ໂຄງການຈະໃຫ້ການສະໜັບສະໜູນການເຝິກອົບຮົມ ແລະ ການພັດທະນາວິຊາຊີບສຳລັບແມ່ຍິງໃນຕຳແໜ່ງຜູ້ນຳ ແລະ ສະມາຊິກອົງການຈັດຕັ້ງມະຫາຊົນ.
ເວລາອອກຂ່າວ: 2026-05-20 10:48:19 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 402 | ຄວາມນິຍົມ: ![]()
ໃນວັນທີ 18-20 ພຶດສະພາ 2026 ນີ້, ທີ່ ຫ້ອງປະຊຸມນາປາກກວາງ ເມືອງທຸລະຄົມ ແຂວງວຽງຈັນ ກະຊວງສຶກສາທິການ ແລະ ກິລາ ສປປ ລາວ (ສສກ) ໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ຜ່ານແຜນງານບີຄວາ ແລະ ໄດ້ຈັດກອງປະຊຸມ ເພື່ອເລີ່ມຕົ້ນໂຄງການແມ່ຍິງໃນການເປັນຜູ້ນຳ ໂດຍການເປັນປະທານຂອງ ທ່ານ ປອ ຕຸດາວັນ ໜໍ່ເມືອງເສດ ຫົວໜ້າກົມຈັດຕັ້ງ ແລະ ມີຜູ້ເຂົ້າຮ່ວມ ລວມ 30 ທ່ານ.
ໂຄງການນີ້ ຖືກສ້າງຂຶ້ນໂດຍມີ ສາມອົງປະກອບທີ່ສົ່ງເສີມ ແລະ ສະໜັບສະໜູນ ການປ່ຽນແປງຂອງບຸກຄົນ ແລະ ສະຖາບັນຄື: ການສ້າງຄວາມສາມາດໃນການເປັນຜູ້ນຳ, ເຊິ່ງຊ່ວຍໃຫ້ຜູ້ເຂົ້າຮ່ວມຮຽນຮູ້ດ້ວຍຕົນເອງ ວິທີການສົ່ງເສີມການພັດທະນາຄວາມເປັນຜູ້ນຳ, ການເຂົ້າໃຈຄວາມສະເໝີພາບຍິງ-ຊາຍ, ເຄື່ອງມືສຳລັບການຂັບເຄື່ອນການປ່ຽນແປງທີ່ສົ່ງເສີມຄວາມສະເໝີພາບ, ການສື່ສານ, ການຮຽນຮູ້ຕະຫຼອດຊີວິດ ແລະ ທັກສະສ່ວນບຸກຄົນ. ອົງປະກອບນີ້ບໍ່ພຽງແຕ່ເພື່ອເສີມສ້າງທັກສະດ້ານວິຊາການ ແລະ ການພົວພັນລະຫວ່າງບຸກຄົນເທົ່ານັ້ນ, ແຕ່ຍັງສ້າງພື້ນທີ່ສຳຄັນລັບການສະທ້ອນຄືນກ່ຽວກັບການຮຽນຮູ້ຈາກເພື່ອນຮ່ວມງານ, ການເຝິກສອນ ແລະ ການພັດທະນາແຜນປະຕິບັດງານ ເພື່ອສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມຈຳກັດທາງຮ່າງກາຍ ແລະ ການສຶກສາແບບມີສ່ວນຮ່ວມ.
ໂຄງການແມ່ຍິງໃນການເປັນຜູ້ນຳ ຍັງເປັນການສະໜັບສະໜູນການເຊື່ອມໂຍງ ຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ ໃນບ່ອນເຮັດວຽກ ຜ່ານວິທີການເຝິກອົບຮົມໃຫ້ແກ່ຄູເຝິກ. ຜູ້ເຂົ້າຮ່ວມໂຄງການ ຈະເປັນຜູ້ອຳນວຍຄວາມສະດວກ ແລະ ດຳເນີນວາລະນຳສະເໜີຂໍ້ມູນ, ການຈັດກອງປະຊຸມເຝິກອົບຮົມຮ່ວມກັບຜູ້ນຳອາວຸໂສ ແລະ ພະນັກງານໃນກະຊວງສຶກສາທິການ ແລະ ກິລາ ເພື່ອສົ່ງເສີມການປະຕິບັດ ຄວາມສະເໝີພາບຍິງ-ຊາຍໃນວຽກງານຕົວຈິງ, ນອກຈາກນີ້, ຍັງເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ສະຖາບັນຂອງ ກະຊວງສຶກສາທິການ ແລະ ກິລາ, ໂດຍເນັ້ນໜັກການຫັນປ່ຽນການຮຽນຮູ້ໄປສູ່ການປະຕິບັດຕົວຈິງ ໃນສະຖານທີ່ເຮັດວຽກ. ຜູ້ເຂົ້າຮ່ວມຈະທົດລອງນຳໃຊ້ເຄື່ອງມືປະເມີນຕົນເອງ ດ້ານການຄຸ້ມຄອງ ຄວາມສະເໝີພາບຍິງ-ຊາຍ (GEM) ໃນບ່ອນເຮັດວຽກທີ່ຕົນເອງສັງກັດຢູ່ ພ້ອມທັງພັດທະນາ ແລະ ຈັດຕັ້ງປະຕິບັດການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ຄວາມພິການ ແລະ ການສຶກສາຮຽນຮ່ວມ. ດ້ວຍການນຳໃຊ້ເຄື່ອງມື GEM, ຜູ້ເຂົ້າຮ່ວມຈະສາມາດລະບຸໄດ້ວ່າ ດ້ານໃດຂອງລະບົບໃນບ່ອນເຮັດວຽກ, ນະໂຍບາຍ ແລະ ການປະຕິບັດ ທີ່ຈຳເປັນຕ້ອງໄດ້ປັບປຸງເພື່ອສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃຫ້ແກ່ຄວາມກ້າວໜ້າຂອງແມ່ຍິງ.
ທ່ານ ນາງ ສຸດສາຍໃຈ ດວງສະຫວັນ ຜູ້ອຳນວຍການສູນພັດທະນາຜູ້ປະກອບການລາວ-ອິນເດຍ ແລະ ປະທານ ໂຄງການແມ່ຍິງໃນການເປັນຜູ້ນຳ, ກະຊວງສຶກສາທິການ ແລະ ກິລາ ໄດ້ກ່າວວ່າ: “ໂຄງການແມ່ຍິງໃນການເປັນຜູ້ນຳນີ້ ແມ່ນເປັນອີກໂຄງການໜຶ່ງທີ່ເປີດໂອກາດໃຫ້ ສະມາຊິກຄະນະບໍລິຫານງານສະຫະພັນແມ່ຍິງລາວ ຂອງກະຊວງສຶກສາທິການ ແລະ ກິລາ ໄດ້ມີໂອກາດພັດທະນາທັກສະການເປັນຜູ້ນຳສະມາຊິກ ແລະ ຮຽນຮູ້ເຊິ່ງກັນ ແລະກັນ. ເມື່ອຜູ້ຊາຍ ແລະ ຜູ້ຍິງໄດ້ຮັບການສະໜັບສະໜູນຢ່າງເທົ່າທຽມກັນ ເພື່ອບັນລຸເປົ້າໝາຍດ້ານວິຊາສະເພາະ, ທຸກຄົນຈະໄດ້ຮັບຜົນປະໂຫຍດຜ່ານການເຮັດວຽກງານເປັນທີມທີ່ດີຂຶ້ນ, ມີໝາກຜົນເພີ່ມຂຶ້ນ ແລະ ມີສະພາບແວດລ້ອມການເຮັດວຽກໃນທາງບວກຫຼາຍຂຶ້ນ.”
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















