
ທະຫານນະຄອນຫຼວງວຽງຈັນ ປາຖະກະຖາວັນສ້າງຕັ້ງສະຫະພັນນັກຮົບເກົ່າ
ເວລາອອກຂ່າວ: 2019-10-08 08:56:19 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 403 | ຄວາມນິຍົມ:
ພິທີປາຖະກະຖາຫວນຄືນມູນເຊື້ອຂອງວັນສ້າງຕັ້ງສະຫະ ພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 17 ປີ ໄດ້ຈັດຂຶ້ນຢູ່
ທີ່ສະໂມສອນກອງບັນຊາການທະຫານນະຄອນຫຼວງວຽງຈັນ ໃນວັນ ທີ 1 ຕຸລາ 2019 ນີ້. ໂດຍການເປັນປະທານ ແລະ ປາຖະກະຖາຂອງ ສະຫາຍ ພົນຈັດຕະວາ ຄຳຫອມ ແສງບົວລົມ ຮອງປະທານສະຫະພັນນັກຮົບເກົ່າແຫ່ງຊາດລາວ, ມີຫົວໜ້າຫ້ອງ ການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ພ້ອມດ້ວຍພະນັກງານປະຕິວັດອາວຸໂສ ບຳນານຕະຫຼອດຮອດພະນັກ ງານຫຼັກແຫຼ່ງທົ່ວກອງບັນຊາ ການທະຫານນະຄອນຫຼວງວຽງ ຈັນເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຫັນເຖິງປະຫວັດການກຳເນີດ ແລະ ເຕີບ ໃຫຍ່ຂະຫຍາຍຕົວຂອງອົງການ ຈັດຕັ້ງສະຫະພັນນັກຮົບເກົ່າແຫ່ງ
ຊາດລາວ ໂດຍພາຍໃຕ້ການຊີ້ນຳ-ນຳພາຂອງພັກ ໃນໄລຍະຜ່ານມາ
ສະຫະພັນນັກຮົບເກົ່າແມ່ນມີມູນເຊື້ອການຕໍ່ສູ້ບໍ່ຍອມຈຳນົນຂອງ ບັນພະບູລຸດລາວຜູ້ອາດຫານ ແລະ
ຕໍ່ສູ້ກູ້ຊາດຕ້ານກັບພວກອິດທິກຳລັງປໍລະປັກຢ່າງລະອິດລະອ້ຽວ ໃນເສັ້ນທາງແຫ່ງການຕໍ່ສູ້ເພື່ອກອບກູ້ເອົາເອກະລາດມາໃຫ້ປະ ເທດຊາດ ແລະ ສິດເປັນເຈົ້າໃຫ້ ປະຊາຊົນລາວບັນດາເຜົ່າດ້ວຍ ນຳ້ໃຈເດັດດ່ຽວໜຽວແໜ້ນໃນ ການຕໍ່ສູ້ເຖິງແມ່ນວ່າຈະພົບ ຄວາມທຸກຍາກປານໃດກໍບໍ່ຍອມ ທໍ້ຖອຍ ບໍ່ຫວັ່ນໄຫວຕໍ່ການຂົ່ມຂູ່ ຂອງພວກເຂົາຈົນກ້າວເຂົ້າມາສູ່ ໃນ ໄລຍະປົກປັກຮັກສາ ແລະ ສ້າງ ສາພັດທະນາປະເທດຊາດ ເຮັດ
ໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີ ຄວາມສາມັກຄີປອງດອງ, ປະຊາ ທິປະໄຕ, ຍຸຕິທຳ ແລະ ສີວິໄລ.
ໂດຍ: ສຸລິຍາ ທະຫານ ນວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ