
ລາວໂທລະຄົມເປີດທົດລອງນຳໃຊ້ລະບົບ 5G
ເວລາອອກຂ່າວ: 2019-10-09 11:19:31 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 416 | ຄວາມນິຍົມ:
ວັນທີ 8 ຕຸລາ 2019, ບໍລິ ສັດ ລາວ ໂທລະຄົມມະນາຄົມມະ
ຫາຊົນ ເປີດການທົດລອງນໍາໃຊ້ ລະບົບ 5G ເປັນຄັ້ງທໍາອິດໃນ ສປປ ລາວ ໂດຍການເຂົ້າຮ່ວມ ຂອງ ທ່ານ ສຸພົນ ຈັນທະວີໄຊ ຮອງຜູ້ອໍານວຍການບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນ, ບັນດາທ່ານຕາງໜ້າຈາກກະຊວງ
ໄປສະນີໂທລະຄົມມະນາຄົມ ແລະ
ການສື່ສານ, ພະນັກງານ-ວິຊາ ການ ແລະ ແຂກຖືກເຊີນເຂົ້າ ຮ່ວມ.
ເພື່ອເປັນການຜັນຂະຫຍາຍ ແນວທາງຂອງພັກ, ນະໂຍບາຍ
ຂອງລັດກ່ຽວກັບການຫັນບັນດາ ທຸລະກິດທີ່ມີທ່າແຮງເປັນທັນສະ
ໄໝ ແລະ ສອດຄ່ອງກັບແຜນຍຸດ ທະສາດ 5 ປີ (2016-2020)
ຂອງກະຊວງໄປສະນີໂທລະຄົມ ມະນາຄົມ ແລະ ການສື່ສານ (ປທສ) ເວົ້າລວມ, ເວົ້າສະເພາະ
ກໍຄືຍຸດທະສາດພັດທະນາອຸດສາ ຫະກໍາ ໄອຊີທີ ຂອງກະຊວງ ປທສ, ກາຍເປັນເຄື່ອງມືທີ່ສໍາຄັນ ໃນການຂັບເຄື່ອນການພັດທະ ນາເສດຖະກິດ-ສັງຄົມໃຫ້ເຂັ້ມ ແຂງຍືນຍົງ ແລະ ເປັນຈຸດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນເທື່ອ
ລະກ້າວ. ການເປີດທົດລອງນໍາໃຊ້ 5G ຖືໄດ້ວ່າເປັນອີກບາດກ້າວໜຶ່ງໃນຄວາມພະຍາຍາມຂອງ ລາວ ໂທລະຄົມໃນການນຳເອົາ ເຕັກນິກວິທະຍາສາດເຕັກໂນ
ໂລຊີໃໝ່ທີ່ກ້າວໜ້າ ແລະ ທັນສະ ໄໝໄດ້ມາດຕະຖານທຽບເທົ່າ ກັບສາກົນຕອບສະໜອງຄວາມ ຕ້ອງການຂອງສັງຄົມບໍ່ວ່າຢູ່ໃນ
ຊີວິດປະຈໍາວັນ ກໍຄືການໝູນໃຊ້ ເຂົ້າໃນຂົງເຂດເສດຖະກິດເພື່ອ ເຮັດໃຫ້ສັງຄົມລາວກ້າວໄປສູ່ສັງ ຄົມທີ່ທັນຍຸກທັນສະໄໝໃນຍຸກດິ
ຈີຕອນເທື່ອລະກ້າວ. ພ້ອມດຽວ
ກັນກໍເປັນການສົ່ງເສີມການພັດ ທະນາທຸລະກິດໂທລະຄົມມະນາ ຄົມໃຫ້ທຽບທັນ ແລະ ສາມາດ ເຊື່ອມໂຍງກັບບັນດາປະເທດໃນ ຂົງເຂດພາກພື້ນ ແລະ ສາກົນ.
ບໍລິສັດ ລາວ ໂທລະຄົມມະ
ນາຄົມ ມະຫາຊົນ ເປັນບໍລິສັດທໍາ ອິດທີ່ດໍາເນີນທຸລະກິດໃຫ້ບໍລິການ ທາງດ້ານສື່ສານໂທລະຄົມມະນາ ຄົມແບບຄົບວົງຈອນໃນ ສປປ
ລາວ ນັບແຕ່ປີ 1996 ເປັນຕົ້ນ
ມາຈົນເຖິງປັດຈຸບັນເປັນເວລາ ຍາວນານກວ່າ 23 ປີ, ຕະຫຼອດ ໄລຍະເວລາທີ່ຜ່ານມາ ລາວ ໂທ ລະຄົມ ຍາມໃດກໍໄດ້ຍຶດໝັ້ນໃນວິໄສທັດຂອງຕົນຢ່າງໜັກແໜ້ນ ຄື: ຍຶດໝັ້ນໃນແນວທາງຄວາມ
ຮັບຜິດຊອບສູງຕໍ່ສັງຄົມເປັນ ແນວທາງຫຼັກໃນການນໍາໃຊ້ເຕັກ ໂນໂລຊີທີ່ເໝາະສົມເພື່ອພັດທະ
ນາການໃຫ້ບໍລິການທີ່ມີຄຸນນະພາບເພື່ອຄວາມປະທັບໃຈຂອງ
ຜູ້ໃຊ້ບໍລິການເປັນອັນດັບ 1 ແລະ
ເຄື່ອນໄຫວພາຍໃຕ້ພາລະບົດ ບາດຂອງຕົນຢ່າງຕັ້ງໜ້າຄື: ເປັນ ຜູ້ໃຫ້ບໍລິການໂທລະຄົມມະນາຄົມ ທີ່ມີມາດຕະຖານທຽບເທົ່າກັບສາ ກົນ ໂດຍໄດ້ມີການພັດທະນາການ ໃຫ້ບໍລິການຮອບດ້ານ ແລະ ໃຫ້
ຄວາມສໍາຄັນຢ່າງສູງຕໍ່ປະເທດ ຊາດ ແລະ ສັງຄົມ.
ເຕັກໂນໂລຊີ 5G ຫຼື ການສື່ ສານໃນຍຸກທີ 5 (Fifth Generation) ຖືກພັດທະນາຂຶ້ນໃຫ້ມີ ປະສິດທິພາບສູງກວ່າ 4G ເພື່ອ
ໃຫ້ສາມາດຕອບສະໜອງຄວາມ
ຕ້ອງການຂອງຜູ້ຊົມໃຊ້ທີ່ປ່ຽນ ແປງໄປເລື້ອຍໆ, ຄຸນສົມບັດພິ ເສດຫຼັກໆຂອງເຕັກໂນໂລຊີ 5G
ທີ່ວ່ານີ້ມີຄື: ຄວາມໄວໃນການ ຮັບ-ສົ່ງຂໍ້ມູນທີ່ໄວກວ່າ 4G ເຖິງ 20 ເທົ່າ, ຄວາມສາມາດຮອງຮັບ ການເຊື່ອມຕໍ່ໄດ້ຫຼາຍກວ່າ 4G 10 ເທົ່າ ແລະ ຕອບສະໜອງໄດ້ຄວາມໄວໃນການສັ່ງງານໃຫ້ສະດວກສະບາຍຍິ່ງຂຶ້ນ.
ໂດຍ: ໂຊເລ້ ບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ