ຄະນະພັກຮາກຖານສາງອ6 ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026
ເວລາອອກຂ່າວ: 2026-05-21 09:56:15 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 388 | ຄວາມນິຍົມ: ![]()
ວັນທີ 19 ພຶດສະພາ 2026 ນີ້, ຄະນະພັກຮາກຖານສາງອ6 ໄດ້ເປີດກອງປະຊຸມ ສະຫຼຸບຖອດຖອນບົດຮຽນ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ພ້ອມທັງວາງທິດທາງແຜນການໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃນປີ 2027 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີຄະນະພັກຮາກຖານ, ຄະນະໜ່ວຍພັກ, ຄະນະກວດກາ ຕະຫຼອດຮອດສະມາຊິກພັກເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2026 ແລະ ວາງທິດທາງແຜນການວຽກງານປີ 2027 ໂດຍໃຫ້ຮູ້ວ່າ: ໃນໄລຍະ 01 ປີຜ່ານມາຄະນະພັກຮາກຖານ, ຄະນະໜ່ວຍພັກ ໄດ້ເປັນເຈົ້າການເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ, ສະມາຊິກພັກ, ນາຍ ແລະ ພົນທະຫານ ເປັນປະຈຳຕໍ່ເນື່ອງ ຖືເປັນບັນຫາສຳຄັນ ຕິດພັນກັບວຽກງານວິຊາສະເພາະຕ່າງໆ, ຈັດຕັ້ງເຜີຍແຜ່ບັນດາເອກະສານມູນເຊື້ອວັນສຳຄັນຕ່າງໆຂອງຊາດ, ຂອງພັກ, ຂອງກອງທັບ, ບັນດາມະຕິຄຳສັ່ງຂອງຂັ້ນເທິງວາງອອກໃນແຕ່ໄລຍະ, ກົດລະບຽບຂອງພັກ, ກົດໝາຍຂອງລັດ ເຮັດໃຫ້ພະນັກງານ, ສະມາຊິກພັກກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ກຳໄດ້ພາລະບົດບາດ ສິດ ແລະ ໜ້າທີ່ ຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນປະຕິບັດທຸກມະຕິຄຳສັ່ງຂອງຂັ້ນເທິງວາງອອກຢ່າງເຂົ້ມງວດ, ສຸມໃສ່ປັບປຸງກໍ່ສ້າງພັກທາງດ້ານການຈັດຕັ້ງໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ບົນພື້ນຖານແມ່ນປະຕິບັດຕາມກົດລະບຽບຂອງພັກ, ການກໍ່ສ້າງພັກ ແມ່ນອີງຕາມ 05 ຫຼັກການ ແລະ 03 ທິດຊີ້ນຳ ໃນການປັບປຸງກໍ່ສ້າງພັກ ເຊິ່ງຢຶດຖືໃນ 03 ລັກສະນະຂອງພັກ ແລະ ໄດ້ສົ່ງພະນັກງານ-ສະມາຊິກພັກໄປຮຽນຕໍ່ວິຊາສະເພາະເພື່ອໃຫ້ມີຄວາມຮູ້ຄວາມສາມາດຕໍ່ໜ້າທີ່ວຽກງານ. ນອກນັ້ນຍັງໄດ້ເອົາໃຈໃສ່ຈັດຕັ້ງຫັນລົງກໍ່ສ້າງຮາກຖານນຳບັນດາໝູ່ບ້ານອ້ອມຂ້າງ, ຈັດຕັ້ງປ້ອງກັນເວນຍາມ, ກວດກາສາລະເວຕາມຂອບເຂດຄວາມຮັບຜິດຊອບແມ່ນສາມາດຮັກສາສາງຄັງມີຄວາມສະຫງົບ ແລະ ປອດໄພໂດຍຟື້ນຖານ. ປະຈຸບັນທົ່ວຄະນະພັກຮາກຖານສາງອ6 ປະກອບມີ 03 ໜ່ວຍພັກທີ່ຂຶ້ນກັບ, ມີສະມາຊິກພັກທັງໝົດ 90 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 06 ສະຫາຍ, ໃນກອງປະຊຸມບັນດາສະມາຊິກພັກຍັງໄດ້ຜ່ານໃບສຳຫຼວດຕົນເອງ, ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ ພ້ອມທັງລົງຄະແນນປິດລັບ, ໃຊ້ສິດປະຊາມັດຕິຢ່າງເປັນເອກະພາບຕໍ່ກອງປະຊຸມ, ຄະນະໜ່ວຍພັກ ແລະ ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 83 ສະຫາຍ, ບໍ່ໄດ້ແບ່ງປະເພດ 07 ສະຫາຍ ສະມາຊິກພັກສຳຮອງ.
ໂອກາດນີ້ ສະຫາຍ ພົນຈັດຕະວາ ຄຳແປງ ບົວລະບັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນງານດ້ານຕ່າງໆ ທີ່ຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກພັກຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ຍົກສູງສະຕິດ້ານການເມືອງ-ນຳພາແນວຄິດ, ມີຄວາມສາມັກຄີ ເປັນເອກະພາບສູງ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະ, ແບ່ງວຽກໃຫ້ບຸກຄົນຮັບຜິດຊອບຢ່າງລະອຽດ ມີການຕໍານິສົ່ງຂ່າວ, ສະຫຼຸບຖອດຖອນບົດຮຽນ, ແກ້ໄຂບັນຫາຂໍ້ຄົງຄ້າງພາຍໃນພັກໃຫ້ປອດໃສ ຂາວສະອາດ, ຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນແຕ່ລະໄລຍະ ເອົາໃຈໃສ່ວຽກງານກໍ່ສ້າງພັກ-ພະນັກງານໃຫ້ມີຄຸນນະພາບເພື່ອສືບທອດປ່ຽນແທນ ຍົກສູງຄວາມເປັນເຈົ້າການປະຕິບັດແຜນການ ໜ້າທີ່ກົມກອງຂອງຕົນຮັບຜິດຊອບ ໃຫ້ທ່ວງທັນກັບສະພາບການຄວາມຮຽກຮ້ອງຕ້ອງການ ຫັນເອົາ 04 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກກະຊວງປ້ອງກັນປະເທດວາງອອກ ມາຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເຂົ້າສູ່ການດຳລົງຊີວິດຕົວຈິງຢູ່ພາຍໃນກົມກອງໃຫ້ມີຄຸນນະພາບດີກວ່າເກົ່າ.
ໂດຍ: ຄຳສອນ ພົມໄຊຍາ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















