ພະແນກສະຫະພັນແມ່ຍິງໂຮງຮຽນກໍ່ສ້າງນາຍສິບ ເລກ 1 ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX
ເວລາອອກຂ່າວ: 2026-05-21 08:55:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ: ![]()
ໃນຕົ້ນເດືອນ ພຶດສະພາ 2026 ຜ່ານມານີ້, ພະແນກສະຫະພັນແມ່
ຍິງ ໂຮງຮຽນກໍ່ສ້າງນາຍສິບເລກ 1 ໄດ້ຈັດກອງປະ ຊຸມເຜີຍແຜ່ຜົນສຳເລັດ ກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດຄັ້ງທີ IX, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຮຽງ ພິມະວົງ ຫົວໜ້າຫ້ອງການເມືອງ ໂຮງ
ຮຽນກໍ່ສ້າງນາຍສິບເລກ1, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, 4ກອງພັນ, ພະແນກຊາວໜຸ່ມ-ແມ່ຍິງ,ກອງຮ້ອຍ ແລະ ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ໃນກອງປະຊຸມ ຄະນະສະຫະພັນແມ່ຍິງໂຮງຮຽນ ໄດ້ພັດປ່ຽນກັນຂຶ້ນເຜີຍແຜ່ເອກະສານ ວ່າດ້ວຍວິໄສທັດພັດທະນາ ແມ່ຍິງກອງທັບ ຮອດປີ 2035, ທິດທາງ, ເປົ້າໝາຍ, ຄາດໝາຍ ແລະ ແຜນວຽກ ຈຸດສຸມຂອງແຜນພັດ
ທະນາແມ່ຍິງກອງທັບ 5 ປີ (2026-2030) ເພື່ອສຶກສາອົບຮົມ ການເມືອງແນວຄິດ ບຸກທະລຸພັດທະນາຮອບດ້ານ ໃຫ້ແມ່ຍິງເປັນພົນລະເມືອງດີມີນ້ຳໃຈຮັກ
ຊາດ ຮັກລະບອບໃໝ່ ມີຄວາມສາມັກຄີ, ຊຸກຍູ້ສົ່ງເສີມ ຄວາມກ້າວໜ້າ ທີ່ເປັນມູນເຊື້ອວັດທະນະທຳອັນດີງາມຂອງແມ່ຍິງລາວບັນດາເຜົ່າ ຮ່ວມກັນພັດທະ
ນາຄວາມຮູ້ຄວາມສາມາດ ນຳໃຊ້ເຕັກໂນໂລຊີ່ທີ່ທັນສະໄໝເຂົ້າໃນການປະຕິບັດໜ້າທີ່ວຽກງານ ປະກອບມີ 9 ເປົ້າໝາຍຄື: ສະມາຊິກສະຫະພັນແມ່ຍິງກອງ
ທັບ ຮັບຮູ້ເຂົ້າໃຈ ແນວທາງນະໂຍບາຍ ຂອງພັກ-ລັດ ມູນເຊື້ອປະຫວັດສາດ, ອົງການແມ່ຍິງກອງທັບ ມີຄວາມໜັກແໜ້ນເຂັ້ມແຂງເປັນເສນາທິການທີ່ມີຄຸນນະ
ພາບ ສາມາດປະຕິບັດພາລະບົດບາດໜ້າທີ່ການເມືອງຂອງຕົນໃຫ້ມີຜົນສຳເລັດ ແລະ ຕອບສະໜອງໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ, ມີວິຊາຊີບ, ມີວຽກເຮັດງານທຳສາມາດເຂົ້າເຖິງແຫຼ່ງທຶນທີ່ຖືກຕ້ອງຕາມກົດ
ໝາຍ, ສ້າງເສດຖະກິດຄອບຄົວເປັນຜູ້ປະກອບທຸລະກິດ ຂະໜາດນ້ອຍ ແລະ ກາງເປັນເຈົ້າຕົນເອງ, ສົ່ງເສີມການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານແລະ ສະກັດກັ້ນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ຕໍ່ເດັກ ຊ່ວຍເຫຼືອເຂົ້າເຈົ້າ ໃຫ້ເຂົ້າເຖິງຄວາມຍຸດຕິທຳ, ສົ່ງເສີມຄວາມກ້າວໜ້າ, ຄວາມສະເໝີພາບຍິງ-ຊາຍ, ຕັ້ງໜ້າຈັດຕັ້ງປະຕິບັດຄຳຂັວນ ແລະ ຂໍ້ແຂ່ງຂັນຂອງແມ່ຍິງຕິດພັນກັບຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາເພື່ອສ້າງເງື່ອນໄຂໃຫ້ແມ່ຍິງເຂົ້າຮ່ວມ ແລະ ເປັນກຳລັງແຮງໃນທຸກຄົງເຂດວຽກງານ ສາມາດປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ, ສ້າງຄວາມເຂັ້ມແຂງວຽກງານແຜນການ ແລະ ການຮ່ວມມືສາກົນ, ສ້າງ
ຄວາມເຂັ້ມແຂງໃນການບໍລິຫານຄຸ້ມຄອງ, ຕິດຕາມກວດກາ ແລະ ປະເມີນວຽກງານຮອບດ້ານໃຫ້ມີປະສິດທິພາບສູງ, ໃນນັ້ນ ຍັງມີເອກກະສານວ່າດ້ວຍ ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະຫະພັນແມ່ຍິງລາວ ຕາມ 11 ໝວດ 54 ມາດຕາ, ຂອງລະບົບທີ່ຕັ້ງ ແລະ ໂຄງປະກອບບຸກຄະລາກອນ, ສະມາຊິກ, ຄະນະບໍລິຫານງານ, ກອງປະຊຸມການເງິນຂໍ້ຫ້າມຂອງສະມາຊິກ ແລະ ຄະນະບໍລິຫານງານ, ການຍ້ອງຍໍ-ນະໂຍບາຍຕໍ່ຜູ້ທີ່ມີຜົນງານແລະ ມາດຕະການຕໍ່ຜູ້ລະເມີດ, ເຄື່ອງໝາຍ, ຄຳຂັວນ, ຂໍ້ແຂ່ງຂັນ ແລະ ຕາປະທັບ, ການປະຕິບັດ ແລະ ການປ່ຽນແປງກົດລະບຽບຂອງແມ່ຍິງລາວ, ກອງປະຊຸມຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ດຳເນີນໄປຢ່າງເປັນທາງການ ໃນນີ້ ບັນດາຜູ້ແທນກອງປະຊຸມຍັງໄດ້ຍົກສູງຄວາມຮັບຜິດຊອບ ແລະ ສຸມໃສ່ສະຕິປັນຍາເຂົ້າໃນການຄົ້ນຄ້ວາ ການປະກອບຄຳສະເໜີຢ່າງກົງໄປກົງມາດ້ວຍເນື້ອໃນອັນເລິກເຊິ່ງ ກອງປະຊຸມຍັງດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ ພ້ອມທັງຮັບຮອງເອົາ ບົດລາຍງານການເມືອງທັງ 2 ພາກ ເຊິ່ງໄດ້ວາງຄາດໝາຍສູ້ຊົນ (2026-2030).
ໂດຍ: ອາລຸນ ແກ້ວຜາສຸກ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















