ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 20 ກໍລະກົດ 2026

  

ກອງ​ປະຊຸມ​ພົບ​ປະ​ປຶກສາ​ຫາລື ເອກະ​ພາບ​ເນື້ອ​ໃນ​ຮ່າງ​ສັນຍາ ຄວາມ​ປອດ​ໄພ​ທາງ​ດ້ານ​ການບິນ
ເວລາອອກຂ່າວ: 2026-06-05 08:49:52 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 208 | ຄວາມນິຍົມ:



ວັນ​ທີ 3 ມິຖຸນາ 2026 ນີ້, ກອງ​ບັນຊາ​ການ​ທະຫານ​ອາກາດ ລາວ-ຣັດ​ເຊຍ ໄດ້​ຈັດ​ກອງ​ປະຊຸມ​ພົບ​ປະ​ເພື່ອ​ປຶກສາ​ຫາລື ແລະ ຄົ້ນຄວ້າ​ເອກະ​ພາບ​ເນື້ອ​ໃນ​ຮ່າງ​ສັນຍາ ໃນ​ຂົງເຂດ​ວຽກ​ງານ​ຄວາມ​ປອດ​ໄພ​ທາງ​ດ້ານ​ການ ບິນ, ເຊິ່ງ​ຝ່າຍ​ລາວ​ນຳ​ໂດຍ ສະ ຫາຍ ພັນ​ເອກ ບົວ​ວັນ ກັນຍາ​ວົງ ຫົວໜ້າ​ຫ້ອງ​ອົບຮົມ​ການບິນ ກອງ​ບັນຊາ​ການ​ທະຫານ​ອາກາດ ກອງທັບ​ປະຊາຊົນ​ລາວ ແລະ ຝ່າຍ​ຣັດ​ເຊຍ ນຳພາ​ໂດຍ ສະຫາຍ ພັນ​ເອກ ອາ​ເລັກ​ຊັນ​ເດີ ເຢບ​ໂດ​ກີ​ມົບ ຮອງ​ຫົວໜ້າ​ກົມ (ໜ່ວຍ​ງານ) ຄວາມ​ປອດ​ໄພ​ດ້ານ​ການ ບິນ, ກຳລັງ​ປະກອບ​ອາວຸດ ແຫ່ງ ສ ຣັດ​ເຊຍ, ມີ​ບັນດາ​ຄະນະ​ຜູ້​ແທນ ແລະ ເຈົ້າ​ໜ້າທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ ເຂົ້າ​ຮ່ວມ. ໃນ​ກອງ​ປະ​ຊຸ​​ມ ທັງ​ສອງ​ຝ່າຍ ໄດ້​ຮ່ວມ​ກັນ​ຄົ້ນຄວ້າ, ປຶກສາ​ຫາລື ແລະ ປະກອບ​ຄຳ​ຄິດ​ເຫັນ ໃສ່​ຮ່າງ​ສັນຍາ​ຮ່ວມ​ມື ໃນ​ຂົງເຂດ​ວຽກ​ງານ​ຄວາມ​ປອດ​ໄພ​ທາງ​ດ້ານ​ການບິນ ຢ່າງ​ກົງ​ໄປ​ກົງ​ມາ ບົນ​ພື້ນຖານ​ຄວາມ​ສອດຄ່ອງ​ກັບ​ລະບຽບ​ຫຼັກການ ແລະ ກົດໝາຍ ຂອງ​ທັງ​ສອງ​ປະເທດ. ເນື້ອ​ໃນ​ຫຼັກ​ຂອງ​ຮ່າງ​ສັນຍາ​ແມ່ນ​ມຸ້ງ​ເນັ້ນ​ໃສ່​ການ​ສ້າງ​ຂອບ​ການ​ຮ່ວມ​ມື​ທີ່​ຊັດ​ເຈນ ໃນ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ, ບົດຮຽນ, ເຕັກ​ໂນ​ໂລ​ຊີ ແລະ ການ​ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ໃຫ້​ແກ່​ນາຍ​ທະຫານ​ນັກ​ບິນ ກໍ​ຄື ເຈົ້າ​ໜ້າທີ່​ເຕັກນິກ​ການບິນ ຂອງ​ກອງທັບ​ປະຊາຊົນ​ລາວ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ ໃນ​ການ​ປະຕິບັດ​ໜ້າທີ່​ການບິນ​ທະຫານ ໃຫ້​ມີ​ປະ ສິດທິພາບ​ສູງ. ຜ່ານ​ການ​ປຶກສາ​ຫາລື, ທັງ​ສອງ​ຝ່າຍ ໄດ້​ມີ​ຄວາມ​ເປັນ​ເອກະ​ພາບ​ກັນ ຕໍ່​ກັບ​ເນື້ອ​ໃນ​ສ່ວນ​ໃຫຍ່​ໃນ​ຮ່າງ​ສັນຍາ​ດັ່ງກ່າວ ເຊິ່ງ​ດຳເນີນ​ໄປ​ດ້ວຍ​ບັນຍາກາດ​ແຫ່ງ​ຄວາມ​ເຂົ້າ​ອົກ​ເຂົ້າໃຈ ແລະ ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ​ອັນ​ດີງາມ ທີ່​ມີ​ມາ​ແຕ່​ດົນ​ນານ ລະຫວ່າງ ສອງ​ປະເທດ ລາວ-ຣັດ​ເຊຍ ໂດຍ​ສະເພາະ​ແມ່ນ​ສອງ​ກອງທັບ ໄດ້​ຮັບ​ການ​ພັດທະນາ​ຂຶ້ນ​ໄປ​ເລື້ອຍໆ. ຈາກ​ນັ້ນ, ຫົວໜ້າ​ຄະນະ​ຜູ້​ແທນ​ທັງ​ສອງ​ຝ່າຍ ກໍ​ໄດ້​ຮ່ວມ​ກັນ​ລົງ​ນາມ​ໃນ​ບົດ​ບັນທຶກ ຜົນ​ການ​ພົບ​ປະ​ປຶກສາ​ຫາລື​ຮ່ວມ​ກັນ ຢ່າງ​ເປັນ​ທາງ​ການ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ