ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ອົງການ​ອະນາໄມ​ໂລກ​ ສະເໜີທົດ​ລອງວັກ​ຊິນ ແລະ ຢາ​ປິ່ນປົວ​ໃໝ່
ເວລາອອກຂ່າວ: 2026-06-08 15:13:43 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



່ ບັນດາ​ກຸ່ມ​ນັກ​ຊ່ຽວຊານ​ຂອງ​ອົງການ ອະນາໄມ​ໂລກ ສະເໜີ​ໃຫ້​ດຳເນີນ​ການ​ທົດ​ລອງ​ໃນ​ເບື້ອງ​ຕົ້ນ​ສຳລັບ​ວັກ​ຊິນ​ຈຳນວນ​ໜຶ່ງ ແລະ ຢາ​ປິ່ນປົວ​ທີ່​ມີ​ກຳລັງ​ບົ່ມ​ຊ້ອນ ແນໃສ່​ຕ້ານ​ຄືນ​ໄວ​ຣັດ Bundibugyo - ເຊິ່ງ​ເປັນ​ສາຍ​ພັນ​ໜຶ່ງ​ທີ່​ຫາ​ຍາກ​ຂອງ​ໄວ​ຣັດ Ebola ທີ່​ປັດຈຸບັນ​ຍັງ​ບໍ່​ທັນ​ມີ​ວັກ​ຊິນ​ປ້ອງ​ກັນ ຫຼື ມີ​ແຜນການ​ປິ່ນ​ປົ່ວ​ທີ່​ມີ​ປະ​ສິດທິ​ຜົນ​ເທື່ອ, ເຮັດ​ໃຫ້​ເພີ່ມ​ຄວາມ​ວິຕົກ​ກັງວົນ​ໃນ​ປະຊາ​ຄົມ​ສາກົນ. ໃນ​ເວລາ​ລໍຖ້າ​ການ​ທົດ​ລອງ, ອົງການ WHO ເນັ້ນ​ໜັກ​ວ່າ ປັດຈຸບັນ ຍັງ​ນຳ​ໃຊ້​ບັນດາ​ມາດ​ຕະການ​ແບບ​ເກົ່າ​ເພື່ອ​ສະກັດ​ກັ້ນ​ການ​ແຜ່​ລາມ​ຂອງ​ໄວ​ຣັດ​ດັ່ງກ່າວ. ວົງ​ການ​ນັກ​ຊ່ຽວຊານ ໃຫ້​ຂໍ້​ສັງເກດ​ວ່າ ເຖິງ​ວ່າ ຂາດ​ວັກ​ຊິນ, ແຕ່​ບັນດາ​ມາດ​ຕະການ​ທາງ​ການ​ແພດ​ຊຸມ​ຊົນ​ແບບ​ເກົ່າ​ຍັງ​ອາດ​ສາມາດ​ຊ່ວຍ​ຄວບ​ຄຸມ​ໂລກລະບາດ​ເຫຼົ່າ​ນີ້​ໄດ້​ຢູ່.ຢ່າງໃດ​ກໍ​ຕາມ​ປັດຈຸບັນ​ນີ້ ໄດ້​ມີ​ຜູ້​ຊ່ຽວຊານ​ສະເພາະ​ດ້ານ ຫຼາຍ​ປະ​ເຂົ້າ​ໃຫ້ການ​ຊ່ວຍເຫຼືອ​ໃນ​ເບື້ອງ​ຕົ້ນ​ແກ່​ປະຊາຊົນ​ໃນ​ພຶ​​ຶ້ນ​ທີ່​ສຽງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ