ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 16 ມິຖຸນາ 2026

  

ທະຫານແຂວງອຸດົມໄຊ ປາຖະກະຖາມູນເຊື້ອ 2 ວັນປະຫວັດສາດ
ເວລາອອກຂ່າວ: 2026-05-21 10:00:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 425 | ຄວາມນິຍົມ:



ວັນທີ 20 ພຶດສະພາ 2026 ນີ້ ກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີ ປະຖາກະຖາມູນເຊື້ອວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ຄົບຮອບ 67 ປີ ( 18/05/1959-18/05/2026) ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນ ບັນດາທ່ານຜູ້ນຳຂອງພັກ ແລະ ແນວລາວສ້າງຊາດ ຄົບຮອບ 66 ປີ (24/05/1960-24/05/2026), ຢູ່ທີ່ສະໂມສອນກອງບັນຊາການ, ໂດຍເປັນກຽດເຂົ້າຮ່ວມເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ, ກຳມະການປະຈຳພັກແຂວງ, ເລຂາຄະນະພັກກອງບັນຊາການ, ຫົວໜ້າການເມືອງກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະກອງບັນຊາການ, ຄະນະພັກ-ຄະນະບັນຊາ, ອົງການ5 ຫ້ອງ, ກົມກອງເອກະລາດ, ຕະຫຼອດຮອດພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຕຸ້ຍ ພົມມີໄຊ ໄດ້ຫວນຄືນມູນເຊື້ອອັນສະຫງ່າງາມ ແລະ ອົງອາດກ້າຫານຂອງກອງພັນທີ 2 ຜ່າວົງປິດລ້ອມ ຂອງສັດຕູຢູ່ເຂດທົ່ງໄຫຫີນໃນວັນທີ 18 ພຶດສະພາ 1959 ໂດຍການບັນຊາຂອງຄະນະກອງພັນ, ພ້ອມດ້ວຍຄອບຄົວພະນັກງານ, ນັກຮົບທັງໝົດ ພາຍໃຕ້ ການນໍາພາອັນປີຊາສາມາດ ສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ກໍຄືກອງທັບປະຊາຊົນລາວ, ໄດ້ສະແດງໃຫ້ເຫັນເຖິງຄວາມບໍລິສຸດຜຸດຜ່ອງ, ຄວາມຈົ່ງຮັກພັກດີ, ຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ຄວາມອົດທົນ ໝັ້ນໜຽວບໍ່ຄອນແຄນຕໍ່ການນາບຂູ່ ຫຼອກລວງຂອງສັດຕູ, ນໍ້າໃຈສູ້ຮົບພິລະອາດຫານ ແລະ ໄຫວພິບຂອງຄະນະພັກ-ຄະບັນຊາ, ພະນັກງານ-ນັກຮົບຂອງກອງພັນທີ 2, ສຸດທ້າຍກອງພັນທີ 2 ພ້ອມດ້ວຍພະນັກງານ-ນັກຮົບໄດ້ຜ່າວົງປິດລ້ອມຂອງສັດຕູໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດໄພ, ພ້ອມນັ້ນຍັງໄດ້ຍົກໃຫ້ເຫັນບັນດາມູນເຊື້ອວິລະກໍາແຫ່ງການຕໍ່ສູ້ກູ້ຊາດຂອງກອງທັບ ແລະ ປະຊາຊົນລາວບັນດາເຜົ່າທີ່ມີຄວາມອົງອາດກ້າຫານ, ເດັດດ່ຽວໜຽວແໜ້ນ, ມີໄຫວພິບ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວໂດຍພາຍໃຕ້ການຊີ້ນໍາ-ນໍາພາອັນສະຫຼາດສ່ອງໃສຂອງບັນດາທ່ານຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ, ໃນໄລຍະຜ່ານມາ ບັນດາວິລະກໍາໃນພາລະກິດການຕໍ່ສູ້ບໍ່ຍອມຈໍານົນຕ້ານກັບຈັກກະພັດຜູ້ຮຸກຮານຈົນສາມາດຕີເອົາຊະນະສັດຕູທຸກໂຕທີ່ເຂົ້າມາຮຸກຮານລາວເຮົາ, ເຊິ່ງໄດ້ເປັນເຫດການອັນສໍາຄັນທາງປະຫວັດສາດຂອງພັກ, ຂອງກອງທັບ ແລະ ປະຊາຊົນລາວ, ເຫດການດັ່ງກ່າວໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ແກ່ຂະບວນການຕໍ່ສູ້ຂອງກອງທັບເຮົາ ໂດຍສະເພາະແມ່ນວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງບັນດາທ່ານ ຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ທີ່ໄດ້ພະຍາຍາມປຸກລະດົມຂົນຂວາຍສາລະວັດທະຫານກອງທັບແຫ່ງຣາຊະອານາຈັກລາວ ທີ່ເຂົ້າມາເວນຍາມຄຸກໃຫ້ເກີດມີແນວຄິດຮັກຊາດ, ຕື່ນຕົວເຂົ້າຮ່ວມການປະຕິວັດ ແລະ ເອົາຜູ້ນຳໂຕນອອກຈາກຄຸກໂພນເຄັງ, ໂດຍໄດ້ມີການວາງແຜນລະອຽດຈຶ່ງສາມາດໂຕນອອກຈາກຄຸກໄດ້ສຳເລັດ ແລະ ເດີນທາງໄປສູ່ເຂດທີ່ໝັ້ນໄດ້ຢ່າງປອດໄພ. ຂ່າວ-ພາບ: ສົມພູນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ