
ທະຫານແຂວງອຸດົມໄຊ ແລະ ທະຫານແຂວງເຊີນລາ ພົບປະແລກປ່ຽນສະພາບການ ປະຈຳປີ 2019
ເວລາອອກຂ່າວ: 2019-10-09 11:23:23 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 338 | ຄວາມນິຍົມ:
ໂດຍຕອບສະໜອງຕາມຄຳ ເຊີນຂອງກອງບັນຊາການທະ ຫານແຂວງອຸດົມໄຊ ໃນລະຫວ່າງ
ວັນທີ 7-9 ຕຸລາ 2019 ນີ້ ຄະນະຜູ້ ແທນກອງບັນຊາການທະຫານ ແຂວງເຊີນລາ ສສ ຫວຽດນາມ ນຳໂດຍ ສະຫາຍ ພັນເອກ ພິເສດ
ເຈີນເຊີນເກືອງ ຄະນະປະຈຳພັກ
ແຂວງ, ຫົວໜ້າການທະຫານກອງ
ບັນຊາການທະຫານແຂວງເຊີນ ລາ ໄດ້ເດີນ ທາງມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນສະພາບການ ປະຈຳປີ
2019 ກັບກອງບັນຊາການທະ ຫານແຂວງອຸດົມໄຊ ເຊິ່ງໄດ້ຮັບ
ກຽດຕ້ອນຮັບດ້ວຍໄມຕີຈິດມິດ
ຕະພາບ ແລະ ຄວາມອົບອຸ່ນຈາກ
ສະຫາຍ ພົນຈັດຕະວາ ຈັນທະ
ວອນ ໄຊຍະຜົງ ກຳມະການປະ
ຈຳພັກແຂວງ, ເລຂາຄະນະພັກ,
ຫົວໜ້າການທະຫານກອງບັນ ຊາການທະຫານແຂວງອຸດົມໄຊ ພ້ອມດ້ວຍຄະນະ.
ໂດຍປະຕິບັດຕາມທິດຊີ້ນຳ ຂອງສອງພັກ, ສອງລັດ ກໍຄື ກະຊວງປ້ອງກັນປະເທດ ແລະ ການນຳແຂວງ ໃນຊຸມປີຜ່ານມາ ພະນັກງານ-ນັກຮົບ ກຳລັງປະ
ກອບອາວຸດສອງແຂວງຍາມໃດ
ກໍຍົກສູງນ້ຳໃຈຄວາມສາມັກຄີ
ມິດຕະພາບແບບພິເສດ, ຄວາມ
ເຂົ້າໃຈເຊື່ອໝັ້ນ ເຊິ່ງກັນ ແລະ ກັນ.
ໃນກອງປະຊຸມທັງສອງຝ່າຍໄດ້ ລາຍງານສະພາບ ເພື່ອແລກປ່ຽນ ຂໍ້ມູນຂ່າວສານ ແລະ ເປັນເຈົ້າ ການແຈ້ງໃຫ້ກັນຊາບກ່ຽວກັບສະ
ພາບການພັດທະນາເສດຖະກິດ-ສັງຄົມ ແລະ ບາງບັນຫາທີ່ກ່ຽວ ຂ້ອງເຖິງວຽກງານຮັບປະກັນ ຄວາມສະຫງົບທາງດ້ານການ ເມືອງ, ຄວາມເປັນລະບຽບຮຽບ ຮ້ອຍທາງດ້ານສັງຄົມ, ຮັກສາ ແໜ້ນຄວາມສະຫງົບຢູ່ຂອບເຂດ ສອງແຂວງ, ພ້ອມກັນສະກັດກັ້ນ ກົນອຸບາຍຫັນປ່ຽນໂດຍສັນຕິ, ຫຼ່ຽມລາຍກົນອຸບາຍຂອງບັນ ດາອິດທິກຳລັງປໍລະປັກ, ພ້ອມ
ທັງສືບຕໍ່ຍູ້ແຮງສາຍພົວພັນ ຄວາມສາມັກຄີມິດຕະພາບແບບ
ພິເສດ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງສອງປະເທດ, ລາວ-ຫວຽດນາມ-ຫວຽດນາມ-
ລາວ ກໍຄືກອງບັນຊາການທະ
ຫານແຂວງອຸດົມໄຊ ແລະ ກອງ
ບັນຊາການທະຫານແຂວງເຊີນ
ລາ.
ຜ່ານກອງປະຊຸມພົບປະແລກປ່ຽນຄະນະຜູ້ແທນທັງສອງຝ່າຍ ໄດ້ເຫັນດີເປັນເອກະພາບຮ່ວມກັນ ແລະ ລົງນາມເຊັນບົດບັນທຶກຊ່ວຍ
ຈຳລະຫວ່າງຄະນະຜູ້ແທນກອງ ບັນຊາການທະຫານແຂວງອຸດົມ ໄຊ ແຫ່ງ ສປປ ລາວ ແລະ ຄະນະຜູ້ແທນກອງບັນຊາການທະຫານແຂວງເຊີນລາ ສສ ຫວຽດນາມ, ເພື່ອສືບຕໍ່ຈັດຕັ້ງເຄື່ອນໄຫວຮ່ວມ ມືມິດຕະພາບໃນປີ 2020 ໃຫ້ບັນ ລຸໝາກຜົນສູງ.
ໂດຍ: ທະນູວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ