ປຸກລະດົມຈິດໃຈປະຕິວັດ ກົມໃຫຍ່ການເມືອງກອງທັບ ເປີດບັ້ນອົບຮົມການເມືອງ-ແນວຄິດ ຊຸດທຳອິດ ປະຈຳປີ 2026 ຢ່າງສົມກຽດ
ເວລາອອກຂ່າວ: 2026-05-20 09:15:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ: ![]()
ໃນວັນທີ 19 ພຶດສະພາ 2026 ນີ້, ທີ່ສະໂມສອນກົມໃຫຍ່ການເມືອງກອງທັບ ໄດ້ມີພິທີເປີດບັ້ນອົບຮົມການເມືອງ-ແນວຄິດ ທົ່ວກົມໃຫຍ່ການເມືອງກອງທັບ ຊຸດທຳອິດ ປະຈຳປີ 2026 ຂຶ້ນຢ່າງເປັນທາງການ. ເຂົ້າຮ່ວມ ແລະ ຂຶ້ນຫ້ອງບັນຍາຍໃນຄັ້ງນີ້ມີສະຫາຍ ພັນໂທ ບຸນເຕີມ ກົມເສນາຫົວໜ້າພາກວິຊາປັດຊະຍາ, ພ້ອມດ້ວຍບັນດາສິດເກົ່າ-ນັກຝຶກອົບຮົມ ທີ່ມາຈາກບັນດາກົມກອງ ແລະ ຫ້ອງການອ້ອມຂ້າງກົມໃຫຍ່ການເມືອງກອງທັບ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນການຂຶ້ນຫ້ອງເປີດສາກຊຸດທຳອິດນີ້, ສະຫາຍ ພັນໂທ ບຸນເຕີມ ກົມເສນາ ໄດ້ຖ່າຍທອດຄວາມຮູ້ ແລະ ບົດຮຽນອັນໜັກແໜ້ນ ໃຫ້ແກ່ນັກເຝິກອົບຮົມ ໂດຍເນັ້ນໃສ່ 1 ຫົວຂໍ້ສຳຄັນ ຄື: ປັດຊະຍາ ມາກ - ເລນິນ ເຊິ່ງຈະເວົ້າເຖິງຫົວຂໍ້ ບັນດາຫຼັກມູນ, ກົດເກນຂອງສັດຈະວິພາກວັດຖຸນິຍົມ ຈຸດປະສົງຄາດຫມາຍກໍຄື ເພື່ອໃຫ້ຜູ້ຮຽນເຂົ້າໃຈວ່າສັດຈະວິພາກແມ່ນຫຍັງ?, ເຂົ້າໃຈສາຍກ່ຽວພັນລວມທົ່ວໄປແມ່ນຫຍັງ?, ການຂະຫຍາຍຕົວແມ່ນຫຍັງ? ຮູ້ ໄດ້ຕົ້ນກຳເນີດແຫ່ງການຂະຫຍາຍຕົວ, ຄວາມເປັນເອກກະພາບ ແລະ ການຕໍ່ສູ້ລະຫວ່າງບັນດາດ້ານກົງກັນຂ້າມ, ການປະຕິເສດຂອງປະຕິເສດ, ປະລິມານ, ຄຸນນະພາບແມ່ນຫຍັງ ແລະ ມີການພົວພັນກັນແນວໃດ?.
ຜ່ານການຮຽນບົດນີ້ ຈະຊ່ວຍໃຫ້ບັນດານັກເຝິກອົບຮົມມີຄວາມຮັບຮູ້ກ່ຽວກັບ ສິ່ງວັດຖຸຢູ່ອ້ອມ ຕົວເຮົາ ຢ່າງຖືກຕ້ອງ, ຊຶ່ງແຕ່ລະສິ່ງວັດຖຸລ້ວນແຕ່ມີການພົວພັນກັນ ແລະ ຂະຫຍາຍຕົວ, ບົນພື້ນຖານການປະຕິເສດອັນເກົ່າຮັບເອົາອັນໃຫມ່ບົນພື້ນຖານອັນເກົ່າ, ຮັບຮູ້ ແລະ ເຂົ້າໃຈ ປະກົດການທາງດ້ານທຳມະຊາດ, ສັງຄົມ ແລະ ຈິນຕະນາການຢ່າງຖືກຕ້ອງ, ບົນພື້ນຖານ ນັ້ນຈຶ່ງມີການກະທຳທີ່ຖືກຕ້ອງ.
ການດຳເນີນການຂຶ້ນຫ້ອງຮຽນໃນຄັ້ງນີ້ ແມ່ນໄດ້ໃຊ້ເວລາຕະຫຼອດ 1 ຄາບເຊົ້າ ເຕັມໄປດ້ວຍບັນຍາກາດແຫ່ງການຕັ້ງໜ້າຄົ້ນຄວ້າ ແລະ ຮັບເອົາເນື້ອໃນຈິດໃຈຢ່າງຟົດຟື້ນ.
ໂດຍ: ໄພລິນ ບຸນຍັງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















