ຄະນະພັກຮາກຖານ ໂຮງງານ ອ410 ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ
ເວລາອອກຂ່າວ: 2026-05-20 09:11:44 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 122 | ຄວາມນິຍົມ: ![]()
ວັນທີ 13 ພຶດສະພາ 2026 ຜ່ານມາ, ຄະນະພັກຮາກຖານ ໂຮງງານ ອ410 ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ວຽງທອງ ພັດທະສິດ ກຳມະການ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ ພ້ອມດ້ວຍຄະນະກວດກາ, ຄະນະພັກ ຮາກຖານ, ຄະນະໜ່ວຍພັກ ຕະ ຫຼອດຮອດສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ພິລາວັນ ສຸພັນທະວີ ຮອງເລຂາຄະນະພັກຮາກຖານ ອຳນວຍການໂຮງ ງານ ອ410 ໄດ້ຜ່ານບົດລາຍງານຜົນສຳເລັດການປັບປຸງກໍ່ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວຄະນະພັກຮາກຖານ ປະຈຳປີ 2026. ໄລຍະຜ່ານມາຄະນະພັກ-ຄະນະອຳ ນວຍການໂຮງງານ ໄດ້ເປັນເຈົ້າການເອົາໃຈໃສ່ນຳພາສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ເປັນປະຈຳຕໍ່ເນື່ອງ, ຈັດຕັ້ງເຜີຍແຜ່ບັນດາເອກະສານມູນເຊື້ອວັນສຳຄັນຕ່າງໆ ຂອງຊາດ, ຂອງພັກ, ຂອງກອງທັບ, ບັນດາມະຕິ, ຄຳສັ່ງ ຂອງຂັ້ນເທິງວາງອອກໃນແຕ່ໄລຍະ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ເຮັດໃຫ້ພະນັກງານ, ສະມາຊິກພັກກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ກຳໄດ້ພາລະ, ບົດບາດ, ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ປະຕິບັດທຸກມະຕິ, ຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ, ສຸມໃສ່ປັບປຸງກໍ່ສ້າງພັກທາງດ້ານການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນ ບົນພື້ນຖານແມ່ນປະຕິບັດຕາມກົດລະບຽບຂອງພັກ. ປັດຈຸບັນທົ່ວຄະນະພັກຮາກຖານໂຮງງານ ອ410 ມີ 4 ໜ່ວຍພັກ ທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 133 ສະຫາຍ, ຍິງ 27 ສະຫາຍ, ຈາກຄະນະກວດກາເຫັນວ່າ ສະມາຊິກພັກ, ຄະນະໜ່ວຍພັກ ໄດ້ຕີລາຄາແບ່ງປະເພດດັ່ງນີ້: ທັງ 4 ໜ່ວຍພັກ ມີສະມາຊິກພັກແຂງທັງໝົດ 133 ສະຫາຍ, ຍິງ 27 ສະຫາຍ. ສຳລັບໜ່ວຍພັກບໍລິຫານ ສະເໜີເປັນໜ່ວຍພັກແຂງ ຄັ້ງທີ I, ໜ່ວຍພັກຮັບປະກັນ ສະເໜີເປັນໜ່ວຍພັກແຂງ ຄັ້ງທີ I, ໜ່ວຍພັກເຂດຜະລິດທີ 1 ສະເໜີເປັນໜ່ວຍພັກແຂງ ຄັ້ງທີ IV, ໜ່ວຍພັກເຂດຜະລິດທີ 2 ສະເໜີເປັນໜ່ວຍພັກແຂງ ຄັ້ງທີ II.
ໂອກາດນີ້, ສະຫາຍ ພັນເອກ ວຽງທອງ ພັດທະສິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານດ້ານຕ່າງໆ ທີ່ຄະນະພັກຮາກຖານ, ຄະນະບັນດາໜ່ວຍພັກ, ສະມາຊິກພັກສ້າງມາໄດ້ ພ້ອມທັງເນັ້ນໜັກໃຫ້ຍົກສູງສະຕິດ້ານການເມືອງ-ນຳພາແນວຄິດ, ມີຄວາມສາມັກຄີເປັນເອກະພາບສູງ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ, ມີການຕຳນິສົ່ງຂ່າວ, ສະຫຼຸບຖອດຖອນບົດຮຽນ ສາມາດຮັກສາມູນເຊື້ອ ຄວາມສາມັກຄີ, ພ້ອມທັງເປັນການຕຳນິກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ແກ້ໄຂບັນຫາຄົງຄ້າງພາຍໃນພັກໃຫ້ປອດໃສ ຂາວສະອາດ, ຍົກສູງສະຕິຄວາມຮັບ ຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ, ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບເພື່ອສືບທອດປ່ຽນແທນ, ຍົກສູງຄວາມເປັນເຈົ້າການປະ ຕິບັດແຜນການ ໜ້າທີ່ກົມກອງຕົນຮັບຜິດຊອບໃຫ້ທ່ວງທັນກັບສະພາບການຄວາມຮຽກຮ້ອງຕ້ອງການ, ຫັນເອົາ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກມາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ການດຳລົງຊີວິດຕົວຈິງຢູ່ພາຍໃນກົມກອງໃຫ້ມີຄຸນນະພາບດີກວ່າເກົ່າ.
ໂດຍ: ໂຊ ອ410
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















