ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ປຸກລະດົມ​ຈິດໃຈ​ປະຕິວັດ ກົມ​ໃຫຍ່​ການເມືອງ​ກອງທັບ ເປີດ​ບັ້ນ​ອົບຮົມ​ການເມືອງ-ແນວ​ຄິດ ຊຸດ​ທຳ​ອິດ ປະຈຳ​ປີ 2026 ຢ່າງ​ສົມ​ກຽດ
ເວລາອອກຂ່າວ: 2026-05-20 09:15:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 196 | ຄວາມນິຍົມ:



ໃນ​ວັນ​ທີ 19 ພຶດສະພາ 2026 ນີ້, ທີ່​ສະໂມສອນ​ກົມ​ໃຫຍ່​ການເມືອງ​ກອງທັບ ໄດ້​ມີ​ພິທີ​ເປີດ​ບັ້ນ​ອົບຮົມ​ການເມືອງ-ແນວ​ຄິດ ທົ່ວ​ກົມ​ໃຫຍ່​ການເມືອງ​ກອງທັບ ຊຸດ​ທຳ​ອິດ ປະຈຳ​ປີ 2026 ຂຶ້ນ​ຢ່າງ​ເປັນ​ທາງ​ການ. ເຂົ້າ​ຮ່ວມ ແລະ ຂຶ້ນ​ຫ້ອງ​ບັນຍາຍ​ໃນ​ຄັ້ງ​ນີ້​ມີສະຫາຍ ພັນ​ໂທ ບຸນ​ເຕີມ ກົມ​ເສນາຫົວໜ້າ​ພາກ​ວິຊາ​ປັດ​ຊະ​ຍາ, ພ້ອມ​ດ້ວຍ​ບັນດາ​ສິດ​ເກົ່າ-ນັກ​ຝຶກ​ອົບຮົມ ທີ່​ມາ​ຈາກ​ບັນດາ​ກົມ​ກອງ ແລະ ຫ້ອງການ​ອ້ອມ​ຂ້າງ​ກົມ​ໃຫຍ່​ການເມືອງ​ກອງທັບ ເຂົ້າ​ຮ່ວມ​ຢ່າງ​ພ້ອມພຽງ. ໃນ​ການ​ຂຶ້ນ​ຫ້ອງ​ເປີດ​ສາກ​ຊຸດ​ທຳ​ອິດ​ນີ້, ສະຫາຍ ພັນ​ໂທ ບຸນ​ເຕີມ ກົມ​ເສນາ ໄດ້​ຖ່າຍ​ທອດ​ຄວາມ​ຮູ້ ແລະ ບົດຮຽນ​ອັນ​ໜັກ​ແໜ້ນ ໃຫ້​ແກ່​ນັກ​ເຝິກ​ອົບຮົມ ໂດຍ​ເນັ້ນ​ໃສ່ 1 ຫົວຂໍ້​ສຳຄັນ ຄື: ປັດ​ຊະ​ຍາ ມາກ - ເລ​ນິນ ເຊິ່ງ​ຈະ​ເວົ້າ​ເຖິງ​ຫົວຂໍ້ ບັນດາ​ຫຼັກ​ມູນ, ກົດເກນ​ຂອງ​ສັດຈະ​ວິພາກ​ວັດຖຸ​ນິຍົມ ຈຸດປະສົງ​ຄາດຫມາຍ​ກໍ​ຄື ເພື່ອ​ໃຫ້​ຜູ້​ຮຽນ​ເຂົ້າໃຈ​ວ່າ​ສັດຈະ​ວິພາກ​ແມ່ນ​ຫຍັງ?, ເຂົ້າໃຈ​ສາຍ​ກ່ຽວ​ພັນ​ລວມ​ທົ່ວ​ໄປ​ແມ່ນ​ຫຍັງ?, ການ​ຂະຫຍາຍຕົວ​ແມ່ນ​ຫຍັງ? ຮູ້ ໄດ້​ຕົ້ນ​ກຳເນີດ​ແຫ່ງ​ການ​ຂະຫຍາຍຕົວ, ຄວາມ​ເປັນ​ເອກກະ​ພາບ ແລະ ການ​ຕໍ່ສູ້​ລະຫວ່າງ​ບັນດາ​ດ້ານ​ກົງກັນຂ້າມ, ການ​ປະຕິເສດ​ຂອງ​ປະຕິເສດ, ປະລິມານ, ຄຸນ​ນະ​ພາບ​ແມ່ນ​ຫຍັງ ແລະ ມີ​ການ​ພົວພັນ​ກັນ​ແນວໃດ?. ຜ່ານ​ການ​ຮຽນ​ບົດ​ນີ້ ຈະ​ຊ່ວຍ​ໃຫ້​ບັນດາ​ນັກ​ເຝິກອົບຮົມ​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ ສິ່ງ​ວັດຖຸ​ຢູ່​ອ້ອມ ຕົວ​ເຮົາ ຢ່າງ​ຖືກຕ້ອງ, ຊຶ່ງ​ແຕ່​ລະ​ສິ່ງ​ວັດຖຸ​ລ້ວນ​ແຕ່​ມີ​ການ​ພົວພັນ​ກັນ ແລະ ຂະຫຍາຍຕົວ, ບົນ​ພື້ນຖານ​ການ​ປະຕິເສດ​ອັນ​ເກົ່າ​ຮັບ​ເອົາ​ອັນ​ໃຫມ່​ບົນ​ພື້ນຖານ​ອັນ​ເກົ່າ, ຮັບ​ຮູ້ ແລະ ເຂົ້າໃຈ ປະກົດ​ການ​ທາງ​ດ້ານ​ທຳ​ມະ​ຊາດ, ສັງຄົມ ແລະ ຈິນຕະນາການ​ຢ່າງ​ຖືກຕ້ອງ, ບົນ​ພື້ນຖານ ນັ້ນ​ຈຶ່ງ​ມີ​ການ​ກະທຳ​ທີ່​ຖືກຕ້ອງ. ການ​ດຳເນີນ​ການ​ຂຶ້ນ​ຫ້ອງ​ຮຽນ​ໃນ​ຄັ້ງ​ນີ້ ແມ່ນ​ໄດ້​ໃຊ້​ເວລາ​ຕະຫຼອດ 1 ຄາບ​ເຊົ້າ ເຕັມ​ໄປ​ດ້ວຍ​ບັນຍາກາດ​ແຫ່ງ​ການ​ຕັ້ງໜ້າ​ຄົ້ນຄວ້າ ແລະ ຮັບ​ເອົາ​ເນື້ອ​ໃນ​ຈິດໃຈ​ຢ່າງ​ຟົດຟື້ນ. ໂດຍ: ໄພລິນ ບຸນ​ຍັງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ