ກອງປະຊຸມສະຫຼຸບຖອດຖອນບົດຮຽນກັບຊ່ຽວຊານຈາກສະຖາບັນຍຸດທະສາດປ້ອງກັນຊາດ ກະຊວງປ້ອງກັນປະເທດຫວຽດນາມ
ເວລາອອກຂ່າວ: 2026-06-03 14:24:48 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 457 | ຄວາມນິຍົມ: ![]()
ວັນທີ 2 ມິຖຸນາ 2026 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງກອງປະຊຸມເພື່ອສະຫຼຸບຖອດຖອນບົດຮຽນວຽກງານ ກັບ ຊ່ຽວຊານຈາກສະຖາບັນຍຸດທະສາດ ປ້ອງກັນກັນຊາດ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ພາຍຫຼັງທີ່ສຳເລັດການມາເຄື່ອນໄຫວເຮັດວຽກຢູ່ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ຂັວນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງຍຸດທະສາດ ການທະຫານ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.
ຜ່ານການປະຕິບັດໜ້າທີ່ ຕາມແຜນການຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ປະຈຳປີ 2026 ທີ່ກົມວິທະຍາສາດ-ປະຫວັດສາດການທະຫານ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ສະເໜີໃຫ້ຊ່ຽວຊານ ຈາກສະຖາບັນຍຸດທະສາດ ປ້ອງກັນຊາດ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ 1 ສະຫາຍ ມາຊ່ວຍດ້ານວິຊາສະເພາະວຽກງານຍຸດທະສາດ ການທະຫານ ເປັນເວລາ 30 ວັນ ຖືວ່າໄດ້ສໍາເລັດຕາມແຜນການ. ສະນັ້ນ, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ຮ່ວມສະຫາຍຊ່ຽວຊານຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນຂຶ້ນ ເພື່ອຮ່ວມມືກັນຊຸກຍູ້ສົ່ງເສີມສິ່ງທີ່ເຮັດໄດ້ ແລະ ຊອກຫາວິທີແກ້ໄຂສິ່ງທີ່ຍັງຄົງຄ້າງຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານ ລະຫວ່າງກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ກັບ ສະຫາຍຊ່ຽວຊານສະຖາບັນຍຸດທະສາດ ປ້ອງກັນຊາດ ກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ, ເວົ້າລວມແລ້ວແມ່ນການຈັດຕັ້ງປະຕິບັດໜ້າທີ່ວຽກງານກັບຫ້ອງຍຸດທະສາດ ການທະຫານກະຊວງປ້ອງກັນປະເທດ ໄດ້ເຮັດສໍາເລັດໜ້າທີ່ຂອງຕົນຕາມການມອບໝາຍ ຂອງກະຊວງປ້ອງກັນປະເທດຫວຽດນາມ. ພ້ອມທັງ ຍົກບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນແມ່ນເກັບກຳເອົາຂໍ້ມູນທີ່ບໍ່ທັນໄດ້ຈາກກົມກອງ ແລະ ຂໍ້ມູນແນວທາງນະໂຍບາຍ ຂອງພັກ-ລັດ, ຂອງກະຊວງປ້ອງກັນປະເທດ ກ່ຽວກັບການພັດທະນາອຸດສາຫະກຳປ້ອງກັນຊາດ ຢູ່ ສປປ ລາວ ແລະ ສືບຕໍ່ປະສານສົບທົບກັບຍຸດທະສາດ ຂອງ ສສ ຫວຽດນາມ ເພື່ອໃຫ້ສຳເລັດບົດຕາມແຜນການ.
ໂດຍ: ນາງພອນ ເພັດສຸລິນທອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















