ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຍ້ອງຍໍກົມກອງ - ບຸກຄົນທີ່ສ້າງເງື່ອນໄຂ ໃຫ້ລາວຫຼຸ້ດພົ້ນອອກຈາກບັນຊີສີເທົາ
ເວລາອອກຂ່າວ: 2019-10-07 10:51:47 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 76 | ຄວາມນິຍົມ:



ລັດຖະບານແຫ່ງ ສປປ ລາວ ໄດ້ຈັດຕັ້ງພິທີຍ້ອງຍໍບັນດາກົມ ກອງ ແລະ ບຸກຄົນທີ່ມີຜົນງານ ໃນການປະກອບສ່ວນເຂົ້າໃນ ການສ້າງເງື່ອນໄຂໃຫ້ ສປປ ລາວ ຫຼຸດພົ້ນອອກຈາກບັນຊີສີເທົາ ກໍຄືການຈັດຕັ້ງປະຕິບັດວຽກ ງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍເພື່ອອອກຈາກບັນຊີສີເທົາຂອງອົງການຕ້ານການຟອກເງິນສາກົນໃນປີ 2017 ມີຈຳ ນວນທັງໝົດ 129 ຄົນທີ່ມາ ຈາກຫຼາຍພາກສ່ວນທັງສູນກາງ ແລະທ້ອງຖິ່ນ ເຊິ່ງຈັດຂຶ້ນໃນວັນ ທີ 1 ຕຸລາ 2019 ທີ່ກະຊວງການ ເງິນ ນະຄອນຫຼວງວຽງຈັນ ໂດຍ ການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງການ ເງິນ, ປະທານຄະນະກຳມະການ ແຫ່ງຊາດເພື່ອຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ (ຄຕ ຟງ). ຄືດັ່ງທີ່ຮູ້ກັນແລ້ວວ່າ: ໃນໄລຍະ ຜ່ານມາ ລັດຖະບານແຫ່ງ ສປປ ລາວ ແລະ ປະຊາຊົນລາວໃນ ທົ່ວປະເທດ ໄດ້ມີຄວາມພະຍາ ຍາມຢ່າງຕັ້ງໜ້າໃນການຈັດຕັ້ງ ປະຕິບັດບັນດາເງື່ອນໄຂຕ່າງໆ ທີ່ສາກົນວາງໄວ້ໂດຍສະເພາະ ໃນວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ ການກໍ່ການຮ້າຍ ເຊິ່ງສາມາດ ຈັດຕັ້ງປະຕິບັດໄດ້ເປັນກ້າວໆມາ ແລະໃນກາງປີ 2017, ສປປ ລາວ ໄດ້ຖືກຖອນອອກຈາກບັນ ຊີຕິດຕາມ (ບັນຊີສີເທົາ) ຂອງ ອົງການຕ້ານການຟອກເງິນສາ ກົນ (Financial Action Task Force “FATF”) ມາຢູ່ບັນຊີ ປົກກະຕິໄດ້ໃນກອງປະຊຸມຄົບ ຄະນະ (FATF Plenary meeting) ປະຈໍາເດືອນ ມິຖຸນາ 2017 ທີ່ປະເທດແອັດສະປາຍ ໃນວັນທີ 23 ມິຖຸນາ 2017. ຈາກນັ້ນ; ໃນເວລາຕໍ່ມາ ກໍໄດ້ ຈັດຕັ້ງກອງປະຊຸມສະໄໝສາມັນ ຄັ້ງທີ II ປະຈໍາປີ 2019 ຂອງ ຄຕຟງ, ໂດຍການເປັນປະທານ ຂອງ ທ່ານ ສົມດີ ດວງດີ ປະທານ ຄຕຟງ. ພ້ອມນີ້, ກໍມີບັນດາສະ ມາຊິກ ຄຕຟງ ແລະ ກະຊວງກ່ຽວຂ້ອງເຂົ້າຮ່ວມຈຳນວນໜຶ່ງ ເຊິ່ງ ກອງປະຊຸມໄດ້ມີການປຶກສາຫາ ລືຫຼາຍບັນຫາທີ່ມີຄວາມສໍາຄັນ ຕິດພັນກັບວຽກງານຕ້ານການ ຟອກເງິນ ແລະ ສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ ຂອງ ສປປ ລາວ ໂດຍສະເພາະການກະກຽມ ຄວາມພ້ອມໃນການປະເມີນ ຮອບດ້ານຂອງ ສປປ ລາວ ໃນ ປີ 2020-2021. ກອງປະຊຸມ ໄດ້ຜ່ານແຜນ ການກະກຽມຄວາມພ້ອມການ ປະເມີນຮອບດ້ານວຽກງານຕ້ານ ການຟອກເງິນ ແລະ ສະໜອງ ທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ຂອງ ສປປ ລາວ ໂດຍສຸມໃສ່ດ້ານນິຕິກຳທີ່ຍັງ ບໍ່ທັນໄດ້ຕາມມາດຖານສາກົນ, ປັບປຸງບັນດາກົນໄກໃຫ້ສອດ ຄ່ອງ, ພ້ອມດຽວກັນນັ້ນຍັງໄດ້ ສຸມໃສ່ແກ້ໄຂຈຸດຄົງຄ້າງບັນດາ ຂະແໜງການທີ່ມີຄວາມສ່ຽງຕໍ່ ການຟອກເງິນ ແລະ ການສະ ໜອງທຶນໃຫ້ແກ່ການກໍ່ການຮ້າຍ ເພື່ອຈັດຕັ້ງປະຕິບັດມາດຕະ ການປ້ອງກັນ ແລະແກ້ໄຂ ເພື່ອ ຮອງຮັບການປະເມີນຈາກກຸ່ມອາ ຊີປາຊີຟິກເພື່ອຕ້ານການຟອກ ເງິນ ແລະ ການສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ (APG) ໃນລະຫວ່າງເດືອນ ມີນາ 2020- ເດືອນ ກໍລະກົດ 2021, ກອງ ປະຊຸມຍັງໄດ້ຊຸກຍູ້ໃຫ້ທຸກພາກ ສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ຈັດ ຕັ້ງປະຕິບັດຕາມພາລະບົດບາດ ຂອງຕົນໃນວຽກງານຕ້ານ ການ ຟອກເງິນ ແລະສະໜອງທຶນໃຫ້ ແກ່ການກໍ່ການຮ້າຍ (AML/CFT) ໃຫ້ສຳເລັດຕາມແຜນ ແລະ ຄາດໝາຍທີ່ວາງໄວ້. ໂດຍ: ຣັດສະໝີ ດວງສັດຈະ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ