ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ຈັດຕັ້ງພິທີ ປະດັບຍ້ອງຍໍ ຜົນງານ 5 ປີໃຫ້ພະນັກງານຂອງຕົນ
ເວລາອອກຂ່າວ: 2026-06-08 15:28:24 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 136 | ຄວາມນິຍົມ: ![]()
ພິທີປະດັບຍ້ອງຍໍຜົນງານ 5 ປີ ເນື່ອງໃນວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ 3 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນກົມກອງຂອງຕົນ. ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຫຼ້າ ພັນທະຈັກ ຫົວໜ້າການເມືອງ ກອງພັນໃຫຍ່ 301, ມີຄະນະພັກ-ຄະນະບັນຊາ 5 ພະແນກການ, 3 ກອງພັນ ທີ່ຂຶ້ນກັບ, ກົມກອງອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນໂທ ສົມວັນ ແສນບັນດິດ ຮອງຫົວໜ້າພະແນກການເມືອງ ໄດ້ຜ່ານລັດຖະດຳລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຕາມລັດຖະທຳມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມທັງຜ່ານດຳລັດຂອງນາຍົກລັດຖະມົນ, ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການມອບໃບຍ້ອງຍໍລັດຖະບານ ໃຫ້ແກ່ນາຍທະຫານ ຢູ່ກອງພັນໃຫຍ່ 301. ໃນນີ້, ມີຫຼຽນໄຊແຮງງານຊັ້ນ 2 ຈຳນວນ 9 ສະຫາຍ, ຊັ້ນ 3 ຈຳນວນ 10 ສະຫາຍ, ຫຼຽນກາແຮງງານ ຈຳ
ນວນ 70 ສະຫາຍ ແລະ ໃບຍ້ອງຍໍລັດຖະບານຈຳນວນ 55 ສະຫາຍ ຢ່າງສົມກຽດ.
ໂອກາດນີ້, ສະຫາຍ ພັນເອກ ຄຳຫຼ້າ ພັນທະຈັກ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານໄລຍະ 5 ປີ ຂອງນາຍທະຫານທີ່ສາມາດຍາດໄດ້ບັນດາຫຼຽນກາ ແລະ ໃບຍ້ອງຍໍຕ່າງໆ ພ້ອມທັງໄດ້ເນັ້ນໜັກໃຫ້ຮັກສາມູນເຊື້ອຜົນງານຕ່າງໆ, ບຸກບືນໃນການ ຈັດຕັ້ງປະຕິບັດໜ້າທີ່ວິຊາສະ ເພາະໃຫ້ສູງຂຶ້ນກວ່າເກົ່າ, ພ້ອມກັນປັບປຸງກໍ່ສ້າງກົມກອງ, ກໍ່ສ້າງພະນັກງານໃຫ້ມີຄວາມຮູ້ຄວາມ ສາມາດ ແລະ ແບບແຜນທີ່ທັນ ສະໄໝ, ພ້ອມກັນມີຄວາມອົງ ອາດກ້າຫານຂຶ້ນ, ເສີມຂະຫຍາຍທາດແທ້ມູນເຊື້ອອັນດີງາມຂອງຕົນ, ເຮັດສຳເລັດໜ້າທີ່ໃນທຸກວຽກງານ, ຕິດພັນກັບການກໍ່ສ້າງກຳລັງໃຫ້ມີຄວາມເຂັ້ມແຂງ, ນຳ ພາກົມກອງກ້າວຂຶ້ນຕະຫຼອດໄປ.
ຂ່າວ: ຈອມແສງ ແສງມະນີ ພາບ: ຄຳນ້ອຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















