ພິທີ ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍຊາວໜຸ່ມ-ສະຫະພັນແມ່ຍິງ ກອງພັນສ້ອມແປງເຄື່ອນທີ່ ເລກ 1
ເວລາອອກຂ່າວ: 2026-05-20 09:17:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 180 | ຄວາມນິຍົມ: ![]()
ພິທີ ປະກາດບົ່ງຕົວແຕ່ງຕັ້ງຄະນະໜ່ວຍຊາວໜຸ່ມ-ສະຫະພັນແມ່
ຍິງ ກອງພັນສ້ອມແປງເຄື່ອນທີ່ເລກ 1 ໄດ້ຈັດຂຶ້ນໃນວັນທີ 15 ພຶດສະພາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ສາຍຄຳ ພົມມະວົງ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກ-ຄະນະບັນຊາ, ພະແນກສະຫະພັນແມ່ຍິງ-ພະແນກຊາວໜຸ່ມ ກົມໃຫຍ່ເຕັກນິກ ແລະ ພັກນັກງານ-ສະມາຊິກຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ.
ສະຫາຍ ພັນໂທ ມິດສະໝອນ ແກ້ວພອນວິໄລ ເລຂາຄະນະໜ່ວຍ
ຊາວໜຸ່ມ ກອງພັນສ້ອມແປງເຄື່ອນທີ່ ເລກ 1 ຂຶ້ນຜ່ານບົດລາຍງານຫຍໍ້ ໂດຍໃຫ້ຮູ້ວ່າ: ໜ່ວຍຊາວໜຸ່ມກອງພັນສ້ອມແປງເຄື່ອນທີ່ເລກ 1 ແມ່ນໜ່ວຍໜຶ່ງທີ່ຂຶ້ນກັບກົມກອງວິຊາສະເພາະ ເຊິ່ງມີຈຳນວນພົນ 34 ສະຫາຍ, ຍິງ 8 ສະຫາຍ, ມີ 5 ຈຸ, ສ່ວນໜ່ວຍສະຫະພັນແມ່ຍິງມີຈຳນວນພົນ 20 ສະຫາຍ, ມີ 3 ຈຸ, ເຊິ່ງປະ
ກອບດ້ວຍວິຊາສະເພາະທີ່ແຕກຕ່າງກັນ, ມີພາລະບົດບາດໜ້າທີ່ ຮັບປະກັນວຽກງານເຕັກນິກທົ່ວກົມກອງເຫຼົ່າຮົບໃນວຽກງານສ້ອມແປງລົດຕັງ, ລົດກົນຈັກໜັກ, ສ້ອມແປງອາວຸດ-ກະສູນ, ລະບົບລາດ ແລະ ເຄື່ອງສື່ສານ, ເພື່ອຮັບປະກັນວຽກງານອາໄຫຼ່ ໃຫ້ແກ່ການກູ້-ແກ່ຂົນສົ່ງພາຫະນະອາວຸດຍຸດໂທປະກອນການທະ
ຫານຢູ່ກັບທີ່ ແລະ ຮັບປະກັນພາກສະໜາມ, ຊ້ອມຮົບຫັດແອບ-ສູ້ຮົບມີໄຊ. ຈາກນັ້ນ ສະຫາຍ ພັນໂທ ນາງ ວຽງສະຫວັນ ຊົມພູ ຫົວໜ້າພະແນກສະຫະພັນແມ່ຍິງ ກົມໃຫຍ່ເຕັກນິກກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ບົ່ງຕົວແຕ່ງຕັ້ງໜ່ວຍສະຫະພັນແມ່ຍິງ ຂອງກອງພັນສ້ອມແປງເຄື່ອນທີ່ເລກ 1 ໃນນີ້ໄດ້ຕົກລົງບົ່ງຕົວແຕ່ງຕັ້ງ: ສະຫາຍ ພັນໂທ ນາງ ຂັນແຊງ ໄຊຍະວົງ ເປັນເລຂາໜ່ວຍ, ສະຫາຍ ພັນໂທ ນາງ ຄຳພູ ລໍວັນນາ ເປັນຮອງເລຂາ ແລະ ສະຫາຍ ພັນຕີ ນາງ ສີອຳໄພ ພັນທອງຄຳ ເປັນກຳມະການ, ພ້ອມດຽວກັນນັ້ນ, ສະຫາຍ ພັນຕີ
ອານຸສອນ ແສງສຸວັນ ຮອງຫົວໜ້າພະແນກຊາວໜຸ່ມ ກົມໃຫຍ່ເຕັກນິກກອງທັບ ກໍໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການບົ່ງໂຕແຕ່ງຕັ້ງຄະນະໜ່ວຍຊາວໜຸ່ມ ກອງພັນສ້ອມແປງເຄື່ອນທີ່ ເລກ 1, ໃນນັ້ນໄດ້ຕົກລົງບົ່ງຕົວແຕ່ງຕັ້ງ: ສະຫາຍ ພັນໂທ ມິດສະໝອນ ແກ້ວພອນວິໄລ ເປັນເລຂາໜ່ວຍ, ສະຫາຍ ພັນຕີ ພຸດສະພອນ
ສໍລຽນຄຳ ເປັນຮອງເລຂາ ແລະ ສະຫາຍ ຮ້ອຍໂທ ລຳໂບ້ ແສງໃບມະນີ ເປັນກຳມະການ.
ໂດຍ: ພູສະນິດ ສິງເມືອງຄຳ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















