ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 16 ມັງກອນ 2025

  

ຮອງຫົວໜ້າກົມໂຄສະນາອົບຮົມ ລົງຊຸກຍູ້ວຽກງານໂຄສະນາ ຢູ່ທະຫານແຂວງໄຊສົມບູນ
ເວລາອອກຂ່າວ: 2019-10-09 11:17:52 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 425 | ຄວາມນິຍົມ:



ໃນວັນທີ 7 ຕຸລານີ້, ສະ ຫາຍ ພັນເອກ ຄຳຂື່ນ ເລີດສະ ໄຫວ ຮອງຫົວໜ້າກົມໂຄສະນາ ອົບຮົມ ກົມໃຫຍ່ການເມືອງກອງ ທັບ ພ້ອມດ້ວຍຄະນະໄດ້ລົງເຄື່ອນ ໄຫວຊຸກຍູ້ວຽກງານໂຄສະນາຢູ່ ກອງບັນຊາການທະຫານແຂວງໄຊສົມບູນ ໂດຍການຕ້ອນຮັບ ຂອງ ສະຫາຍ ພັນເອກ ຈັນທີ ວັນລາວົງ ເລຂາຄະນະພັກ ຫົວໜ້າ ການເມືອງ ກອງບັນຊາການທະ ຫານ ແຂວງໄຊສົມບູນ ພ້ອມດ້ວຍ ຄະນະ ແລະ ພະນັກງານວິຊາການ ພະແນກໂຄສະນາທະຫານແຂວງ ເຂົ້າຮ່ວມ. ໂອກາດນີ້ ສະຫາຍ ຮອງຫົວ ໜ້າກົມໂຄສະນາອົບຮົມໄດ້ສະເໜີ ຈຸດປະສົງໃນການລົງເຄື່ອນໄຫວ ຊຸກຍູ້ ແລະ ເຮັດວຽກໃນຄັ້ງນີ້ ເພື່ອ ຊີ້ນຳຊຸກຍູ້ການຈັດຕັ້ງປະຕິບັດ ຂົງ ເຂດວຽກງານໂຄສະນາ ເປັນຕົ້ນ ແມ່ນການສຶກສາອົບຮົມການ ເມືອງ-ນຳພາແນວຄິດ, ພ້ອມທັງ ໄດ້ຮັບຟັງການລາຍງານສະພາບ ການໂດຍຫຍໍ້ຈາກຄະນະພັກ- ຄະນະບັນຊາ, ພະແນກການທີ່ ກ່ຽວຂ້ອງ; ສະຫາຍ ໄດ້ສະແດງ ຄວາມຂອບໃຈນຳກອງບັນຊາ ການທະຫານແຂວງທີ່ໃຫ້ຄວາມ ສະດວກ; ພ້ອມທັງໄດ້ເນັ້ນໜັກໃຫ້ ຄະນະພັກ - ຄະນະບັນຊາ ເອົາໃຈ ໃສ່ຊີ້ນຳ ພະແນກໂຄສະນາ ໂດຍ ສະເພາະພະນັກງານວິຊາການທີ່ ກ່ຽວຂ້ອງຕ້ອງກຳເເໜ້ນສະພາບ ແນວຄິດຈິດໃຈຂອງພະນັກງານ-ນັກຮົບໃຫ້ເປັນປົກກະຕິ, ຕ້ອງ ເປັນເສນາທິການໃຫ້ແກ່ຄະນະ ພັກ - ຄະນະບັນຊາ ເອົາໃຈໃສ່ການ ຊີ້ນຳວຽກງານ ສຶກສາອົບຮົມ ການເມືອງແນວຄິດປົກກະຕິ, ຕິດ ຕາມຊຸກຍູ້ກວດກາເປັນແຕ່ລະ ໄລຍະ, ໂດຍສະເພາະວຽກງານ ປາຖະກະຖາຕ້ອງສ້າງແຜນການ ອັນລະອຽດໃຫ້ແກ່ຄະນະພັກ- ຄະນະບັນຊາ ແລະ ແຈ້ງກຳນົດ ວັນ, ເວລາ, ຜູ້ທີ່ຂຶ້ນບັນຍາຍຕ້ອງ ໃຫ້ໄດ້ຄຸນນະພາບ, ແຂ່ງຂັນກັນ ສ້າງຂະບວນການຕ່າງໆຢູ່ພາຍ ໃນກົມກອງຂອງຕົນໃຫ້ມີບັນຍາ ກາດ ນອກຈາກນີ້ ສະຫາຍ ຍັງໄດ້ ເນັ້ນຕື່ມການສ້າງກົມກອງວັດທະ ນະທຳ ແລະ ມາດຖານນັກຮົບວັດ ທະນະທຳ ຕາມທິດຊີ້ນຳ ຂອງກົມ ໃຫຍ່ການເມືອງກອງທັບ ແລະ ກົມ ໂຄສະນາອົບຮົມ; ໂອກາດດຽວ ກັນນີ້ ສະຫາຍ ພັນເອກ ຄຳຂື່ນ ເລີດສະໄຫວ ຍັງໄດ້ນຳເອົາໂປຣ ເຈັກເຕີຈຳນວນ 1 ຊຸດ ມອບໃຫ້ ພະແນກໂຄສະນາທະຫານແຂວງ ໄຊສົມບູນ ເພື່ອຮັບໃຊ້ເຂົ້າ ໃນວຽກ ງານວິຊາສະເພາະໃຫ້ໄດ້ຮັບຜົນ ປະໂຫຍດສູງ. ໂດຍ: ມະລິ ສຸພັນທອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ