງຊັ້ນຕົ້ນ ຈໍານວນ 52 ສະຫາຍ ເລື່ອນຊັ້ນ ສິບໂທຂຶ້ນສິບເອກຈໍານວນ 3 ສະຫາຍ, ເລື່ອນສິບຕິຂຶ້ນສິບເອກ 3 ສະຫາຍ ຈາກນັ້ນ ສະຫາຍ ພັນເອກ ບຸນປໍ ໄຊວົງສາ ຫົວໜ້າການທະຫານ ກອງພັນໃຫຍ່ 279 ກໍໄດ້ໃຫ້ກຽດມອບໃບປະກາດຕໍ່ນັກຮຽນທີ່ສໍາເລັດການຮຽນຄັ້ງນີ້ຢ່າງສົມກຽດ. ໂດຍ ນ.ມະນີວັນ ນິທະກອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ