ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

3 ອົງ​ການຈັດຕັ້ງ​ມະຫາຊົນ​ກອງທັບ ຢ້ຽມ​ຊົມ ອະນຸສອນ​ສະຖານ ​ຄຸກ​ກັກ​ຂັງ​ຜູ້ນຳ​ພັກ-ແນວ​ລາວ​ຮັກ​ຊາດ ແລະ ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ
ເວລາອອກຂ່າວ: 2026-06-05 08:48:04 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 222 | ຄວາມນິຍົມ:



ໃນ​ວັນ​ທີ 3 ມິຖຸນາ 2026 ນີ້, 3 ອົງ​ການຈັດຕັ້ງ​ມະຫາຊົນ​ກອງທັບ (ຫ້ອງການ​ຊາວ​ໜຸ່ມ, ຫ້ອງການ​ສະຫະພັນ​ແມ່ຍິງ ແລະ ຫ້ອງການ​ກຳມະບານ​ກອງທັບ) ນຳພາ​ໂດຍ ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ຄະນະ​ເລຂາ ທິການ​ສູນ​ການ​ຊາວ​ໜຸ່ມ​ປະຊາຊົນ​ປະຕິວັດ​ລາວ, ຫົວໜ້າ​ຫ້ອງການ​ຊາວ​ໜຸ່ມ​ກອງທັບ ພ້ອມ​ດ້ວຍ​ຄະນະ ໄດ້​ເຂົ້າ​ຢ້ຽມ​ຊົມ ແລະ ​ທັັັັດ​ສະ​ນະ​ສຶກ​ສາ ຢູ່​ອະນຸສອນ​ສະຖານ ຄຸກ​ກັກ​ຂັງ​ຜູ້ນຳ​ພັກ-ແນວ​ລາວ​ຮັກ​ຊາດ ແລະ ຫໍ​ພິ​ພິ​ທະ​ພັນ​ປະຫວັດສາດ​ກອງທັບ. ສະຫາຍ ພັນ​ເອກ ຫົງ​ທອງ ສີ​ຊາ​ນົນ ກ່າວ​ວ່າ: ການ​ເຂົ້າ​ຢ້ຽມ​ຊົມ ແລະ ​ທັັັັດ​ສະ​ນະ​ສຶກ​ສາ ຄັ້ງ​ນີ້ ເປັນ​ການ​ສ້າງ​ຂະ​ບວນ​ການ​ຂ່ຳນັບ​ຮັບ​ຕ້ອນ ວັນ​ປະຫວັດ ສາດ​ສຳຄັນ​ຕ່າງໆ ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ, ຂອງ​ທ່ານ​ຜູ້ນຳ ໂດຍ​ສະເພາະ ແມ່ນ​ລະນຶກ​ເຖິງ​ວັນ​ຜ່າ​ວົງ​ປິດ​ລ້ອມ ຂອງ​ກອງພັນ​ທີ 2 ຄົບຮອບ 67 ປີ ແລະ ວັນ​ໂຕນ​ຄຸກ​ຢ່າງ​ມະຫັດສະຈັນ ຂອງ​ຜູ້ນຳ​ພັກ ແລະ ແນວ​ລາວ​ຮັກ​ຊາດ ຄົບຮອບ 66 ປີ ໃຫ້​ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ, ເພື່ອ​ສະແດງ​ຄວາມ​ເຄົາລົບ​ຮັກ, ກະຕັນຍູ​ຮູ້​ບຸນຄຸນ ຕໍ່​ອະດີດ​ຜູ້ນຳ​ທີ່​ແສນ​ເຄົາລົບ​ຮັກ​ຂອງ​ປວງ​ຊົນ​ລາວ​ທັງ​ຊາດ, ເຊິ່ງ​ເວລາ​ໃດ ທ່ານ​ກໍ​ໄດ້​ຕິດ​ພັນ​ຢ່າງ​ສະໜິດ​ແໜ້ນ ໃນ​ການ​ນຳພາ ພາລະກິດ​ປະຕິວັດ​ອັນ​ຍິ່ງ​ໃຫຍ່ ຂອງ​ພັກ ແລະ ຂອງ​ປະເທດ​ຊາດ ທັງ​ຢູ່​ໃນ​ໄລຍະ​ຕໍ່ສູ້​ກູ້​ຊາດ ກໍ​ຄື ໄລຍະ​ປົກ​ປັກ​ຮັກສາ ແລະ ສ້າງສາ​ພັດທະນາ​ປະເທດ​ຊາດ ພ້ອມ​ກັນ​ນີ້, ກໍ​ເພື່ອ​ເປັນ​ການ​ສົ່ງເສີມ​ໃຫ້ ສະມາຊິກ​ຊາວ​ໜຸ່ມ, ສະຫະພັນ​ແມ່ຍິງ ແລະ ກຳມະບານ ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ ໃນ​ການ​ຊອກ​ຮູ້​ຮ່ຳຮຽນ ມູນເຊື້ອ​ປະຫວັດສາດ​ຂອງ​ຊາດ, ຂອງ​ພັກ, ຂອງ​ກອງທັບ, ຂອງ​ທ່ານ​ຜູ້ນຳ ໂດຍ​ສະເພາະ​ແມ່ນ ແບບແຜນ​ວິທີ​ເຮັດ​ວຽກ ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ ຂອງ​ທ່ານ​ຜູ້ນຳ​ແຕ່​ລະ​ທ່ານ ໃຫ້​ຕິດ​ພັນ​ກັບ​ຂະ​ບວນ​ການ​ຕ່າງໆ ນັບ​ມື້​ກວ້າງຂວາງ​ຍິ່ງ​ຂຶ້ນ, ແນໃສ່​ສຶກ​ສາ​ອົບຮົມ​ພະນັກງານ-ນັກຮົບ ໃຫ້​ເຫັນ​ໄດ້​ມູນເຊື້ອ, ໄຊຊະນະ ທີ່​ ທ່ານ​ຜູ້ນຳ ຍາດ​ມາ​ໄດ້ ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ ແລະ ປົກ​ປັກ​ຮັກສາ​ພັດທະນາ​ປະເທດ​ຊາດ ພ້ອມ​ກັນ​ເປັນ​ເຈົ້າ​ການ​ປັບປຸງ​ກໍ່ສ້າງ​ການຈັດຕັ້ງ ໃຫ້​ໜັກ​ແໜ້ນ​ເຂັ້ມແຂງ, ເປັນ​ກຳລັງ​ແຮງ​ຕົ້ນຕໍ​ຂອງ​ກອງທັບ ແລະ ເຮັດ​ສຳເລັດ​ໜ້າທີ່ ຢ່າງ​ສົມ​ກຽດ. ໂດຍ: ນາງ ເກດ​ແກ້ວ ນວນ​ທະ​ສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ