ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 17 ມິຖຸນາ 2026

  

ວິທະຍາຄານ​ການ​ແພດ​ກອງທັບ ເລັ່ງ​ໃສ່​ປັບປຸງ 6 ປັດ​ໄຈ ເພື່ອ​ສ້າງ​ບຸກ​ຄະລາ​ກອນ​ການ​ແພດ ໃຫ້​ມີ​ຄຸນ​ນະ​ພາບ
ເວລາອອກຂ່າວ: 2026-05-20 09:21:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 194 | ຄວາມນິຍົມ:



ວິທະຍາຄານ​ການ​ແພດ​ກອງ ທັບ ແມ່ນ 1 ໃນ 5 ວິທະຍາຄານ ທີ່​ຂຶ້ນ​ກັບກະຊວງ​ປ້ອງ​ກັນ​ປະ ເທດ, ມີ​ພາລະ​ບົດບາດ ເປັນ​ເສ ນາ​ທິ​ການ​ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ພະລາທິການ​ກອງທັບ ກໍ​ຄືຂະແໜງ​ເສນາຮັກ ໃນ​ການ​ຄົ້ນຄວ້າ​ຫຼັກສູດ​ການ​ຮຽນ-ການ​ສອນ ແລະ ຈັດ​ຕັ້ງ​ປະ ຕິບັດ​ຫຼັກການ​ການ​ຮຽນ-ການ​ສອນທຸກ​ລະບົບ​ຫຼັກສູດ ໂດຍ​ສະ ເພາະການ​ແພດ-ການ​ແພດ​ທະຫານ, ການ​ຢາ, ເຕັກນິກ​ການ​ແພດ ແລະ ອື່ນໆ ເພື່ອ​ສ້າງ​ບຸກ​ຄະລາ​ກອນ ໃຫ້​ແກ່​ຂະແໜງ​ເສນາ​ຮັກ ອອກ​ຮັບ​ໃຊ້​ທົ່ວ​ກອງທັບ ກໍ​ຄື ຮັບ​ໃຊ້​ສັງຄົມ. ສະຫາຍ ພົນ​ຈັດຕະວາ ​ຮຈ ​ປອ ຈັນ​ສະໝອນ ມະຫາວົງ ຫົວ ໜ້າ​ການ​ທະຫານ ວິທະຍາຄານ​ການ​ແພດ​ກອງທັບ ໄດ້​ຍົກ​ໃຫ້​ເຫັນ​ເຖິງການ​ກຳເນີດ​ເຕີບ​ໃຫຍ່​ຂະຫຍາຍຕົວ ຂອງ​ວິທະຍາຄານ​ການ​ແພດ​ກອງທັບ ໄດ້​ກຳເນີດ​ເກີດ​ຂຶ້ນ ໂດຍ​ໄດ້​ຜ່ານ​ແຕ່​ລະໄລ ຍະເປັນຕົ້ນ ໃນ​ລະຫວ່າງປີ 1986-1987 ໄດ້​ປ່ຽນ​ຊື່​ຈາກ​ໂຮງຮຽນ​ແພດ​ຊັ້ນ​ສູງ ເປັນ​ວິທະ ຍາໄລ​ແພດສາດ​ກອງທັບ ໂດຍ​ໄດ້​ຮັບ​ອະນຸມັດ ສ້າງ​ຫຼັກສູດ​ອະນຸ​ປະລິນຍາ​ຕີ ຢ່າງ​ເປັນ​ທາງ​ການ ຈາກ​ກະຊວງ​ສຶກ​ສາ​ທິ​ການ ແລະ ກິລາ, ໄລຍະ​ນັ້ນວິທະຍາໄລ​ແພດ ສາດ​ກອງທັບ ໄດ້​ເຄື່ອນ​ໄຫວຕາມ ​ໜ້າທີ່​ການເມືອງ​ຂອງ​ຕົນ ໂດຍ​ປະຕິບັດ​ຕາມ​ຄຳ​ສັ່ງ​ແນະນຳຂອງ​ ກະຊວງ​ປ້ອງ​ກັນ​ປະເທດ. ມາ​ຮອດ​ປີ 2015 ໄດ້​ຮັບ​ການ​ຕົກລົງ​ເຫັນ​ດີຂອງ​ກະຊວງ​ປ້ອງ​ກັນ​ປະເທດ ອະນຸມັດຍົກ​ລະດັບຈາກ​ ວິທະຍາໄລ​ແພດສາດ ເປັນ​ວິທະ ຍາຄານ​ການ​ແພດ​ກອງທັບ. ໃນ​ ວັນ​ທີ 28 ມີນາ 2016 ລັດຖະ ບານ ໄດ້​ອອກດຳລັດຮັບຮອງ​ ເປັນ​ວິທະຍາຄານ​ການ​ແພດ​ກອງ ທັບ ຢ່າງ​ເປັນ​ທາງ​ການ ແລະ ໄດ້​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ວິຊາ​ສະ ເພາະ​ຕາມ​ການ​ມອບ​ໝາຍ. ພາຍ ຫຼັງ​ສ້າງເປັນວິທະຍາຄານກົມ ກອງ ​ໄດ້​ປັບປຸງ​ຫຼາຍ​ດ້ານເປັນ ຕົ້ນປັບປຸງ​ລະບົບ​ໂຄງ​ຮ່າງການ ຈັດຕັ້ງໃຫ້​ເໝາະ​ສົມ​ກັບ​ໜ້າທີ່​ການເມືອງ, ສັບ​ຊ້ອນ​ບຸກ​ຄະລາ​ກອນ​ວິຊາ​ການ ໃຫ້​ຖືກຕາມໂຄງ​ ຮ່າງ​ການຈັດຕັ້ງ ໂດຍ​ສະເພາະ ​ເລັ່ງ​ໃສ່​ປັບປຸງ​ຍົກ​ສູງ​ບຳລຸງ-ກໍ່ ສ້າງ, ເຝິກອົບຮົມ​ຄູ-ອາຈານ ເພື່ອ​ ສຸມ​ໃສ່​ປະກອບ​ໜ້າທີ່​ຕຳແໜ່ງ ເຂົ້າ​ໃສ່​ຂະ​ບວນ​ການສິດສອນ ໃຫ້​ມີ​ຄຸນ​ນະ​ພາບ ພ້ອມ​ນັ້ນ, ຍັງ​ໄດ້​ປັບປຸງ​ຫ້ອງ​ຮຽນ-ຫ້ອງ​ທົດ​ລອງ, ຫໍ​ພັກ, ເຮືອນ​ກິນ​ເຂົ້າ ແລະ ບ່ອນ​ທົດ​ລອງ​ຕ່າງໆ ດີ​ຂຶ້ນ​ເປັນ​ກ້າວໆ. ນອກ​ນັ້ນ, ຍັງ​ເລັ່ງ​ໃສ່​ປັບປຸງ 6 ປັດ​ໃຈ ທີ່​ປະກອບສ່ວນ​ເຂົ້າໃນ​ການ​ສ້າງ​ຄຸນ​ນະ​ພາບໃຫ້​ແກ່ການ​ສຶກ​ສາ ໃນ​ນັ້ນ,ໄດ້​ປັບປຸງລະບົບ​ຄັດ​ຈ້ອນນັກ​ສຶກ​ສາ​ເຂົ້າ​ຮຽນການ ​ແພດ​ທຸກ​ລະບົບ ໃຫ້​ໄດ້​ຕາມ​ ມາດ ຕະຖານ, ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ ຂອງ​ກະຊວງ​ປ້ອງ​ກັນ​ປະເທດ​ວາງ​ອອກ, ເຝິກ ອົບຮົມຍົກ​ລະດັບ​ຄູ-ອາຈານ ໃຫ້​ມີ​ຄວາມ​ຮູ້-ຄວາມ​ສາມາດ ເພື່ອ​ນຳ​ໃຊ້​ບົດຮຽນ​ອັນ​ໃໝ່ ທີ່​ມີ​ວິທະຍາສາດ ເຂົ້າ​ສູ່​ຂະ​ບວນ​ການ​ສິດສອນ ໃຫ້​ມີ​ປະສິດທິພາບ ເຮັດ​ໃຫ້​ນັກ​ສຶກ​ສາເຂົ້າໃຈ​ບົດຮຽນ​ໄດ້​ງ່າຍ ແລະ ນຳໄປ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ, ມີ​ຄຸນ​ນະ​ພາບ​ດີ​ຂຶ້ນ. ພ້ອມ​ທັງ ປັບປຸງ​ຫ້ອງ​ຮຽນ-ຫ້ອງ​ທົດ​ລອງ ເພາະ​ການ​ຮ່ຳຮຽນ​ໃນ​ຂົງເຂດ​ຫຼັກສູດ​ການ​ແພດ ແມ່ນ​ເລັ່ງ​ໃສ່​ຮຽນ​ທິດ​ສະ​ດີ 1 ສ່ວນ 3, 2 ສ່ວນ 3 ຂອງ​ເນື້ອ​ໃນ​ຫຼັກສູດ​ແມ່ນ​ປະຕິບັດ​ຕົວ​ຈິງ, ສ່ວນ​ການ​ປະຕິບັດ​ຕົວ​ຈິງ ແມ່ນ​ປະຕິບັດ​ຢູ່​ຫ້ອງ​ທົດ​ລອງ​ພາຍຫຼັງ​ຮຽນ​ທິດ​ສະ​ດີ ແລະ ຫຼັງ​ຈາກ​ນັ້ນ ປະຕິບັດ​ຢູ່​ພາກ​ສະໜາມ​ຫັດ​ແອບ ນອກຈາກ​ນັ້ນ, ຍັງ​ໄດ້​ລົງ​ປະຕິບັດ​ຢູ່​ໂຮງໝໍ ເພື່ອ​ເຮັດ​ໃຫ້​ນັກ​ສຶກ​ສາ​ກຳ​ໄດ້​ສະ ພາບ​ປົກກະຕິ ຫຼື ສະພາບ​ເປັນ​ພະຍາດ ໃຫ້​ຮູ້​ວິທີ​ກວດ, ບົ່ງມະຕິ ວາງ​ທິດ​ທາງ​ໃຫ້​ຖືກຕ້ອງ ແລະ ສອດຄ່ອງ ຄຽງ​ຄູ່​ກັນ​ນັ້ນ, ຍັງ​ໄດ້​ປັບປຸງ​ບັນດາ​ຫຼັກສູດ​ທຸກ​ລະ ບົບ​ການ​ຮຽນ-ການ​ສອນ, ທັງ​ຫຼັກສູດ​ການ​ແພດ, ການ​ແພດ​ທະ ຫານ, ເຕັກນິກ​ການ​ແພດ ໂດຍ​ປະຕິບັດ​ຕາມ​ທິດ​ຊີ້​ນຳ ແນວທາງ​ການ​ທະຫານ​ຂອງ​ກອງທັບ, ແນວທາງ​ຮັບປະກັນ​ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ ແລະ ໜ້າທີ່​ຄວາມ​ຮັບຜິດຊອບ​ຕົວ​ຈິງ ຂອງ​ຂະແໜງ​ເສນາ​ຮັກ ເພື່ອ​ສ້າງ​ບຸກ​ຄະລາ​ກອນ​ແພດ​ໝໍ ໃຫ້​ມີ​ຄຸນ​ນະ​ທຳ, ຈັນ​ຍາ​ບັນ, ຈັນຍາທຳ, ມີ​ຄວາມ​ຮູ້​ຄວາມ​ສາມາດ ອອກ​ຮັບ​ໃຊ້​ໜ້າທີ່​ກອບ​ກູ້​ເຊີດ​ຊູ, ປິ່ນປົວ​ຄົນ​ເຈັບ​ໄດ້​ຕາມ​ການ​ມອບ​ໝາຍ​ຂອງ​ຫົວໜ່ວຍ​ກົມ​ກອງ ທີ່​ໄດ້​ປະກອບ​ໃຫ້. ຕະຫຼອດ​ໄລຍະ​ຜ່ານ​ມາ ໂດຍ​ການ​ເອົາໃຈໃສ່ ຈາກ​ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ພະ ລາທິການ​ກອງທັບ ແລະ ກົມເສ ນາ​ຮັກ ໄດ້​ອຸ້ມຊູ​ຊ່ວຍເຫຼືອສະ ໜອງ​ງົບປະມານ ເພື່ອ​ຈັດ​ຕັ້ງ​ປະກອບ​ເຄື່ອງມື​ອຸປະກອນ​ຮັບ​ໃຊ້​ເຂົ້າ​ໃນ​ການ​ຮຽນ-ການ​ສອນ ນອກ​ນັ້ນ, ຍັງ​ໄດ້​ຍົກ​ສູງ​ລະບຽບ​ການ​ສິດສອນ-ຮ່ຳຮຽນ ໃຫ້​ໄດ້​ມາດຕະຖານ, ຖືກຕ້ອງ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຕົວ​ຈິງ ໃນ​ສະເພາະ​ໜ້າ ແລະ ຍາວ​ນານ. ສະຫາຍ ຮ້ອຍ​ເອກ ອຸ​ທາ ທະວີ​ໄຊ ອາຈານ​ສອນ​ວິຊາ​ຮູບ​ຮ່າງ ຄະນະ​ວິຊາ​ຄູ ວິທະຍາຄານ​ການ​ແພດ​ກອງທັບ ໄດ້​ໃຫ້​ສຳ ພາດ​ວ່າ: ຄະນະ​ວິຊາ​ຄູ​ມີ 11 ພະ​ແນກ​ຂຶ້ນ​ກັບ, ມີໜ້າ​ທີ່​ປະຕິບັດ​ວຽກ​ງານ​ການ​ສິດສອນ ຕາມ​ໂຄງການ​ຫຼັກສູດ​ຂອງ​ຫ້ອງ​ອົບ ຮົມ ວິທະຍາຄານ ນອນ​ນີ້, ບັນດາ​ຄູ-ອາຈານ​ຍັງ​ມີໜ້າ​ທີ່​ແຕ່ງ​ບົດ​ສອນ ແລະ ຂຶ້ນ​ຫ້ອງ​ສອນ​ທັງ​ພາກ​ທິດ​ສະ​ດີ ແລະ ພາກ​ປະຕິບັດ​ຕົວ​ຈິງ ໂດຍ​ໄດ້​ອີງໃສ່​ເອກະສານ​ແມ່​ຫຼາຍໆ ເອກະສານ. ສະຫາຍ ຮ້ອຍ​ຕີ ວັນ​ສະເຫຼີມ ສີ​ບຸນ​ມາ ນັກ​ສຶກ​ສາ​ຫ້ອງ​ແພດ​ປະລິນຍາ​ຕີ ສາຂາ​ແພດ​ທົ່ວ​ໄປ ໄດ້​ສະແດງ​ທັດສະນະ​ຂອງ​ຕົນ ວ່າ: ມີ​ຄວາມ​ຮູ້ສຶກ​ພາກພູມ​ໃຈ ແລະ ກະ​ຕື​ລື​ລົ້ນ ໃນ​ການ​ຮ່ຳຮຽນ ເພາະ​ໄດ້​ຮັບ​ໂອກາດ ມາ​ສຶກ​ສາ​ຮ່ຳຮຽນ​ຢູ່​ວິທະຍາຄານ​ແຫ່ງ​ນີ້. ພາຍຫຼັງ​ທີ່​ຮຽນ​ຈົບ​ແລ້ວ ຈະ​ນຳ​ເອົາ​ບັນດາ​ຄວາມ​ຮູ້​ທີ່​ໄດ້​ຮຽນ​ມາ ໄປ​ພັດທະນາ​ຕົນ​ເອງ ເພື່ອ​ເຮັດ​ໃຫ້​ມີ​ທັກ​ສະ​ທີ່​ເຂັ້ມແຂງ ແລະ ສາມາດ​ແກ້​ໄຂກໍລະນີ​ຕ່າງໆ ທີ່​ຈະ​ເກີດ​ຂຶ້ນ​ໃນຕໍ່ໜ້າ, ຈະ​ນຳ​ເອົາ​ແບບແຜນ​ທີ່​ທັນ​ສະໄໝ ໄປ​ປັບ​ໃຊ້​ຢູ່​ໃນ​ກົມ​ກອງ ເພື່ອ​ເຮັດ​ໃຫ້ການ​ປິ່ນປົວ ມີ​ປະສິດທິພາບ ແລະ ປະ​ສິດທິ​ຜົນ​ຍິ່ງ​ຂຶ້ນ. ເນື່ອງ​ໃນ​ໂອກາດ ກະກຽມສະ ເຫຼີມສະຫຼອງວັນ​ສ້າງຕັ້ງ​ເຫຼົ່າ​ຮົບ​ພະລາທິການ​ກອງທັບ ຄົບຮອບ 70 ປີ​ທີ່​ຈະ​ມາ​ເຖິງ​ນີ້, ສະຫາຍ ພົນ​ຈັດຕະວາ ​ຮຈ ​ປອ ຈັນ​ສະໝອນ ມະຫາວົງ ຕາງໜ້າ​ຄະນະ​ພັກ-ຄະ ນະ​ອຳນວຍ​ການ​ວິທະຍາຄານ ແລະ ນັກ​ສຶກ​ສາ ສະແດງ​ຄວາມ​ຮູ້​ບຸນຄຸນ​ຕໍ່​ການ​ນຳ ກົມ​ໃຫຍ່​ພະ ລາທິການ​ກອງທັບ ທີ່​ໄດ້​ອຸ້ມຊູ​ຊ່ວຍເຫຼືອ, ອວຍພອນ​ໄຊ​ອັນ​ປະ ເສີດ ໃຫ້ການ​ນຳ​ກະຊວງປ້ອງ ​ກັນ​ປະເທດ ເວົ້າ​ລວມ, ເວົ້າ​ສະ ເພາະ ກົມ​ໃຫຍ່​ພະລາທິການກອງ ທັບ, ບັນດາ​ກົມ​ທີ່​ຂຶ້ນ​ກັບກົມໃຫຍ່​ ພະລາທິການ​ກອງທັບ ຈົ່ງມີສຸຂະ ພາບ​ເຂັ້ມແຂງ, ສືບຕໍ່​ເປັນ​ກຳລັງ​ຫຼັກ​ແຫຼ່ງ ໃຫ້​ກະຊວງ​ປ້ອງ​ກັນ​ປະເທດ ໃນ​ວຽກ​ງານ​ຮັບປະກັນ​ພະລາທິການ ບໍ່​ວ່າ​ໃນ​ຍາມ​ສັນ ຕິພາບ ກໍ​ຄືໃນ​ຍາມ​ກຽມພ້ອມ​ສູ້​ຮົບ, ອວຍພອນ​ບັນດາ​ສະຫາຍ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ ພ້ອມ ​ກັນ​ເຮັດ​ສຳເລັດ​ໜ້າທີ່ ທີ່​ການ ຈັດຕັ້ງ​ຂັ້ນ​ເທິງ​ມອບ​ໝາຍ. ໂດຍ: ລີ​ຕ່າ ກັດ​ຕິ​ຍະ​ວົງ (ວິທະຍຸ​ກອງທັບ)



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ