ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ສຳ​ຫຼວດ​ພື້ນ​ທີ່ ເພື່ອ​ກຽມ​ເຝິກຊ້ອມ ​ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາຍ​ແດນ ລາວ-ຫວຽດນາມ
ເວລາອອກຂ່າວ: 2026-05-19 09:10:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ:



​ວັນ​ທີ 7 ພຶດສະພາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ​ສປປ ລາວ ແລະ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ແຂວງ​ກວາງ​ຈິ ​ສສ ຫວຽດນາມ ໄດ້​ລົງ​ສຳ​ຫຼວດ​ພື້ນ​ທີ່​ຕົວ​ຈິງ ເພື່ອ​ກຽມພ້ອມ​ໃນ​ການ​ເຝິກຊ້ອມ​ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາຍ​ແດນ ລາວ-ຫວຽດນາມ ຢູ່​ທີ່​ດ່ານ​ສາກົນ​ຈາ​ລໍ ແຂວງ​ກວາງ​ຈິ, ເຊິ່ງ​ຝ່າຍ​ລາວນຳ​ໂດຍ ສະຫາຍ ພັນ​ເອກ ບຸນ​ເລີດ ບຸບຜາ​ວັນ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ແລະ ຝ່າຍ​ຫວຽດ ນຳ​ໂດຍສະຫາຍ ພັນ​ເອກ ຈິ່ງ ແທັງ ບິ່ງ ຫົວໜ້າ​ການ​ທະຫານ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ ແຂວງ​ກວາງ​ຈິ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ, ພະແນກການ​ທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ. ກ່ອນ​ຈະ​ລົງ​ເຄື່ອນ​ໄຫວ​ສຳ​ຫຼວດ​ພື້ນ​ທີ່​ຕົວ​ຈິງ ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ຄິດ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ເພື່ອ​ຄວາມ​ເປັນ​ເອກະ​ພາບ​ດ້ານ​ການ​ກຳນົດ​ເນື້ອ​ໃນ, ເວລາ, ສະຖານທີ່ ແລະ ຄວາມ​ພ້ອມ​ດ້ານ​ຕ່າງໆ ເພື່ອ​ເຮັດ​ໃຫ້ການ​ເຝິກ​ຊອ້ມ​​ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາຍ​ແດນ ລາວ-ຫວຽດນາມ ກໍ່​ຄື​ຊາຍ​ແດນ​ແຂວງ​ຄຳ​ມ່ວນ ກັບ ຊາຍ​ແດນ​ແຂວງ​ກວາງ​ຈິ ໃນ​ຄັ້ງ​ນີ້​ໃຫ້​ສຳເລັດ​ຕາມ​ແຜນການ ແລະ ລະດັບ​ຄາດໝາຍ​ທີ່​ວາງ​ໄວ້, ພ້ອມ​ທັງ​ຮັບປະກັນ​ໄດ້​ຄວາມ​ປອດ​ໄພ 100%. ສ່ວນ​ການ​ເຝິກຊ້ອມ​ແມ່ນ​ໄດ້​ກຳນົດ​ເອົາ​ດ່ານ​ສາກົນ​ຈາ​ລໍ-ນາ​ເພົ້າ ເປັນ​ສະຖານທີ່​ເຝິກ​ຊ້ອມ​ຮ່ວມ ​ລະຫວ່າງ ທັງ​ສອງ​ຝ່າຍ ແລະ ກຳນົດ​ເວລາ​ໃນ​ການ​ເຝິກຊ້ອມ​ຕົວ​ຈິງ 20 ວັນ ໃຫ້​ສຳເລັດ. ຈາກ​ນັ້ນ, ທັງ​ສອງ​ຝ່າຍ ກໍ​ໄດ້​ພ້ອມ​ກັນ​ລົງ​ສຳ​ຫຼວດ​ສະຖານທີ່​ຕົວ​ຈິງ ທີ່​ຈະ​ໃຊ້​ເຂົ້າ​ໃນ​ການ​ເຝິກຊ້ອມ​ຮ່ວມ ແລະ ເຊັນ​ບົດ​ບັນທຶກ​ການ​ແລກປ່ຽນ​ດ້ານ​ເນື້ອ​ໃນ​ການ​ລົງ​ສຳ​ຫຼວດ​ໃນ​ພາກ​ສະໜາມ ເພື່ອ​ຮັບປະກັນ​ໃຫ້ການ​ເຝິກຊ້ອມ​ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາຍ​ແດນ ​ຂອງ​ສອງ​ແຂວງ ຄຳ​ມ່ວນ-ກວາງ​ຈິ ໃນ​ຄັ້ງ​ນີ້​ຢ່າງ​ເປັນ​ທາງ​ການ. ທັງ​ນີ້ ກໍ​ເພື່ອ​ເພີ່ມ​ທະວີ​ທາງ​ດ້ານ​ວຽກ​ງານ​ຕ້ານ ແລະ ສະກັດ​ກັ້ນ​ບັນດາ​ປາ ກົດການ​ຫຍໍ້ທໍ້​ຕ່າງໆ​ຕາມ​ບໍລິເວນ​ຊາຍ​ແດນ, ຄຸ້ມ​ຄອງ​ຊາຍ​ແດນ, ຫຼັກ​ໝາຍ​ຊາຍ​ແດນ ຂອງ​ທັງ​ສອງ​ປະເທດ​ເວົ້າ​ລວມ, ເວົ້າ​ສະເພາະ ສອງ​ແຂວງ​ຄຳ​ມ່ວນ-ກວາງ​ຈິ ໃຫ້​ມີ​ຄວາມ​ສະຫງົບ, ມີ​ສະຖຽນ​ລະ​ພາບ​ທາງ​ດ້ານ​ການເມືອງ ແລະ ມີ​ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ ແລະ ຍັງ​ເປັນ​ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ຊ່ວຍເຫຼືອ​ເຊິ່ງ​ກັນ ແລະ ກັນ ໃນ​ການ​ປະສານ​ງານ​ກັນ​ຢ່າງ​ກົມກຽວ​ດ້ານ​ວຽກ​ງານ​ຕ່າງໆ ລະຫວ່າງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ​ສປປ ລາວ ແລະ ກອງ​ບັນຊາ​ການ ທະຫານ​ຊາຍ​ແດນ​ແຂວງ​ກວາງ​ຈິ ​ສສ ຫວຽດນາມ ໃຫ້​ນັບ​ມື້​ແໜ້ນ​ແຟ້ນ​ຂຶ້ນ​ໄປ​ເລື້ອຍໆ. ໂດຍ: ຈັນທະ​ວີ​ສຸກ ພົງ​ເຂັມ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ