ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 11 ກໍລະກົດ 2026

  

ສືບຕໍ່​ຊຸກຍູ້​ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ແລະ ຝຣັ່ງ
ເວລາອອກຂ່າວ: 2026-06-08 15:14:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 139 | ຄວາມນິຍົມ:



ວັນ​ທີ 4 ມິຖຸນາ, ທີ່​ຮ່າ​ໂນ້ຍ, ທ່ານ​ພົນ​ໂທ ຫງວ​​ຽນ​ຢວານ​ແອງ ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ໄດ້​ຕ້ອນຮັບ​ຄະນະ​ກຳມາ​ທິ​ການ​ປ້ອງ​ກັນ​ຊາດ ແລະ ບັນດາ​ກຳລັງ​ປະກອບ​ອາວຸດ​ຂອງ​ສະພາ​ຕ່ຳ​ຝຣັ່ງ, ນຳ​ໂດຍ​ທ່ານ ເຈມ ໄມ​ເຄີນ ປະທານ​ຄະນະ​ກຳມາ​ທິ​ການ, ເນື່ອງ​ໃນ​ໂອກາດ​ມາ​ຢ້ຽມຢາມ ແລະ​ເຮັດ​ວຽກ​ຢູ່​ຫວຽດນາມ. ທ່ານ ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຢືນຢັນ​ວ່າ ການ​ຢ້ຽມຢາມ​ມີ​ຄວາມ​ໝາຍ​ສຳຄັນ, ດຳເນີນ​ໃນ​ສະພາບ​ການ ​ຫວຽດນາມ-ຝລັ່ງ ພວມ​ພັດທະນາ​ອັນ​ດີງາມ​ໃນ​ຂົງເຂດ​ຕ່າງໆ, ຄື: ການເມືອງ, ເສດຖະ ກິດ, ວັດທະນະທຳ, ການ​ແພດ ແລະ​ການ​ສຶກ​ສາ... ພິເສດ, ເລື່ອງ​ສອງ​ປະເທດ​ຍົກ​ລະດັບ​ການ​ພົວພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃນ​ເດືອນ ຕຸລາ 2024 ແມ່ນ​ຂີດ​ໝາຍ​ສຳຄັນ, ສະແດງ​ໃຫ້​ເຫັນ​ລະດັບ​ສູງ​ໃໝ່​ຂອງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ, ລົງ​ເລິກ​ການ​ຮ່ວມ​ມື ແລະ​ການ​ຕິດ​ພັນ​ອັນ​ຍາວ​ນານ​ລະຫວ່າງ​ສອງ​ປະເທດ.ຝຣັ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ສຳຄັນ​ແຖວ​ໜ້າ​ຂອງ​ຫວຽດນາມ ໃນ​ອີ​ຢູ; ແມ່ນ​ປະເທດ​ສະມາຊິກ​ອີ​ຢູ ທຳ​ອິດ​ສ້າງຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ກັບ​ຫວຽດນາມ. ສອງ​ຝ່າຍ​ໄດ້​ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ສະພາ​ສູງ ແລະ ສະພາ​ຕ່ຳ​ຝຣັ່ງ; ຮັກສາ​ການ​ແລກປ່ຽນ​ຄະນະ, ການ​ພົບ​ປະ​ຂັ້ນ​ສູງ; ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ກຳມາ​ທິ​ການ​ວິຊາ​ສະເພາະ, ກຸ່ມ​ສະມາຊິກ​ລັດ​ຖະ​ສະພາ​ມິດຕະພາບ; ສົມທົບ​ກັນ​ຢ່າງ​ຕັ້ງໜ້າ​ຢູ່​ເວທີ​ລັດ​ຖະ​ສະພາ​ຫຼາຍ​ຝ່າຍ. ການເຄື່ອນໄຫວ​ນີ້​ບໍ່​ພຽງ​ແຕ່​ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການເມືອງ​ລະຫວ່າງ​ສອງ​ອົງການ​ນິຕິ​ກຳ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ການ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-ຝຣັ່ງ ເລິກເຊິ່ງ​ກວ່າ​ອີກ. ທ່ານ ເຈມ ໄມ​ເຄີນ ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ການ​ຢ້ຽມຢາມ ແລະ​ເຮັດ​ວຽກ​ຢູ່​ຫວຽດນາມ ຂອງ​ຄະນະ, ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ເພື່ອ​ແລກປ່ຽນ, ຊຸກຍູ້​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ລະຫວ່າງ​ຝລັ່ງ ແລະ​ຫວຽດນາມ. ພ້ອມ​ທັງ​ຫວັງ​ວ່າ ສອງ​ຝ່າຍ​ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ ແລະ​ຂົງເຂດ​ອື່ນ​ຈຳນວນ​ໜຶ່ງ ຕື່ມ​ອີກ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ