
ສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການທະຫານແຂວງຊຽງຂວາງ ຄົບຮອບ 60 ປີ
ເວລາອອກຂ່າວ: 2019-10-06 12:57:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 711 | ຄວາມນິຍົມ:
ໃນຕອນເຊົ້າຂອງວັນທີ 4 ຕຸລາ ນີ້, ກອງບັນຊາການທະຫານແຂວງຊຽງຂວາງໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການທະຫານແຂວງຊຽງຂວາງ ຄົບຮອບ 60 ປີ (5 ຕຸລາ 1959-5 ຕຸລາ 2019) ຢ່າງຄຶກຄື້ນ. ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ທ່ານ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງມີຄະນະພັກ-ຄະນະບັນຊາທະຫານແຂວງ, ປກສ ແຂວງ, ພະນັກງານປະຕິວັດອາວຸໂສ, ຕົວແທນວີລະຊົນນັກຮົບແຂ່ງຂັນແຂກຖືກເຊີນ, ອຳນາດການປົກຄອງ ນາຍ ແລະ ພົນທະຫານເຂົ້າຮ່ວມ.
ໃນພິທີ ສະຫາຍ ພັນເອກ ຂັນທອງ ວົງອຳຄາ ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງໄດ້ຂຶ້ນກ່າວປາໄສ ທົບທວນຄືນປະຫວັດມູນເຊື້ອອັນສະຫງ່າອົງອາດແຫ່ງການສ້າງຕັ້ງ ແລະ ກໍ່ສ້າງກຳລັງປະກອບອາວຸດທ້ອງຖິ່ນແຂວງຊຽງຂວາງ ໃນພາລະກິດຕໍ່ສູ້ກູ້ຊາດອັນພິລາດອາດຫານ ສ້າງໄດ້ຜົນງານອັນໃຫຍ່ຫຼວງ, ເຊິ່ງມີບາງຕອນສະຫາຍ ກ່າວວ່າ: ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ການປັບປຸງກໍ່ສ້າງກອງທັບໃຫ້ເຕີບໃຫຍ່ເຂັ້ມແຂງກຳລັງປະກອບອາວຸດທ້ອງຖິ່ນແຂວງຊຽງຂວາງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນວັນທີ 5 ຕຸລາ 1959 ຢູ່ບ້ານຫ້ວຍຟອງ ເມືອງກີ່ເຊີນ ແຂວງເຫງະອານ ສສ ຫວຽດນາມ, ໂດຍແມ່ນທ່ານ ສົມຫວັງ ຕາງໜ້າໃຫ້ກອງບັນຊາການສູງສຸດກອງທັບລາວອິດສະຫຼະໃນເວລານັ້ນ, ເປັນຜູ້ປະກາດສ້າງຕັ້ງ ໂດຍໄດ້ເຕົ້າໂຮມກຳລັງມາຈາກໜ່ວຍກອງຫຼອນເປັນກອງໂຄສະນາປະກອບອາວຸດທີ່ຍັງອ່ອນນ້ອຍ ໂດຍແມ່ນທ່ານ ຄຳປານ ເປັນຫົວໜ້າການທະຫານ, ທ່ານ ຄຳຕາ ດວງທອງລາ ເປັນຫົວໜ້າການເມືອງ ແລະ ທ່ານ ອຸດົມ ຂັດຕິຍະ ເປັນຮອງການເມືອງ, ທັງປັບປຸງກໍ່ສ້າງກຳລັງ ທັງເຄື່ອນໄຫວສູ້ຮົບຢູ່ຫຼາຍເຂດຂອງແຂວງຊຽງຂວາງເຊັ່ນ: ເມືອງໜອງແຮດ, ເມືອງພ່າງ-ເມືອງງານ, ລ້ອງໂມ້ ແລະ ຈຸດອື່ນໆ, ມີການປະສານສົມທົບກັບທະຫານອາສາສະໝັກຫວຽດນາມເຄື່ອນໄຫວຕີສັດຕູ ຜ່ານຜ່າຄວາມຫຍຸ້ງຍາກລຳບາກໃນແປວໄຟສົງຄາມຕໍ່ສູ້ກູ້ຊາດອັນຢືດເຍື້ອຍາວນານ, ທັງຂົນຂວາຍປະຊາຊົນທັງເຄື່ອນໄຫວຕີສັດຕູ, ເຊິ່ງບັນດາບັ້ນຮົບສຳຄັນທີ່ກຳລັງປະກອບອາວຸດທ້ອງຖິ່ນແຂວງຊຽງຂວາງໄດ້ເຂົ້າຮ່ວມມີ: ບັ້ນຮົບປົດປ່ອຍທົ່ງໄຫຫີນປີ 1961 ບັ້ນຮົບທະນົງກຽດ ປີ 1965, ບັ້ນຮົບປົດປ່ອຍເມືອງສຸຍ ປີ 1969, ບັ້ນຮົບກູ້ກຽດປີ 1969-1970, ບັ້ນຮົບປົດປ່ອຍຊຳທອງ, ລ້ອງແຈ້ງ ປີ 1970-1972 ແລະ ອື່ນໆ. ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍໃນໄລຍະປີ 1975-1985 ກໍໄດ້ເຂົ້າຮ່ວມບັ້ນຮົບກວາດລ້າງທະຫານເສດເຫຼືອວ່າງປາວຢູ່ຫຼາຍຈຸດຂອງແຂວງ, ທຳລາຍຈຸດລີ້ຊ່ອນຂອງສັດຕູຢ່າງເປັນເຈົ້າການ ແລະ ພິລາດອາດຫານ, ເຂົ້າຮ່ວມໃນການພັດທະນາເສດຖະກິດ-ສັງຄົມ ແກ້ໄຂຊີວິດຄວາມເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນຕາມແນວທາງປ່ຽນແປງໃໝ່ຂອງພັກ.
ໃນໄລຍະຊຸມປີຜ່ານມານີ້, ກຳລັງທະຫານແຂວງຊຽງຂວາງກໍໄດ້ຕັ້ງໜ້າຫັນລົງກໍ່ສ້າງຮາກຖານການເມືອງຢ່າງແຂງແຮງຊ່ວຍເຫຼືອປະຊາຊົນ ແລະ ອຳນາດການປົກຄອງຢູ່ຂັ້ນຮາກຖານມີຄວາມສະຫງົບໂດຍພື້ນຖານ. ຖັນແຖວນາຍ ແລະ ພົນທະຫານໄດ້ຮັບການກໍ່ສ້າງ, ເຝິກຝົນຫຼໍ່ຫຼອມໃນສະໜາມຮົບ ແລະ ພຶດຕິກຳວຽກງານຕົວຈິງເຮັດໃຫ້ກຳລັງທະຫານແຂວງຊຽງຂວາງມີຄວາມເຂັ້ມແຂງຢ່າງບໍ່ຢຸດຢັ້ງ.
ຂ່າວໃຫ້ຮູ້ອີກວ່າ: ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງບັນຊາການທະຫານແຂວງຊຽງຂວາງ ຄົບຮອບ 60 ປີນີ້, ການນຳແຂວງຊຽງຂວາງ ນຳໂດຍສະຫາຍ ບຸນຕົ້ນ ຈັນທະພອນ ເລຂາພັກແຂວງ, ເຈົ້າແຂວງໆຊຽງຂວາງ ພ້ອມດ້ວຍຄະນະພັກ-ຄະນະກອງບັນຊາການທະຫານແຂວງ, ພະນັກງານການນຳອ້ອມຂ້າງອົງການປົກຄອງແຂວງໄດ້ເຂົ້າວາງພວງມາລາຢູ່ທີ່ອະນຸສາວະລີນັກຮົບນິລະນາມຂອງແຂວງ ແລະ ຈາກນັ້ນກໍໄດ້ວາງກະຕ່າດອກໄມ້ຢູ່ທີ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ແລະ ອຸນຸສອນສະຖານ ທ່ານ ພູມີ ວົງວິຈິດ ເພື່ອສະແດງເຖິງຄວາມເຄົາລົບຮັກ ແລະ ຮູ້ບຸນຄຸນໃນຄຸນງາມຄວາມດີ ແລະ ນໍ້າໃຈເສຍສະຫລະອັນສູງສົ່ງຂອງຜູ້ນຳການປະຕິວັດໃນພາລະກິດຕໍ່ສູ້ກູ້ຊາດໄລຍະຜ່ານມາ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ