ວປກ ຈັດຕັ້ງສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 25 ປີ
ເວລາອອກຂ່າວ: 2019-10-08 09:03:22 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 268 | ຄວາມນິຍົມ:
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໄດ້ຈັດຕັ້ງ
ພິທີສະເຫຼີມສະຫຼອງວັນຄູແຫ່ງ ຊາດ 7 ຕຸລາ ຄົບຮອບ 25 ປີ
( 7/10/1994 - 7/10/2019 ).
ໃນວັນທີ 4 ຕຸລາ ນີ້,ໂດຍການ ເປັນປະທານຂອງ ສະຫາຍ ພົນຕີ
ຄຳຫຼ້າ ພັນໄຊຍະສຸກ, ກຳມະການ
ຄະນະພັກກະຊວງປ້ອງກັນປະ ເທດ, ຫົວໜ້າການເມືອງ ວປກ. ມີ ຄະນະພັກ - ຄະນະອຳນວຍການ, ໂຮງຮຽນທີດສະດີການເມືອງ ກອງທັບ, ຄະນະກົມ, ຫ້ອງການ, ຄະນະຮັບຜິດຊອບນັກສືກສາ, ຕະ
ຫຼອດຮອດບັນດາພະນັກງານ, ຄູ-ອາຈານ, ນັກສຶກສາທຸກໆພາກ ສ່ວນທົ່ວ ວປກ ເຂົ້າຮ່ວມ.
ໂອກາດດັ່ງກ່າວ ສະຫາຍ ຫົວ
ໜ້າການເມືອງ ວປກ, ກໍໄດ້ນຳ
ເອົາຄວາມຢື້ຢາມຖາມຂ່າວອັນ ອົບອຸ່ນ ແລະ ຄຳອວຍພອນໄຊ ອັນປະເສີດມາຍັງຄະນະ, ຄູ-ອາຈານທຸກໆພາກສ່ວນທົ່ວວິ
ທະຍາຄານປ້ອງກັນຊາດ ໄກ ສອນ ພົມວິຫານ, ເນື່ອງໃນໂອ
ກາດວັນຄູແຫ່ງຊາດ 7 ຕຸລາ
ຄົບຮອບ 25 ປີ, ຈົ່ງມີສຸຂະພາບ
ແຂງແຮງ, ມີຄວາມຜາສຸກ
ໃນຊີວິດ, ມີຄວາມສຸກກາຍສະ ບາຍໃຈ, ພ້ອມກັນເຮັດສຳເລັດ ທຸກໜ້າທີ່ອັນມີກຽດສະຫງ່າຂອງ ຕົນ, ອວຍພອນສາຍພົວພັນຮ່ວມ ມືລະຫວ່າງຄະນະ, ຄູ-ອາຈານ
ຕ່າງປະເທດກັບຄູ-ອາຈານ ລາວ,
ທີ່ມີການຮ່ວມມື, ມີການຊ່ວຍ
ເຫຼືອ ແລະ ມີຄວາມສາມັກຄີແບບ
ພິເສດຕະຫຼອດມາ. ນອກຈາກ ນັ້ນຍັງເປັນການເຜີຍແຜ່ໂຄສະ ນາພາລະບົດບາດ, ມູນເຊື້ອອັນ ອົງອາດກ້າຫານທີ່ມີຄວາມ ໝາຍ-ຄວາມສຳຄັນຢ່າງຍິ່ງຂອງ
ວັນດັ່ງກ່າວໃຫ້ດັງກ້ອງໄປໄກ ພ້ອມກັນເຊີດຊູນ້ຳໃຈເສຍສະຫຼະ ອັນມີຄ່າ ແລະ ສູງສົ່ງຂອງຄູ-ອາຈານທຸກທົ່ວໜ້າ, ໃຫ້ຢູ່ຄູ່ກັບ
ສັງຄົມລາວ, ຄົນລາວ ແລະ ລູກ
ຫຼານລາວຕະຫຼອດໄປ. ທັງຍັງ
ເປັນການຜູກແໜ້ນຄວາມສາມັກ ຄີລະຫວ່າງຄະນະນຳ ວປກ ກັບ
ພະນັກງານຄູ-ອາຈານໃຫ້ແໜ້ນ
ແຟ້ນ ແລະ ມີຄວາມໝາຍຢ່າງ
ເລິກເຊິ່ງ. ໃນພິທີດັ່ງກ່າວຍັງ
ໄດ້ຈັດຕັ້ງສະແດງສິລະປະສະ ໝັກຫຼິ້ນຂອງ ວປກ, ອ່ານສານ
ອວຍພອນຈາກອົງການຈັດຕັ້ງ ມະຫາຊົນ, ພະນັກງານ, ນັກສຶກ
ສາ, ຈັດຕັ້ງມອບກະ ຕ່າດອກໄມ້ ແລະ ກະຕ່າຂອງຂວັນ ເພື່ອເປັນ
ການອວຍພອນວັນສຳຄັນດັ່ງ ກ່າວນີ້ອີກດ້ວຍ.
ຂ່າວຍັງໃຫ້ຮູ້ຕື່ມອີກວ່າ: ໃນວັນ
ທີ 3 ຕຸລາ ທີ່ຜ່ານມາ, ວິທະຍາຄານ
ປ້ອງກັນຊາດ ໄກສອນ ພົມວິຫານ,
ຍັງໄດ້ຈັດກິດຈະກຳການແຂ່ງຂັນ
ກີລາເປຕັງມິດຕະພາບລະຫວ່າງ
ຄະນະພັກ-ຄະນະບັນຊາ ແລະ
ຊ່ຽວຊານ, ຄູ-ອາຈານ ເພື່ອສະ
ເຫຼີມ-ສະຫຼອງເນື່ອງໃນໂອກາດ ວັນຄູ 7 ຕຸລາ ຄົບຮອບ 25 ປີ ໃຫ້ ມີບັນຍາກາດເບີກບານມ່ວນຊື່ນ ແລະ ມີຄວາມໝາຍຄວາມສຳຄັນ.
ຂ່າວ: ດາວວີນ ໂສພາພອນ
ພາບ: ສາວີວັນ ວົງຄຳຊາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ