ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງ​ພົນ​ທີ 5 ເປິດ​ຊຸດ​ອົບຮົມ​ໄລຍະ​ສັ້ນ ພາກ​ລະບຽບ​ງົດ​ງາມ ແລະ ຂໍ້​ກຳນົດ, ກົດ​ລະບຽບ
ເວລາອອກຂ່າວ: 2026-06-05 08:46:42 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 209 | ຄວາມນິຍົມ:



ວັນ​ທີ 2 ມິຖຸນາ 2026 ນີ້, ທີ່​ສະໂມສອນ​ກອງ​ພົນ​ທີ 5 ໄດ້​ຈັດ​ພິທີ​ເປິດ​ຊຸດ​ອົບຮົມ​ໄລຍະ​ສັ້ນ ພາກ​ລະບຽບ​ງົດ​ງາມ, ຂໍ້​ກຳນົດ​ກົດ​ລະບຽບ ໃຫ້​ແກ່​ພະນັກງານ-ນັກຮົບ ທົ່ວ​ອົງການ 5 ຫ້ອງ ກອງ​ພົນ​ທີ 5, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ບຸນ​ສົມ ອິນ​ທະລາ ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 5, ມີ​ສະຫາຍ ພົນ​ຈັດຕະວາ ຄຳ​ກົດ ອິນ​ສີ​ນາ ກຳມະການ​ຄະນະ​ພັກ​ກະຊວງ​ປ້ອງ​ກັນ​ ປະເທດ, ຫົວໜ້າ​ການເມືອງ​ກອງ​ພົນ ພ້ອມ​ດ້ວຍ​ຄະນະ​ພັກ-ຄະນະ​ບັນຊາ​ຈາກ​ອົງການ 5 ຫ້ອງ, ຕະຫຼອດ​ຮອດ​ພະນັກງານ-ນັກຮົບ​ທົ່ວ​ອົງການ 5 ຫ້ອງ​ເຂົ້າ​ຮ່ວມ. ອີງ​ຕາມ​ແຜນການ​ອົບຮົມ​ໄລຍະ​ສັ້ນ ພາກ​ລະບຽບ​ງົດ​ງາມ, ຂໍ້​ກຳນົດ​ກົດ​ລະບຽບ ໃຫ້​ອົງການ 5 ຫ້ອງ ຂອງ​ຫົວໜ້າ​ກອງ​ພົນ​ທີ 5 ສະບັບ​ເລກ​ທີ 58/​ກພ5, ລົງ​ວັນ​ທີ 7 ພຶດສະພາ 2026, ສະຫາຍ ພັນ​ເອກ ໄຊ​ສົມ​ພອນ ດວງ​ຈັນທາ ຮອງ​ຫົວໜ້າ​ຫ້ອງ​ເສນາ​ທິ​ການ​ກອງ​ພົນ​ທີ 5 ກໍ່​ໄດ້​ຂື້ນ​ຜ່ານ​ຂໍ້​ຕົກລົງ​ແຜນການ​ເປິດ​ຊຸດ​ອົບຮົມ​ໄລຍະ​ສັ້ນ ປະຈຳ​ປີ 2026 ກຳນົດ​ເວລາ 15 ວັນ. ການ​ອົບຮົມ​ໃນ​ຄັ້ງ​ນີ້, ເພື່ອ​ຮັບປະກັນ​ໃຫ້​ນາຍ ແລະ ພົນທະຫານ​ຮັບ​ຮູ້, ເຊື່ອມ​ຊຶມ​ບັນດາ​ຂໍ້​ກຳນົດ​ກົດ​ລະບຽບ ຂອງ​ກອງທັບ ແລະ ພ້ອມ​ກັນ​ຈັດ​ຕັ້ງ​ປະຕິບັດ​ໃຫ້​ຖືກຕ້ອງ ຢ່າງ​ເຂັ້ມ​ງວດ. ໂດຍ: ໄຊ​ຍະ​ຄານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ